ປະທານາທິບໍດີ Michel Suleiman ແຫ່ງເລບານອນໄດ້ເລື່ອນການການໂອ້ລົມສົນທະນາກັນ ກ່ຽວກັບການຈັດຕັ້ງຄະນະລັດຖະບານຊຸດໃໝ່ຂຶ້ນນັ້ນ ອອກໄປເປັນເວລານຶ່ງສັບປະດາ.
ທໍານຽບປະທານາທິບໍດີເລບານອນປະກາດເລື້ອງນີ້ໃຫ້ຮູ້ໃນວັນຈັນມື້ນີ້ ຊຶ່ງມີການຄາດກັນມາກ່ອນວ່າ ຈະເປັນມື້ລິເລີ້ມການໂອ້ລົມສົນທະນາກັນເປັນເວລາ 2 ມື້ນັ້ນ.
ທ່ານ Suleiman ບໍ່ໄດ້ໃຫ້ເຫດຜົນທີ່ເຈາະຈົງໃດໆກ່າວກັບການເລື່ອນເວລາ ການພົບປະຫາລືກັນນີ້ ແຕ່ກອງປະຊຸມສຸດຍອດນາໆຊາດ ຈະພົບປະກັນໃນຕອນບ່າຍມື້ນີ້ ທີ່ປະເທດຊີເຣຍ ກ່ຽວກັບວິກິດການດັ່ງກ່າວ.
ໃນສັບປະດາຜ່ານມານີ້ ກຸ່ມ Hezbollah ແລະພັນທະມິດ ໄດ້ພາກັນລາອອກຈາກຄະນະລັດຖະບານທີ່ໄດ້ຮັບການສະໜັບສະໜຸນຈາກຝ່າຍຕາເວັນຕົກນັ້ນ ຍ້ອນຄວາມເຄັ່ງຕຶງກ່ຽວກັບການສືບສວນສອບສວນຂອງສານສະຫະປະຊາຊາດ ກ່ຽວກັບການລອບສັງຫານ ມື້ລາງນາຍົກລັດຖະມຸນຕີ Rafiq Hariri ບິດາຂອງນາຍົກລັດຖະມຸນຕີຮັກສາການຊົ່ວຄາວ ທ່ານ Saad Hariri ນັ້ນ.
ຜູ້ນໍາຂອງກຸ່ມທະຫານບ້ານ Hezbollah ນິກາຍ Shi’ite ທ່ານ Hassan Nasrallah ບໍ່ຍອມໃຫ້ການສະໜັບສະໜຸນຕໍ່ລູກຊາຍຂອງມື້ລາງຜູ້ນໍາພາປະເທດທີ່ໄດ້ຖືກລອບສັງຫານນັ້ນ ໂດຍກ່າວຫາວ່າ ນາຍົກລັດຖະມຸນຕີ Hariri ບໍ່ຍອມປະຕິບັດຕາມຂໍ້ຕົກລົງທີ່ວ່າຈະປະຕິເສດການສືບສວນຂອງສານສະຫະປະຊາຊາດນັ້ນ ຍ້ອນການກົດດັນຢ່າງໜັກຈາກສະຫະລັດແລະອິສຣາແອນ.
ມີຫລາຍຄົນຄາດວ່າ ສານອາຍາດັ່ງກ່າວຈະຟ້ອງຮ້ອງພວກສະມາຊິກບາງຄົນຂອງກຸ່ມ Hezbollah ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້.