ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະຫຼວດຕົກໃສ່ ຄຸ້ມຂອງກຸ່ມ Hezbollah ໃນເລບານອນ (ວີດິໂອ)


ຊາຍຊາວເລບານອນຄົນນຶ່ງເບິ່ງຊີ້ນສ່ວນຂອງຈະຫຼວດ
ຊາຍຊາວເລບານອນຄົນນຶ່ງເບິ່ງຊີ້ນສ່ວນຂອງຈະຫຼວດ
​ເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ຂອງເລ​ບາ​ນອນ ​ເວົ້າ​ວ່າ
ຈະຫຼວດສອງ​ລູກ ​ໄດ້​ຕົກໃສ່​ຄຸ້ມ​ນຶ່ງ​ຂອງ​ນະຄອນຫຼວງ​ເບຣຸດ
ຊຶ່ງ​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມຫົວ​ຮຸນ​ແຮງ Hezbollah.

ລາຍ​ງານຫຼາຍກະ​ແສ​ເວົ້າ​ວ່າ ຈະຫຼວດດັ່ງກ່າວ​ໄດ້​ຕົກ​ໃສ່​ເຂດ
​ກໍ້າ​ໃຕ້ຂອງເບຣຸດ ​ເມື່ອ​ວັນ​ອາທິດ​ມື້​ນີ້ ທີ່​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ
​ຢ່າງໜ້ອຍ ສາມ​ຄົນ. ​ ເວລາ​ນີ້ ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ຝ່າຍ
​ໃດເປັນຜູ້ຮັບ​ຜິດ​ຊອບ​ ໃນ​ການ​ຍິງຈະຫຼວດນີ້.

ການ​ໂຈ​ມຕີ​ດ້ວຍຈະຫຼວດດັ່ງກ່າວ ມີ​ຂຶ້ນມື້​ນຶ່ງຫຼັງຈາກ​ທ່ານ Hassan Hasrallah ຫົວ ໜ້າ​ກຸ່ມ Hezbollah ປະຕິ​ຍານ​ວ່າ ກຸ່ມ​ຂອງ​ທ່ານ​ຈະ​ບໍ່ ​ເມີນ​ເສີຍ ຂະນະ​ທີ່​ລັດຖະບານ​ຂອງປະທານາ​ທິບໍດີ Bashar al-Assad ຢູ່​ໃນປະ​ເທດ​ເພື່ອນ​ບ້ານ​ຊີ​ເຣຍ ຖືກ​ໂຈມ​ຕີ.

ທ່ານ Nasrallah ​ເວົ້າໃນ​ຄໍາ​ປາ​ໄສ​ບັ້ນ​ນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ວ່າ​ກຸ່ມ Hezbollah ກໍາລັງ​ສູ້​ລົບ​ຢູ່​ໃນ​ຊີ​ເຣຍ​ ເພື່ອ​ປົກ​ປ້ອງຊີ​ເຣຍ​ໄວ້​ຈາກ​ການ​ຂົ່ມຂູ່​ຂອງ​ພວກ​ຫົວ​ຮຸນ​ແຮງ​ອິສລາມ ​ຊຶ່ງເປັນ​ເທື່ອ​ທໍາ​ອິດ​ທີ່​ທ່ານ Nashrallah ​ໄດ້​ຢືນຢັນ​ຢ່າງ​ເປີດ​ເຜີຍກ່ຽວ​ກັບ ການ​ມີໜ້າ​ແລະ​ສູ້​ລົບ​ຂອງ​ກຸ່ມ Hezbollah ຢູ່​ໃນ​ຊີ​ເຣຍ.

ຄໍາ​ປາ​ໄສ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ນັກ​ລົບ​ຂອງ​ກຸ່ມ Hezbollah ​ແລະ​ຊີ​ເຣຍ ​ໄດ້​ທໍາ​ການ​ລະດົມ​ຍິງຢ່າງ​ໜັກ​ໃສ່​ເມືອງຍຸ​ທະ​ສາດ Qusair ​ໃນ​ການ​ສູ້​ລົບ​ກັນ​ມາ ​ເປັນ​ເວລາ​
ນຶ່ງ​ອາທິດ ​ເພື່ອ​ຍຶດ​ເອົາ​ເມືອງ​ດັ່ງກ່າວ​ຄືນ ​ຈາກຝ່າຍທີ່ຕໍ່ຕ້ານ​ຊີ​ເຣຍ.

XS
SM
MD
LG