ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຊາອຸດີ ອາເຣເບຍ ກ່າວວ່າ ເພິ່ນໄດ້ຢືນຢັນ ແຜນລອບສັງຫານ ທ່ານ ຮາຣີຣີ


ນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ອາລ-ຮາຣີຣີ ທີ່ທຳນຽບລັດຖະບານໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 24 ຕຸລາ, 2017.
ນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ອາລ-ຮາຣີຣີ ທີ່ທຳນຽບລັດຖະບານໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 24 ຕຸລາ, 2017.

ທ່ານ ເທເມີ ອາລສັບຮານ ລັດຖະມົນຕີ ກິດຈະການອ່າວເປີເຊຍ ຂອງ ຊາອຸດີ ອາເຣ
ເບຍ ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານ “ໄດ້ເວົ້າຢໍ້າ” ກ່ຽວກັບການວາງແຜນລັບລອບ
ສັງຫານ ທ່ານ ສະອາດ ຮາຣີຣີ ນາຍົກລັດຖະມົນຕີ ເລບານອນ ຈາກລາຍລະອຽດ
ສ່ວນຕົວທາງດ້ານການຮັກສາຄວາມປອດໄພຂອງທ່ານຜູ້ນຳ.

ທ່ານ ອາລສັບຮານ ໄດ້ບອກສະຖານີໂທລະພາບ Future ຂອງອາຣັບ ຊຶ່ງທ່ານ
ຮາຣີຣີ ເປັນເຈົ້າຂອງນັ້ນວ່າ ຜູ້ນຳ ເລບານອນ ໄດ້ໄປນະຄອນຫຼວງ ຣີຢາດ. ທ່ານ
ອາລສັບຮານ ເວົ້າຕື່ມວ່າ ທ່ານ ຮູ້ດີ “ກ່ຽວກັບໄພຂົ່ມຂູ່ດ້ານຄວາມປອດໄພຕໍ່ທ່ານນາ
ຍົກດັ່ງກ່າວ ແລະ ພະລາດຊະອານາຈັກ ອາຣັບ ກໍຮັກສາລະວັງຄວາມປອດໄພໃຫ້
ຢ່າງເຄັ່ງຄັດ.”

ທ່ານ ຮາຣີຣີ ໄດ້ປະກາດວ່າ ທ່ານຈະລາອອກຈາກຕໍ່າແໜ່ງໃນວັນເສົາວານນີ້ ລຸນຫຼັງ
ກ່າວຄຳປາໄສໂຈມຕີ ອີຣ່ານ ຢ່າງໜັກ ລວມທັງພວກທະຫານບ້ານຕົວແທນຂອງເຂົາ
ຄືພວກ ເຮສໂບລາ ທີ່ຢູ່ທັງໃນເລບານອນ ແລະ ຢູ່ທົ່ວໄປໃນຂົງເຂດດັ່ງກ່າວ. ການລາ
ອອກທີ່ວ່ານີ້ ໄດ້ມີຂຶ້ນລຸນຫຼັງການປຶກສາຫາລືກັບພວກຜູ້ນຳ ຊາອຸດີ ອາເຣເບຍ ໃນ
ນະຄອນຫຼວງ ຣີຢາດ ແລະ ການປະຊຸມກ່ອນໜ້ານັ້ນ ກັບທີ່ປຶກສາດ້ານນະໂຍບາຍ
ຕ່າງປະເທດຂັ້ນສູງສຸດຂອງ ອີຣ່ານ ທ່ານ ອາລີ ອາກບາ ເວລາຢາຕີ ທີ່ນະຄອນ ເບຣູດ.

ທ່ານ ມີແຊລ ອາອູນ ປະທານາທິບໍດີ ເລບານອນ ໄດ້ແຈ້ງໃຫ້ຊາບວ່າ ສຳນັກງານ
ຂອງທ່ານ ຮາຣີຣີ ໄດ້ໂທລະສັບຫາເພິ່ນຈາກນອກ ເລບານອນ ເພື່ອແຈ້ງໃຫ້ຊາບເຖິງ
ຂ່າວເລື່ອງການລາອອກນັ້ນ. ພວກນັກວິຈານທັງຫຼາຍເວົ້າກ່ຽວກັບສະຖານີໂທລະພາບ
ທີ່ ຊາອຸ ເປັນເຈົ້າຂອງຄື ອາລ ອາຣາບີຢາ ນັ້ນໂດຍເນັ້ນວ່າ ຄຳປາໄສການລາອອກ
ຂອງທ່ານ ຮາຣີຣີ ໄດ້ມີຂຶ້ນຢູ່ນະຄອນຫຼວງ ຣີຢາດ ຂອງ ຊາອຸ ແລະ ວ່າມັນມີຄວາມ
ສຳຄັນໃນຂັ້ນຂົງເຂດ.

ໃນຄຳປາໄສດັ່ງກ່າວທ່ານໄດ້ກ່າວຫາທັງ ອີຣ່ານ ແລະ ພວກ ເຮສໂບລາ ທີ່ເປັນທະ
ຫານບ້ານຮຸ່ນໃຫ້ ອີຣ່ານ ວ່າສ້າງຄວາມບໍ່ທຸ່ນທ່ຽງໃຫ້ ເລບານອນ ແລະ ທົ່ວທັງຂົງ
ເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG