ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຄະນະລັດຖະບານ ເລບານອນ ໄຂປະຊຸມ ສຸກເສີນ


ທະຫານແລະເຈັ້າໜ້າທີ່ຮັກສາຄວາມສະຫງົບຂອງເລບານອນ ຢູ່ບ່ອນເກີດເຫດລະເບີດ ທີ່ຄຸ້ມ Ashrafiyeh ໃນເຂດໃຈກາງ ນະຄອນຫຼວງເບຣຸ (19 ຕຸລາ 2012)
ຄະນະລັດຖະບານຂອງເລບານອນພວມເປີດປະຊຸມສຸກເສີນ
ໃນວັນເສົາມື້ນີ້ ນຶ່ງມື້ ຫຼັງຈາກເຫດລະເບີດລົດຂະໜາດແຮງ
ໄດ້ສັງຫານຜູ້ບັນຊາການໜ່ວຍສືບລັບຕຳຫຼວດຂອງປະເທດ.

ມີຜູ້ເສຍຊີວິດ ທັງໝົດ 8 ຄົນ ແລະ ອີກ 80 ກວ່າຄົນ ໄດ້ຮັບ
ບາດເຈັບຍ້ອນເຫດລະເບີດ ໃນວັນສຸກວານນີ້. ລັດຖະບານ ເລບານອນໄດ້ປະກາດໃຫ້ວັນເສົາມື້ນີ້ ເປັນວັນໄວ້ທຸກແຫ່ງ
ຊາດ.

ພວກເດີນຂະບວນໄດ້ປິດຖະໜົນຫົນທາງສາຍຕ່າງໆໃນທົ່ວ
ປະເທດເພື່ອປະທ້ວງ ການວາງລະເບີດໃນຄັ້ງນີ້.

ສື່ມວນຊົນຂອງເລບານອນ ລາຍງານວ່າ ທ່ານ Wissam al-
Hassan ຫົວໜ້າໜ່ວຍສືບລັບຕຳຫຼວດແມ່ນເປົ້າໝາຍໃນການໂຈມຕີດ້ວຍລະເບີດລົດ ມື້ວານນີ້.

ທ່ານ Hassan ເປັນຫົວໜ້າກຳກັບນຳການສືບສວນເບິ່ງການວາງແຜນກ່ຽວກັບການວາງ ລະເບີດເມື່ອໄວໆມານີ້ ທີ່ຍັງຜົນໃຫ້ມີການຈັບກຸມນັກການເມືອງເລບານອນທີ່ນິຍົມຊີເຣຍ ຄົນນຶ່ງ. ນອກນັ້ນແລ້ວ ທ່ານຍັງເປັນຫົວໜ້າກຳກັບ ນຳການສືບສວນທີ່ພາດພິງເຖິງຊີເຣຍ ແລະກຸ່ມ Hezbollah ໃນການສັງຫານມື້ລາງນາຍົກລັດຖະມົນຕີ Rafik Hariri.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີໃນວັນສຸກວານນີ້ເທື່ອ. ເຈົ້າ ໜ້າທີ່ເລບານອນບາງຄົນໄດ້ຖິ້ມໂທດໃສ່ປະທານາທິບໍດີຊີເຣຍທ່ານ Bashar al-Assad ໃນອັນທີ່ພວກທ່ານເອີ້ນ ການຄາດຕະກຳທ່ານ Hassan ນັ້ນ.

ເມື່ອໄວໆມານີ້ ໄດ້ມີການກໍ່ຄວາມຮຸນແຮງເພີ້ມຂຶ້ນຢູ່ໃນເລບານອນຊຶ່ງພົວພັນກັບສົງຄາມ ກາງເມືອງທີ່ນອງເລືອດຢູ່ໃນຊີເຣຍທີ່ໄດ້ເຟືອດຂ້າມຊາຍແດນເຂົ້າໄປໃນເລບານອນນັ້ນ.

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG