ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳກຸ່ມເຮ​ສ​ໂບ​ລາ ໃນ​ເລ​ບາ​ນອນ ຕຳ​ໜິ​ຊາ​ອຸ​ດີ ອາ​ຣາ​ເບຍ ຊຶ່ງ​ເຮັດໃຫ້​ຄວາມບາດ​ໝາງ​ ເລິກເຊິ່ງ​ເຂົ້າ​​ໄປ​ອີກ


ທ່ານ Sayyed Hassan Nasrallah ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລາ ກ່າວ​ຢູ່​ໃນ​ວີ​ດິ​ໂອ​ທາງ​ອິນເຕີແນັດ ​ໃນ​ວັນ​ທີ 3 ມິ​ຖຸ​ນາ​, 2022 ໃນ​ພິ​ທີຄົບ​ຮອບ 2 ປີ ຂອງ​ການ​ລອບ​ສັງ​ຫານນາຍ​ພົນ Qassem Soleimani ຂອງ​ອີ​ຣ່ານທີ່​ຖືກ​ໂຈມ​ຕີ​ໂດຍ​​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງແບກ​ແດັດ​ຂອງ​ອີ​ຣັກ
ທ່ານ Sayyed Hassan Nasrallah ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລາ ກ່າວ​ຢູ່​ໃນ​ວີ​ດິ​ໂອ​ທາງ​ອິນເຕີແນັດ ​ໃນ​ວັນ​ທີ 3 ມິ​ຖຸ​ນາ​, 2022 ໃນ​ພິ​ທີຄົບ​ຮອບ 2 ປີ ຂອງ​ການ​ລອບ​ສັງ​ຫານນາຍ​ພົນ Qassem Soleimani ຂອງ​ອີ​ຣ່ານທີ່​ຖືກ​ໂຈມ​ຕີ​ໂດຍ​​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງແບກ​ແດັດ​ຂອງ​ອີ​ຣັກ

ຜູ້ນຳຂອງກຸ່ມຫົວຮຸນແຮງເຮ​ສ​ໂບ​ລາ (Hezbollah) ຂອງເລບານອນ ໄດ້ກ່າວໂຈມຕີຊາ​ອຸ​ດີ ອາ​ຣາ​ເບຍ ຢູ່ໃນການ​ກ່າວ​ຄຳປາໄສ ໃນຕອນແລງວັນຈັນຜ່ານ​ມາ, ໂດຍກ່າວຫາຣາດ​ຊະອານາຈັກໃນອ່າວ​ເປີ​ເຊຍແຫ່ງນັ້ນວ່າ ຊ່ວຍເຜີຍແຜ່ລັດທິຫົວຮຸນແຮງຂອງ​ກຸ່ມລັດອິສລາມໃນທົ່ວໂລກແລະເອົາ​ເລ​ບາ​ນອນເປັນ “ຕົວປະກັນ.” ບັນ​ດານັກວິ​ເຄາະ​ກ່າວ​ວ່າ ການ​ປະ​ທະ​ກັນ​ຂອງ​ກຸ່ມເຮສໂບ​ລາກັບ ຊາ​ອຸ​ດີ ອາ​ຣາ​ເບຍ ເຮັດໃຫ້​ເລ​ບາ​ນອນ ບໍ່ໄດ້​ຮັບການ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນທີ່​ປະ​ເທດນັ້ນ​ມີ​ຄວາມຕ້ອງ​ການ. Dale Gavlak ມີລາຍງານສຳ​ລັບວີໂອ ເອຈາກນະ​ຄອນ​ຫຼວງອຳ​ມານ ຊຶ່ງບົວ​ສະ​ຫວັນ ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຫົວ​ໜ້າ​ກຸ່ມເຮສໂບລາ ທີ່​ໜູນ​ຫຼັງ​ໂດຍ​ອີ​ຣ່ານ, ທ່ານຮາ​ສ​ຊານ ນາ​ສ​ຣາ​ລ​ລາ (Hassan Nasrallah) ໄດ້​ເປີດການກ່າວ​ໂຈມ​ຕີ​ຕໍ່ກະ​ສັດຂອງ​ຊາ​ອຸ​ດີ ຢູ່ໃນ ​ຄຳ​ປາ​ໄສ​ ທີ່​ກ່າວ​ຜ່ານ ທາງ​ໂທ​ລະ​ພາບ. "ຂໍ​ກາບ​ທູນກະສັດ, ຜູ້ກໍ່ການຮ້າຍແມ່ນ (ຝ່າຍ) ທີ່ສົ່ງອອກອຸດົມການແດ​ສ (Daesh) ໄປສູ່ໂລກແລະພວກເຂົາເຫຼົ່າ​ນັ້ນກໍແມ່ນພະ​ອົງ​ເອງ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ໂດຍເອີ່ນເຖິງກຸ່ມລັດອິສລາມ, ທີ່ໃຊ້ຊື່ທີ່ຮູ້ກັນດີໃນພາສາອາຣັບ. ທ່ານ​ຍັງ​ໄດ້​ກ່າວ​ຫາຊາ​ອຸ​ດີ ອາ​ຣາ​ເບຍວ່າ​ ໄດ້​ສົ່ງ​ພວກ​ໂຈມ​ຕີ​ສະຫລະ​ຊີບ​ຂອງຊາ​ອຸ​ດີ​ໄປ​ຍັງ​ຊີ​ເຣຍ ​ແລະ​ອີຣັກພ້ອມ​ທັງ ​ເຮັດ​ສົງຄາມ​ໃນ​ເຢ​ເມນອີກ.

