ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລບານອນ ປະກາດພາວະສຸກເສີນ ໄລຍະ 2 ອາທິດ ຫຼັງຈາກເກີດເຫດລະເບີດແຕກຮ້າຍແຮງ


ຄວາມເສຍຫາຍຂະໜາດໃຫຍ່ຕໍ່ຕຶກ ຈາກເຫດລະເບີດແຕກ ໃນນະຄອນຫຼວງ ເບຣຸດ ຂອງເລບານອນ ເມື່ອວັນພຸດ ທີ 5 ສິງຫາ 2020.
ຄວາມເສຍຫາຍຂະໜາດໃຫຍ່ຕໍ່ຕຶກ ຈາກເຫດລະເບີດແຕກ ໃນນະຄອນຫຼວງ ເບຣຸດ ຂອງເລບານອນ ເມື່ອວັນພຸດ ທີ 5 ສິງຫາ 2020.

ພວກພະນັກງານກູ້ໄພໃນເບຣຸດ ໄດ້ພາກັນຄົ້ນຫາພວກທີ່ຫາຍສາບສູນ ໃນວັນພະຫັດມື້ນີ້ ໃນຂະນະທີ່ປະເທດ ໄວ້ອາໄລແກ່ພວກທີ່ຖືກຂ້າຕາຍ ໃນເຫດລະເບີດແຕກຂະໜາດໃຫຍ່ໃນວັນອັງຄານຜ່ານມາ ຢູ່ທີ່ທ່າເຮືອຂອງນະຄອນຫຼວງເບຣຸດ.

ກະຊວງສາທາລະນະສຸກ ໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດ ໄດ້ເພີ້ມສູງຂຶ້ນເຖິງ 137 ຄົນ ພ້ອມກັບຜູ້ໄດ້ຮັບບາດເຈັບຫຼາຍກວ່າ 5,000 ຄົນ ໃນເຫດການລະເບີດ. ບັນດາເຈົ້າໜ້າທີ່ ຄາດໝາຍວ່າ ຈຳນວນຂອງການເສຍຊີວິດ ຈະສູງຂຶ້ນອີກ.

ຄະນະລັດຖະບານຂອງເລບານອນ ໄດ້ປະກາດພາວະສຸກເສີນເປັນໄລຍະ 2 ອາທິດ ແລະໄດ້ສັ່ງການໃຫ້ທະຫານຄວບຄຸມໂຕໄວ້ໃນເຮືອນສໍາລັບຜູ້ໃດກໍຕາມ ທີ່ມີສ່ວນກ່ຽວຂ້ອງກັບການເກັບວັດຖຸລະເບີດໄວ້ໃນສາງ ທີ່ໄດ້ແຕກຂຶ້ນຢູ່ທ່າເຮືອນັ້ນ.

ທາງການກຳລັງສືບສວນສອບສວນວ່າ ແມ່ນຫຍັງພາໃຫ້ເກີດການລະເບີດ ແລະບັນດາຜູ້ນຳ ໄດ້ເພັ່ງເລັງໃສ່ສິ່ງທີ່ພວກເພິ່ນ ໄດ້ກ່າວວ່າ ເປັນສານເຄມີ ອາມໂມນຽມ ໄນເທຣດ ທີ່ໄດ້ຖືກເກັບມ້ຽນໄວ້ຢູ່ໃນສາງຂອງທ່າເຮືອ ມາໄດ້ 6 ປີແລ້ວນັ້ນ.

ປະທານາທິບໍດີ ມິແຊລ ອາອູນ ໄດ້ປະຕິຍານວ່າ ພວກທີ່ຮັບຜິດຊອບ ຈະປະເຊີນກັບ “ການລົງໂທດທີ່ໜັກທີ່ສຸດ.”

ເຫດການລະເບີດ ໄດ້ທຳລາຍພື້ນທີ່ທ່າເຮືອທີ່ສຳຄັນໃຫ້ພັງພິນາດ ແລະຄວາມແຮງຂອງລະເບີດໄດ້ພັດເອົາປະຕູ ແລະປ່ອງຢ້ຽມຂອງບ້ານເຮືອນທັງຫຼາຍທີ່ຢູ່ໄກຈາກທ່າເຮືອອອກໄປ ແລະໄດ້ເຮັດໃຫ້ຕຶກອາຄານຈຳນວນຫຼວງຫຼາຍເສຍຫາຍ ໜັກ.

ເຈົ້າຄອງນະຄອນເບຣຸດ ທ່ານມາຣວານ ອາບບູດ ໄດ້ກ່າວໃນວັນພຸດວານນີ້ ວ່າ “ສະພາບການຫາຍະນະ” ນີ້ ເຮັດໃຫ້ປະຊາຊົນປະມານ 300,000 ຄົນ ຂາດ ເຮືອນຢູ່ອາໄສ.

ຜົນຕິດຕາມມາ ກໍຄືໂຮງໝໍທັງຫຼາຍແມ່ນຖ້ວມລົ້ນໄປດ້ວຍພວກຄົນທີ່ສະ ແຫວງຫາການຮັກສາປິ່ນປົວ. ພວກທີ່ລອດຊີວິດທີ່ໃບໜ້າແລະເສື້ອຜ້າເຕັມໄປດ້ວຍຄາບເລືອດ ໄດ້ພາກັນຍ່າງຢູ່ຕາມຖະໜົນສາຍຕ່າງໆ.

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວໃນວັນພຸດວານນີ້ ວ່າ ໂຮງໝໍ 3 ແຫ່ງໃນນະຄອນຫຼວງເບຣຸດ ກໍໄດ້ເສຍຫາຍໜັກຍ້ອນຄວາມແຮງຂອງລະເບີດ ແລະໃນປັດຈຸບັນນີ້ ບໍ່ສາມາດປະຕິງານໄດ້. ອົງການ WHO ໄດ້ກ່າວອີກວ່າໂຮງໝໍອີກສອງແຫ່ງ ແມ່ນປະຕິບັດງານໄດ້ພຽງສ່ວນນຶ່ງເທົ່ານັ້ນ.

ປະຊາຄົມນານາຊາດ ສະແດງຄວາມເສຍໃຈຕໍ່ຜູ້ທີ່ເສຍຊີວິດ ແລະໄດ້ສະເໜີໃຫ້ການຊ່ອຍເຫຼືອແກ່ປະຊາຊົນຂອງເບຣຸດ ໃນການດໍາເນີນຄວາມພະຍາຍາມບູລະນະຟື້ນຟູຄືນທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG