ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

LeBron ດາວດວງເດັ່ນຂອງທີມ Cavaliers ນຳທີມ ເອົາໄຊຊະນະ ໃນເກມທີ 7 ຂອງ NBA


ກອງໜ້າທີມ Cleveland Cavaliers ທ້າວ LeBron James, ກາງ, ສະເຫຼີມສະຫຼອງກັບສະມາຊິກຂອງທີມ ຫຼັງຈາກ ຍາດໄດ້ໄຊຊະນະ ຈາກທີມ Golden State Warriors ໃນເກມທີ 7 ຂອງຮອບສຸດທ້າຍຂອງສະມາຄົມ
NBA ໃນນະຄອນ Oakland ຂອງລັດ California, ວັນອາທິດ ທີ 19 ມິຖຸນາ 2016.
ກອງໜ້າທີມ Cleveland Cavaliers ທ້າວ LeBron James, ກາງ, ສະເຫຼີມສະຫຼອງກັບສະມາຊິກຂອງທີມ ຫຼັງຈາກ ຍາດໄດ້ໄຊຊະນະ ຈາກທີມ Golden State Warriors ໃນເກມທີ 7 ຂອງຮອບສຸດທ້າຍຂອງສະມາຄົມ NBA ໃນນະຄອນ Oakland ຂອງລັດ California, ວັນອາທິດ ທີ 19 ມິຖຸນາ 2016.

ໃນຄ່ຳຄືນວັນອາທິດວານນີ້ ທີມ Cleveland Cavaliers ໄດ້ຍຸຕິຄວາມຜິດຫວັງ ຂອງກິລາບານບ້ວງ ທີ່ແກ່ຍາວມານານຫຼາຍທົດສະວັດ ໃນນະຄອນ Cleveland ໂດຍການເອົາຊະນະ ທີມ Golden State Warriors ດ້ວຍຄະແນນ 93 ຕໍ່ 89 ທີ່ຕັດສິນ ໃນເກມທີ 7 ຂອງການແຂ່ງຂັນຊິງແຊ້ມຮອບສຸດທ້າຍຂອງ ສະມາຄົມ ບານບ້ວງ ແຫ່ງຊາດ ຫຼື NBA.

ໄຊຊະນະເລີດດັ່ງກ່າວ ໄດ້ທຳລາຍ ລະດູການອັນແຫ້ງແລ້ງ ທີ່ຍາວນານ ເຖິງ 52 ປີ ສຳລັບນະຄອນ Cleveland ຊຶ່ງທີມຕ່າງໆ ໃນກິລາຫຼາຍປະເພດ ຂອງ ນະຄອນ ໄດ້ປະສົບຜ່ານມາ ໃນເມື່ອໃກ້ ຈະເຖິງຈຸດໄຊຊະນະ ແຕ່ໃນທີ່ສຸດ ກໍໄດ້ຜ່າຍແພ້ໄປ.

ມັນຍັງເປັນຂີດໝາຍ ວາລະອັນພິເສດ ໃນອາຊີບຂອງ ທ້າວ LeBron James ດາວເດັ່ນຂອງທີມ ຜູ້ທີ່ໄດ້ເຕີບໃຫຍ່ ໃນເມືອງ Akron ຂອງລັດ Ohio ທີ່ຢູ່ ໃກ້ຄຽງ. ລາວໄດ້ຖືກເລືອກເອົາໂດຍທີມດັ່ງກ່າວ ໃນເວລາລາວໄດ້ປະກາດເຂົ້າ ສະຫະພັນ NBA ໃນປີ 2003 ແຕ່ໄດ້ອອກຈາກທີມ ໃນແງ່ທີ່ບໍ່ດີ ໄປຫາທີມ Miami ບ່ອນທີ່ລາວໄດ້ຮັບໄຊຊະນະ ເປັນແຊ້ມປ້ຽນ 2 ເທືື່ອ ກ່ອນຈະກັບຄືນ ມາຫາທີມ Cleveland ເມື່ອລະດູການແລ້ວນີ້.

“ຂ້າພະເຈົ້າຢູ່ບ້ານເກີດ. ນີ້ເປັນອັນທີ່ຂ້າພະເຈົ້າໄດ້ກັບຄືນມາເພື່ອພວກທ່ານ” ທ້າວ James ໄດ້ກ່າວຫຼັງຈາກທີ່ໄດ້ຖືກສະເໜີຊື່ ໃຫ້ເປັນນັກຫຼິ້ນຍອດຢ້ຽມ ຂອງ ຮອບການແຂ່ງຂັນຊິງແຊ້ມນີ້. ລາວໄດ້ກ່າວຫຼັງຈາກເກມຈົບລົງ ອັນເປັນໄຊຊະນະ ທີ່ພິເສດສຳລັບລາວ ແລ້ວວ່າ “Cleveland ອັນນີ້ແມ່ນເພື່ອເຈົ້າ!”

ທີມ Cavaliers ຍັງໄດ້ເຮັດສິ່ງທີ່ບໍ່ເຄີຍມີມາກ່ອນ ທີ່ໄດ້ປະສົບຜົນສຳເລັດ ໃນ ປະຫວັດສາດຂອງສະທະພັນ ດ້ວຍການກັບຄືນມາ ຈາກທີ່ນຳຫລັງມາ 3 ເກມ ຕໍ່ 1 ໃນການແຂ່ງຂັນຮອບສຸດທ້າຍ ແລ້ວໄດ້ຮັບໄຊຊະນະ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

NBA Finals
please wait
Embed

No media source currently available

0:00 0:01:49 0:00

XS
SM
MD
LG