ໃນອາທິດແລ້ວນີ້, ກະສັດ​ຊາ​ລ​ມານ (Salman) ຂອງຊາ​ອຸ​ດີໄດ້ຮຽກຮ້ອງໃຫ້ ຊາວເລບານອນຍຸດຕິສິ່ງທີ່ທ່ານເອີ້ນວ່າ "ການຄວບຄຸມຂອງພວກກໍ່ການຮ້າຍ ເຮສໂບລາ" ໃນເລບານອນ. ຊາວເລບານອນຫຼາຍຄົນຫວັງວ່າ ການລາອອກ ຂອງອະດີດລັດຖະມົນຕີກະ​ຊວງ​ຖະ​ແຫລງຂ່າວຂອງພວກເຂົາເຈົ້າ ຈະເຮັດ​ໃຫ້ ສົງຄາມຄໍາເວົ້າລະຫວ່າງສອງຝ່າຍສິ້ນ​ສຸດ​ລົງ, ແຕ່ທ່ານນາ​ສ​ຣາ​ລ​ລາກໍໄດ້ເປີດ ບາດແຜເກົ່າຄືນມາ​ອີກ.

ທ່ານ​ຮາ​ບິບ ມາ​ລິກ (Habib Malik), ສາດສະດາຈານວິ​ຊາປະຫວັດສາດ ທີ່ ມະຫາວິທະຍາໄລອາ​ເມ​ຣິ​ກັນໃນ​ເລ​ບາ​ນອນ ຊີ້ໃຫ້ເຫັນເຖິງຄວາມພະຍາຍາມທີ່​ຖືກກ່າວ​ຫາ ຂອງກຸ່ມເຮສໂບລານິ​ກາຍ​ຊີ​ໄອ (Shi’ite) ໃນ​ການເພີ້ມ​ຂະ​ຫຍາຍ ອອກ​ຢ່າງວ່ອງ​ໄວ ຂອງຢາເສບຕິດ ໃນອ່າວ​ເປີ​ເຊຍ ໂດຍຜ່ານການສົ່ງອອກຫມາກໄມ້ ທີ່ປອມ​ແປງ. ທ່ານກ່າວຕໍ່ວີໂອເອວ່າ ກຸ່ມເຮສໂບລາຍັງໄດ້ສົ່ງ “ຄູຝຶກ, ອາວຸດ ແລະບຸກຄະລາກອນໄປປະຈຳການໃນເຢເມນຢ່າງ​ເປັນ​ປົກ​ກະ​ຕິເພື່ອຊ່ວຍ [ພວກກະບົດ] ຮູ​ຕີ ຕໍ່ຕ້ານຊາວຊາ​ອຸ​ດີ.” ແລະມັນກໍເຮັດ​ຕາມ​ຄຳ​ສັ່ງອີຣ່ານຢູ່ ໃນເລບານອນ.

ທ່ານ​ຮາ​ບີບ ມາ​ລິກ ​ກ່າວ​ດັ່ງ​ນີ້:
"ທ່ານນາ​ສ​ຣາ​ລ​ລາທີ່ກ່າວວ່າ ແມ່ນຊາ​ອຸ​ດີ ອາຣາເບຍທີ່ຢູ່ເບື້ອງຫຼັງລັດທິຫົວ​ຮຸນ​ແຮງ​ຂອງ​ຊາວ​ຊຸນ​ນີ ແລະແດ​ສ (Daesh), ໂດຍສະເພາະແມ່ນ​ຢູ່ໃນອີຣັກ. ຂ້າ​ພະ​ເຈົ້າ​ກໍບໍ່ໄດ້​ປົກ​ປິດປະ​ຫວັດອັ​ນບໍ່​ດີ ​ຂອງ​ຊາ​ອຸ​ດີ ​ຄືກັນ. ມັນມີຄວາມຈິງບາງ ຢ່າງຢູ່ໃນນັ້ນ. ແຕ່​ການ​ລະ​ເມີດໃນ​ຮູບ​ແບບ​ນຶ່ງ ​ບໍ່ສາ​ມາດເປັນ​ເຫດ​ຜົນປົກ​ປ້ອງ​ໃຫ້ແກ່​ເຫດ​ການ​ອື່ນໄດ້. ການໂຈມຕີທີ່ເກີດຂຶ້ນເລື້ອຍໆ ຢູ່ອ່າວ​ເປີ​ເຊຍແລະຊາ​ອຸ​ດີ ອາ​ຣາ​ເບຍນີ້ ສະແດງໃຫ້ເຫັນວ່າ ກຸ່ມເຮສໂບລາສາມາດໃຫ້​ຄວາມສົນໃຈ ຫນ້ອຍກວ່າກ່ຽວກັບຊາວເລບານອນຫຼາຍແສນຄົນ ທີ່ເຮັດວຽກຢູ່ໃນອ່າວ​ເປີ​ເຊຍທີ່ອາດໄດ້ຮັບຜົນກະທົບທາງລົບໄດ້ງ່າຍ ຈາກຖ້ອຍຄໍາປະເພດນີ້. ກຸ່ມເຮສໂບລາບໍ່ສົນໃຈຕໍ່ເລບານອນ ຫຼືຜົນປະໂຫຍດຂອງປະ​ເທດນັ້ນ. ກຸ່ມເຮສໂບ ລາ ແມ່ນພຽງແຕ່ປະຕິບັດຕາມຄໍາແນະນໍາ ແລະດຳ​ລັດ​ຄຳ​ສັ່ງຂອງຄົນ​ຕ່າງດ້າວ​ຢູ່ຕ່າງປະເທດທີ່ມີຈຸດປະສົງເພື່ອຂະຫຍາຍອິດ​ທະ​ພົນຢູ່ໃນພາກພື້ນ ໂດຍບໍ່ຫວ່ງວ່າ​ ຈະ​ມີ​ຜົນ​ເສຍ​ຫາຍ​ຫລາຍປານ​ໃດ​ກໍ​ຕາມ."

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລ​ບາ​ນອນ, ທ່ານນາ​ຈິບ ມິ​ຄາ​ຕີ (Najib Mikati) ໄດ້​ຕຳ​ໜິ​ທ່ານ​ນາ​ສ​ຣາ​ລ​ລາໂດຍ​ກ່າວ​ວ່າ, “​ເລ​ບາ​ນອນບໍ່ໄດ້​ມີ​ຄວາມ​ສົນ​ໃຈ ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ອາ​ຣັບ, ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໃນ​ອ່າວ​ເປີ​ເຊຍ ​ເສຍ​ໃຈ​ເລີຍ.”

ບັນດາ​ປະ​ເທດອາ​ຣັບ​ໃນ​ເຂດ​ອ່າວ​ເປີ​ເຊຍ ໄດ້​ໃຫ້ການ​ຊ່ວຍ​ເຫລືອຢ່າງ​ຫລວງ​ຫລາຍແກ່​ເລ​ບາ​ນອນ​ທີ່​ຖືກ​ກັບ​ດັກດ້ານ​ການ​ເງິນໃນ​ອະດີດ. ບັນດານັກວິຈານໄດ້ຖິ້ມໂທດ ໃສ່ກຸ່ມເຮສໂບລາ​ວ່າ​ສ້າງຄວາມເສຍຫາຍຕໍ່ສາຍສໍາພັນກັບປະ​ເທດອາ​ຣັບ​ໃນ​ເຂດອ່າວ​ເປີ​ເຊຍ, ທີ່ໄດ້ຢຸດໃຫ້ການຊ່ວຍເຫຼືອທາງດ້ານການເງິນ ແກ່​ປະ​ເທດນັ້ນ ຍ້ອນການແຊກແຊງຂອງອີຣ່ານ ເຂົ້າ​ໃນ​ວຽກ​ງານຂອງເລບານອນ.

ໃນ​ສອງ​ປີ​ທີ່​ຜ່ານ​ມາ, ເລ​ບາ​ນອນ ​ໄດ້​ປະ​ສົບ​ກັບ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ເຊື້ອ​ໄຟ, ພະ​ລັງ​ງານ ແລະ​ວິ​ກິດ​ການ​ທາງ​ສັງ​ຄົມດັ່ງ​ທີ່​ທະ​ນາ​ຄານ​ໂລກ​ບັນ​ຍາຍວ່າ “ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.” ສະກຸນເງິນຂອງເລບານອນໄດ້ ຫລຸດ​ຄ່າ​ລົງຫຼາຍກວ່າ 90 ເປີເຊັນຂອງມູນຄ່າຂອງມັນ ແລະຊາວເລບານອນ 4 ​ໃນ 5 ຄົນ​ໃດ ປັດຈຸບັນແມ່ນອາໄສຢູ່ໃນ​ສະ​ພາບ​ ທີ່​ຕ່ຳ​ກວ່າເສັ້ນ​ກຳ​ນົດຄວາມ ທຸກຍາກ ຂອງອົງ​ການສະຫະປະຊາຊາດ.

ຜູ້ສັງເກດການທາງດ້ານການເມືອງ, ທ່ານ​ນາງ​ບາ​ເຣຍ ອາ​ລາ​ມຸດ​ດິນ (Baria Alamuddin) ທີ່ຂຽນ​ຢູ່ໃນຫນັງສືພິມ Saudi Arab News ​ເວົ້າວ່າ ສະຖາ ນະການທີ່ຮ້າຍແຮງລົງຂອງເລບານອນ ສ່ວນນຶ່ງກໍ​ເປັນ​ຍ້ອນອີຣ່ານ ແລະກຸ່ມ ເຮສໂບລາ ເຊິ່ງໃນໄລຍະ 16 ປີຜ່ານມານີ້ ໄດ້ມີອິດທິພົນຄອບ​ງຳ ຢ່າງໃຫຍ່ຫຼວງ. ທ່ານ​ນາງ​ຂຽນເມື່ອ​ມໍ່ໆ​ມານີ້ອີກວ່າ "ກຸ່ມເຮສໂບລາໄດ້ຄອບຄອງປະ​ເທດ​ດັ່ງ​ກ່າວ ແຕ່ຜັດຢູ່ນອກຫຼັກການ ແລະຄ່າ​ນິ​ຍົມ​ຂອງ​ປະ​ເທດ ແລະບ່ອນທໍາລາຍ​ຕໍ່ອະທິປະໄຕ ແລະຄວາມຖືກ​ຕ້ອງຊອບທໍາຂອງປະ​ເທດນັ້ນ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG