ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ້າວເລີບຣອນ ນັກຫຼິ້ນກິລາບານບ້ວງ ນຳພາທີມໄປສູ່ໄຊຊະນະ ເປັນແຊມປຽນ


\ທ້າວ ເລີບຣອນ ເຈມສ໌ ນໍ້າເບີ 23 ຂອງທິມບານບ້ວງ ລອສ ແອນເຈີລິສ ເລກເກີຣສ໌ (Los Angeles Lakers)
\ທ້າວ ເລີບຣອນ ເຈມສ໌ ນໍ້າເບີ 23 ຂອງທິມບານບ້ວງ ລອສ ແອນເຈີລິສ ເລກເກີຣສ໌ (Los Angeles Lakers)

ທິມບານບ້ວງ ລອສ ແອນເຈີລິສ ເລກເກີຣສ໌ (Los Angeles Lakers) ໄດ້ ຊະນະທິມໄມອາມີ ຮີຕ (Miami Heat) 106 ຕໍ່ 93 ຄະແນນໃນຕອນແລງວັນ ອາທິດວານນີ້ ເພື່ອຄອບຄອງແຊັ້ມສະມາຄົມບານບ້ວງແຫ່ງຊາດ ຫຼື (NBA).

ທ້າວ ເລີບຣອນ ເຈມສ໌ ໄດ້ນຳພາທິມເລກເກີຣສ໌ ດ້ວຍ 28 ຄະແນນ ແລະ ຣີບາວນ໌ 14 ເທຶ່ອ ແລະ ຊ່ວຍທຳຄະແນນອີກ 10 ເທື່ອຈົນນຳໄປສູ່ການໄດ້ ຮັບຕຳແໜ່ງນັກກິລາທີ່ມີຄຸນຄ່າສູງສຸດຂອງສະມາຄົນບານບ້ວງແຫ່ງຊາດ.

ທ້າວ ເຈມສ໌ ຕອນນີ້ໄດ້ເປັນແຊັ້ມກັບສາມທີມຕ່າງກັນ ແລະ ທີມເລກເກີຣສ໌ ມີສະຖິຕິເປັນແຊັ້ມເທົ່າກັບທີມບອສຕັນ ແຊລຕິກ (Boston Celtics) 17 ເທື່ອ.

ທີມໄມອາມີ ໄດ້ດັນສູ້ໃນການແຂ່ງຂັນການຊະນະຫຼາຍສຸດໃນ 7 ເກມຈົນຮອດເກມທີ 6 ເຖິງແມ່ນວ່ານັກກິລາຄົນສຳຄັນຂອງເຂົາເຈົ້າບາງຄົນໄດ້ຮັບບາດເຈັບກໍຕາມ, ເຊິ່ງລວມມີທ້າວ ແບມ ອາເດບາໂຢ, ຜູ້ທີ່ບໍ່ໄດ້ລົງແຂ່ງຂັນສອງເກມ.

ການແຂ່ງຂັນໃນແລງວັນອາທິດໄດ້ເຮັດໃຫ້ຜູ້ຊົມມີຄວາມບໍ່ແນ່ໃຈເລັກນ້ອຍ ຫຼັງຈາກທິມ ລອສ ແອນເຈີລິສ ນຳໜ້າ 64 ຕໍ່ 36 ຄະແນນໃນເຄິ່ງເວລາ.

ທີມ ໄມອາມີ ຮິທ໌ ໄດ້ຕໍ່ສູ້ຄືນໃນຊ່ວງເວລາທີສີ່, ໂດຍທຳຄະແນນໄດ້ຫຼາຍກວ່າ ທີມ ເລເກີຣສ໌ 35 ຕໍ່ 19 ຄະແນນ, ແຕ່ວ່າການໂຕ້ຄືນມານຳຫຼັງແມ່ນບໍ່ພຽງພໍ.

ທີມລອສ ແອນເຈີລິສ ເລກເກີຣສ໌ ໄດ້ອຸທິດລະດູການແຂ່ງຂັນນີ້ໃຫ້ແກ່ ອະດີດ ດາຣາ ບານບ້ວງ ທ້າວ ໂຄບີ ບຣາຍອັ້ນ ຜູ້ທີ່ໄດ້ເສຍຊີວິດຈາກເຮລີຄອບເຕີຕົກ ໃນເດືອນມັງກອນທີ່ຜ່ານມາ.

ບັນດານັກຫຼິ້ນກິລາໃນທົ່ວສະມາຄົມ ກໍຍັງໄດ້ຖືກພັກການສີ່ເດືອນຍ້ອນໄວຣັສ ໂຄໂຣນາ

ກ່ອນກັບຄືນມາແຂ່ງຂັນອີກໃນທ້າຍເດືອນກໍລະກົດ. NBA ໄດ້ປະສົບ ຜົນສຳເລັດໃນການໃຊ້ແຜນຍຸດທະສາດຟອງນໍ້າ ໂດຍໃຫ້ພວກນັກກິລາອາໄສຢູ່ ແລະ ແຂ່ງຂັນຢູ່ບ່ອນດຽວໃນລັດຟລໍຣິດາ ເພື່ອປ້ອງກັນການຕິດໂຣກ.

ວັນເລີ້ມຕົ້ນລະດູການຕໍ່ໄປຂອງ NBA, ຊຶ່ງໃນລະຫວ່າງປີປົກກະຕິ ແມ່ນ ຈະເລີ້ມຂຶ້ນໃນເດືອນນີ້, ແຕ່ໃນເວລານີ້ມັນຍັງບໍ່ທັນໄດ້ຖືກກຳນົດອອກມາເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG