ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫດລະເບີດ ທີ່ ກຸງເບຣຸດ ສັງຫານ ອະດີດ ລັດຖະມົນຕີ Chatah (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ ສະພາກາແດງເລບານອນ ພວມຫາມຄົນນຶ່ງ ອອກໄປຈາກ ບໍລິເວນເກີດເຫດລະເບີດ ໃນເຂດໃຈກາງ ກຸງເບຣຸດ ທີ່ໄດ້ສັງຫານຫຼາຍໆຄົນ ຮວມທັງທ່ານ Mohammed Chatah ອະດີດລັດຖະມົນຕີການເງິນຂອງເລບານອນ. (26 ທັນວາ 2013)
ເຈົ້າໜ້າທີ່ ສະພາກາແດງເລບານອນ ພວມຫາມຄົນນຶ່ງ ອອກໄປຈາກ ບໍລິເວນເກີດເຫດລະເບີດ ໃນເຂດໃຈກາງ ກຸງເບຣຸດ ທີ່ໄດ້ສັງຫານຫຼາຍໆຄົນ ຮວມທັງທ່ານ Mohammed Chatah ອະດີດລັດຖະມົນຕີການເງິນຂອງເລບານອນ. (26 ທັນວາ 2013)
ເຈົ້າໜ້າທີ່ເລບານອນ ກ່າວວ່າ ລະເບີດລົດໃນເຂດໃຈກາງນະ
ຄອນຫຼວງເບຣຸດໄດ້ສັງຫານອະດີດລັດຖະມົນຕີການເງິນ ທ່ານ
Mohamad Chatah ແລະບຸກຄົນອື່ນໆອີກ 4 ຄົນ.

ທ່ານ Chatah ທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ເປັນນັກ
ເສດຖະສາດທີ່ນັບໜ້າຖືຕາແລະທີ່ປຶກສາຄົນສຳຄັນຂອງອະດີດ
ນາຍົກລັດຖະມົນຕີ Saad Hariri. ກ່ອນໜ້ານີ້ທ່ານເຄີຍຮັບໜ້າ
ທີ່ເປັນເອກອັກຄະລັດຖະທູດເລບານອນປະຈຳກຸງວໍຊິງຕັນ.

ນາງ Margaret Besheer ຜູ້ສື່ຂ່າວວີໂອເອ ທີ່ນະຄອນເບຣຸດ
ກ່າວວ່າ ພວກນັກສັງເກດການຫຼາຍໆຄົນເຫັນວ່າທ່ານ Chatah
ອາຍຸ 62 ປີ ຄົງຈະບໍ່ແມ່ນເປົ້າໝາຍ ໃນການສັງຫານຄັ້ງນີ້.



ນາງ Margaret Besheer ເວົ້າວ່າ “ທ່ານບໍ່ແມ່ນ ສະມາຊິກຂອງຄະນະລັດຖະບານ ໃນປັດຈຸບັນ ທ່ານບໍ່ແມ່ນສະມາຊິກຂອງສະພາແຫ່ງຊາດ ທ່ານບໍ່ແມ່ນລັດຖະມົນ
ຕີ. ເວລາພວກເຮົາມອງເບິ່ງການລອບສັງຫານຢູ່ເລບານອນໃນຄັ້ງຜ່ານມາ ເມື່ອ ໄວໆນີ້ ປົກກະຕິແລ້ວ ຈະແມ່ນສະມາຊິກ ທີ່ພວມກຳຕຳແໜ່ງຢູ່ຂອງລັດຖະບານ ທີ່ໄດ້ຕົກເປັນເປົ້າຫຼືບໍ່ກໍເປັນຜູ້ອະວຸໂສທາງການເມືອງຈາກຄອບຄົວທີ່ສຳຄັນໆ.”


ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກຫຼາຍສິບຄົນໃນເຫດລະເບີດໃນວັນສຸກມື້ນີ້ ຊຶ່ງໄດ້ແຕກ ຂຶ້ນຢູ່ໃກ້ໆໂຮງການໃຫຍ່ຂອງລັດຖະບານ ແລະເຮັດໃຫ້ມີຄວັນສີດຳ ພຸ່ງຂຶ້ນສູ່ທ້ອງຟ້າ ໃນ ນະຄອນຫຼວງເບຣຸດ. ຮູບຈາກວີດີໂອແລະສື່ສັງຄົມສະແດງໃຫ້ເຫັນວ່າ ຜູ້ຄົນທີ່ຢ້ານກົວໄດ້ ພາກັນແລ່ນໜີໄປຈາກບ່ອນເກີດເຫດ ໂດຍທີ່ມີລົດຈຳນວນນຶ່ງລຸກໄໝ້ເປັນແປວໄຟ ແລະ ປະຕູປ່ອງຢ້ຽມເຮືອນຊານບ້ານຊ່ອງແຕກ.

Lebanon: Hezbollah Suspected in Beirut Bombing
please wait

No media source currently available

0:00 0:01:55 0:00
ລິງໂດຍກົງ

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດຄັ້ງນີ້ເທື່ອແຕ່ເລບານອນ ປະສົບກັບການກໍ່ຄວາມຮຸນແຮງເພີ້ມຂຶ້ນ ຊຶ່ງພົວພັນກັບສົງຄາມກາງເມືອງທີ່ນອງເລືອດໃນ ຊີເຣຍ ຊຶ່ງໄດ້ລາມຂ້າມຊາຍແດນເຂົ້າໄປໃນເລບານອນ.​

ທ່ານ Chatah ເປັນຜູ້ກ້າຕຳໜິຕິຕຽນປະທານາທິບໍດີຊີເຣຍທ່ານ Bashar al-Assad. ຄຳ ເຕືອນຫຼ້າສຸດຂອງທ່ານ ຜ່ານທາງ Twitter ທີ່ໄດ້ສົ່ງປະມານນຶ່ງຊົ່ວໂມງ ກ່ອນເກີດເຫດນັ້ນ ແມ່ນໄດ້ຕຳໜິຕິຕຽນກຸ່ມຫົວຮຸນແຮງ Hezbollah ໃນເລບານອນທີ່ໃຫ້ການສະໜັບສະໜຸນ ແກ່ທ່ານ Assad ທີ່ພວມເຮັດສົງຄາມກາງເມືອງ ຢູ່ໃນຊີເຣຍນັ້ນ.

Lebanon
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG