ປະທານາທິບໍດີເລບານອນໄດ້ຮ້ອງຂໍໃຫ້ນາຍົກລັດຖະມົນຕີ
ທ່ານ Saad Hariri ເປັນຜູ້ນຳພາລັດຖະບານຮັກສາການ
ຫຼັງຈາກຄະນະລັດຖະບານປະສົມຂອງເລບານອນ ໄດ້ພັງ
ທະລາຍລົງໃນວັນພຸດວານນີ້.
ໃນວັນພະຫັດມື້ນີ້ ທຳນຽບປະທານາທິບໍດີ Michel Su-
leiman ໄດ້ຮ້ອງຂໍໃຫ້ ທ່ານ Hariri ສືບຕໍ່ເປັນຜູ້ຮັກສາ
ການ ຈົນກວ່າຈະມີການສ້າງຕັ້ງລັດຖະບານຊຸດໃໝ່.
ບັນດາລັດຖະມົນຕີຂອງກຸ່ມ Hezbollah ທີ່ເປັນຝ່າຍຄ້ານ
ແລະພັນທະມິດໄດ້ພາກັນລາອອກ ເພື່ອເປັນການປະທ້ວງ
ຕໍ່ການສືບສວນທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດກ່ຽວກັບການ
ຄາດຄະກຳມື້ລາງນາຍົກລັດຖະມົນຕີເລບານອນທ່ານ Rafiq Hariri ໃນປີ 2005. ພວກ
ເຂົາເຈົ້າປະກອບເປັນສະມາຊິກ 11 ທ່ານຂອງຄະນະລັດຖະບານທີ່ມີທັງໝົດ 30 ທ່ານ.
ທ່ານ Hariri ທີ່ເປັນບຸດຊາຍຂອງມື້ລາງນາຍົກລັດຖະມົນຕີ Rafiq Hariri ມີກຳນົດທີ່ຈະ
ປຶກສາຫາລືກ່ຽວກັບການພັງທະລາຍລົງຂອງລັດຖະບານທ່ານໃນວັນພະຫັດມື້ນີ້ ກັບປະ
ທານາທິບໍດີຝຣັ່ງ ທ່ານ Nicolas Sarkozy.
ການລາອອກຂອງລັດຖະມົນຕີຝ່າຍຄ້ານມີຂຶ້ນຂະນະທີ່ທ່ານ Hariri ພວມພົບປະກັບປະ
ທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ. ຖະແຫຼງຂ່າວສະບັບນຶ່ງຂອງທຳນຽບຂາວ
ກ່າວວ່າທ່ານໂອບາມາໄດ້ຍົກຍ້ອງທ່ານ Hariri ວ່າເປັນຜູ້ນຳທີ່ແນ່ວແນ່ແລະການດຳເນີນ ຄວາມພະຍາຍາມເພື່ອໃຫ້ໄດ້ມາຊຶ່ງສັນຕິພາບ ສະຖຽນລະພາບ ແລະຄວາມເປັນເອກກະ
ພາບໃນເລບານອນພາຍໃຕ້ສະພາບການທີ່ຍຸ່ງຍາກສັບສົນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ການກະ
ທຳຂອງກຸ່ມ Hezbollah ແມ່ນເປັນການດຳເນີນຄວາມພະຍາຍາມຢ່າງ ຈະແຈ້ງເພື່ອຢາກ
ລຶບລ້າງຄວາມຍຸຕິທຳແລະບ່ອນທຳລາຍອະທິປະໄຕແລະເອກກະລາດຂອງເລບານອນ.
ພວກນັກສັງເກດການ ກ່າວວ່າ ສິ່ງທີ່ພາໃຫ້ກຸ່ມ Hezbollah ຖອນໂຕຢ່າງກະທັນຫັນ
ອອກຈາກລັດຖະບານ ແມ່ນເປັນຍ້ອນຄວາມລົ້ມແຫຼວໃນການເຈລະຈາ ລະຫວ່າງຊີເຣຍ ຊຶ່ງເປັນຜູ້ໃຫ້ການສະໜັບສະໜຸນ ຕໍ່ກຸ່ມຫົວຮຸນແຮງຊີໄອທ໌ ແລະຊາອຸດີອາຣາເບຍ ຊຶ່ງ
ເປັນພັນທະມິດຂອງທ່ານ Hariri ທີ່ພະຍາຍາມຊອກຫາຊ່ອງທາງ ໃຫ້ມີການຜ່ອນສັ້ນ ຜ່ອນຍາວກ່ຽວກັບການຕັ້ງສານສະຫະປະຊາຊາດ.