ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຊີເຣຍ ແລະ ຊາອຸດີ ຢ້ຽມຢາມເລບານອນ


ຜູ້ນຳຂອງຊີເຣຍແລະຊາອຸດີອາຣາເບຍ ເດີນທາງໄປເຖິງ ເລບານອນແລ້ວໃນວັນສຸກມື້ນີ້ ເພື່ອທຳການພົບປະແບບ ທີ່ບໍ່ຄ່ອຍມີກັນ ແນໃສ່ຫາທາງ ບໍ່ໃຫ້ເກີດຄວາມເຄັ່ງຕຶງ ກ່ຽວກັບຄວາມເປັນໄປໄດ້ ໃນການກ່າວຫາ ຕໍ່ກຸ່ມ HEZBOLLAH ໃນການລອບສັງຫານ ອະດີດນາຍົກ ລັດຖະມົນຕີ ເລບານອນ ທ່ານ RAFIK HARIRI.

ປະທານາທິບໍດີຊີເຣຍ ທ່ານ BASHAR AL-ASSAD ແລະກະສັດ ABDULLAH ແຫ່ງຊາອຸດີອາຣາເບຍ ຈະ ທຳການ ເຈລະຈາຫາລື ກັບປະທານາທິບໍດີ ເລບານອນ ທ່ານ MICHEL SULEIMAN ທີ່ນະຄອນຫຼວງເບຣຸດ ໃນວັນສຸກມື້ນີ້.

ເຈົ້າໜ້າທີ່ເລບານອນ ຈຳນວນຫຼວງຫຼາຍ ໄດ້ໄປຮ່ວມພິທີຕ້ອນຮັບ ທີ່ສະໜາມບິນ ບ່ອນທີ່ ພວກເຈົ້າໜ້າທີ່ ໄດ້ປັກທຸງຊາດ ຂອງປະເທດທັງສາມຮວມກັນ ຊຶ່ງເປັນການສະແດງອອກ ຊຶ່ງໄມຕີຈິດມິດຕະພາບ.

ພວກຜູ້ນຳທັງ 3 ຈະສົນທະນາຫາລືກັນ ກ່ຽວກັບການສືບສວນ ຂອງອົງການສະຫະປະ ຊາຊາດ ໃນການຄາຕະກຳ ອະດີດນາຍົກລັດຖະມົນຕີ ເລບານອນ ທ່ານ HARIRI ຊຶ່ງເປັນບິດາ ຂອງນາຍົກລັດຖະມົນຕີ ຄົນປັດຈຸບັນ ຂອງເລບານອນ.

ການພົບປະທີ່ວ່ານີ້ ແມ່ນຂີດໝາຍເທື່ອທຳອິດ ທີ່ທ່ານ ASSAD ໄດ້ເດີນທາງ ໄປຢ້ຽມຢາມ ນະຄອນຫຼວງເບຣຸດ ນັບແຕ່ໄດ້ມີ ການລອບສັງຫານ.

ກຸ່ມ HEZBOLLAH ໃນເລບານອນ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆ ໃນການ ລອບສັງຫານດັ່ງກ່າວ ແຕ່ມີຄວາມຢ້ານກົວວ່າ ການສືບສວນ ຂອງອົງການ ສະຫະປະຊາຊາດ ຈະຍັງຜົນ ໃຫ້ມີການກ່າວຫາ ຕໍ່ສະມາຊິກບາງຄົນ ຂອງກຸ່ມດັ່ງກ່າວ.

ຊີເຣຍມີຄວາມສຳພັນ ອັນເຂັ້ມແຂງ ກັບກຸ່ມ HEZBOLLAH. ມີຫຼາຍໆປະເທດ ໄດ້ຖິ້ມ ໂທດໃສ່ຊີເຣຍ ໃນການລອບສັງຫານນີ້ ແຕ່ຊີເຣຍ ໄດ້ປະຕິເສດວ່າ ຕົນບໍ່ມີ ສ່ວນພົວພັນໃດໆ.

XS
SM
MD
LG