ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ເລບານອນ ທ່ານ ຊາອາດ ຮາຣີຣີ ຈະເດີນທາງ ໄປປະເທດຝຣັ່ງ ໃນໄວໆນີ້


ນາຍົກລັດຖະມົນຕີ ເລບານອນ ທ່ານ Saad Hariri ໃຫ້ສຳພາດສົດ ກັບສະຖານີໂທລະພາບ ໃນນະຄອນຫຼວງ Riyadh ປະເທດ Saudi Arabia, ວັນທີ 12 ພະຈິກ 2017.
ນາຍົກລັດຖະມົນຕີ ເລບານອນ ທ່ານ Saad Hariri ໃຫ້ສຳພາດສົດ ກັບສະຖານີໂທລະພາບ ໃນນະຄອນຫຼວງ Riyadh ປະເທດ Saudi Arabia, ວັນທີ 12 ພະຈິກ 2017.

ນາຍົກລັດຖະມົນຕີເລບານອນ ທ່ານ Saad Hariri ໄດ້ຮັບເອົາການສະເໜີທີ່
ຈະເດີນທາງໄປຝຣັ່ງ ໃນໄລຍະສອງສາມມື້ຂ້າງໜ້ານີ້ ຊຶ່ງເປັນການເຄື່ອນໄຫວ
ຫລ້າສຸດ ໃນເຫດການທີ່ດຳເນີນມາເກືອບສອງອາທິດ ຫ້ອມລ້ອມການປະກາດ
ກ່ຽວກັບການລາອອກຂອງທ່ານໃນຕົ້ນເດືອນນີ້.

ທ່ານ Hariri ໄດ້ພຳນັກຢູ່ປະເທດຊາອຸດີ ອາຣາເບຍ ນັບແຕ່ທ່ານໄດ້ປະກາດ
ລາອອກ ຊຶ່ງພາໃຫ້ເກີດມີຄຳຖາມກ່ຽວກັບວ່າ ທ່ານໄດ້ຖືກກັກຕົວໄວ້ຢູ່ທີ່ນັ້ນຫຼື
ບໍ່ ແລະພາໃຫ້ປະທານາທິບໍດີເລບານອນ ທ່ານ Michel Aoun ປະກາດວ່າ
ທ່ານໄດ້ຖືກຄຸມຂັງຢູ່ທີ່ນັ້ນ.

ປະທານາທິບໍດີ ຂອງເລບານອນ ທ່ານ Michel Aoun ແມ່ນເຫັນໄດ້ຢູ່ທີ່ ທຳນຽບປະທານາທິບໍດີ Baabda ໃນນະຄອນຫຼວງ Lebanon, ວວັນທີ 7 ພະຈິກ 2017.
ປະທານາທິບໍດີ ຂອງເລບານອນ ທ່ານ Michel Aoun ແມ່ນເຫັນໄດ້ຢູ່ທີ່ ທຳນຽບປະທານາທິບໍດີ Baabda ໃນນະຄອນຫຼວງ Lebanon, ວວັນທີ 7 ພະຈິກ 2017.

ປະທານາທິບໍດີ Aoun ກ່າວວ່າ ທ່ານຈະບໍ່ຮັບເອົາ ການລາອອກ ຂອງທ່ານ Hariri ຢ່າງເປັນທາງການເທື່ອ ຈົນກວ່າຜູ້ກ່ຽວຈະເດີນທາງກັບຄືນໄປເລບານອນເສຍກ່ອນ.

ປະທານາທິບໍດີກ່າວໃນວັນພະຫັດມື້ນີ້ວ່າ ທ່ານຫວັງວ່າ ການທີ່ທ່ານ Hariri
ຮັບເອົາການເຊື້ອເຊີນຂອງຝຣັ່ງ ຈະເຮັດໃຫ້ວິກິດການສິ້ນສຸດລົງ. ປະທານາ
ທິບໍດີ Aoun ກ່າວຕື່ມວ່າ ທ່ານຈະຕັດສິນໃຈກ່ຽວກັບການເອົາບາດກ້າວໃນ
ຂັ້ນຕໍ່ໄປ ສຳລັບລັດຖະບານເລບານອນ ເມື່ອທ່ານ Hariri ກັບຄືນມາເຖິງປະ
ເທດແລ້ວ.

ລັດຖະມົນຕີການຕ່າງປະເທດຊາອຸດີ ທ່ານ Abel al-Jubeir ໃນວັນພະຫັດມື້
ນີ້ ໄດ້ປະຕິເສດຕໍ່ການກ່າວຫາ ທີ່ບໍ່ມີພື້ນຖານ ທີ່ວ່າ ຊາອຸດີ ອາຣາເບຍຄຸມຂັງ
ທ່ານ Hariri ແລະກ່າວວ່າ ມັນຂຶ້ນກັບທ່ານ ທີ່ຈະຕັດສິນໃຈເດີນທາງໄປຈາກ
ຊຸອຸດີ ອາຣາເບຍ.

ຊາອຸດີ ອາຣາເບຍ​ ໃຫ້ການສະໜັບສະໜູນທ່ານ Hariri ແລະເປັນພັນທະມິດ
ຂອງທ່ານ ໃນລະຫວ່າງທີ່ເກີດບັນຫາຂັດແຍ້ງທາງການເມືອງຢູ່ໃນເລບານອນ
ກັບກຸ່ມ Hezbollah ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ.

ໃນຄຳຖະແຫຼງລາອອກຂອງທ່ານ ທີ່ຖ່າຍທອດທາງໂທລະພາບຈາກຊາອຸດີ
ອາຣາເບຍນັ້ນທ່ານ Hariri ໄດ້ປະນາມອີຣ່ານແລະກຸ່ມ Hezbollah ທີ່ສ້າງ
ຄວາມແຕກແຍກໃນໝູ່ບັນດາປະເທດອາຣັບແລະເວົ້າວ່າ ທ່ານຢ້ານຈະຖືກ
ຄາດຕະກຳ. ບິດາຂອງທ່ານ ອະດີດນາຍົກລັດຖະມົນຕີ Rafik Hariri ໄດ້ຖືກ
ສັງຫານດ້ວຍການວາງລະເບີດ ໃນປີ 2005.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG