ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລບານອນ ຢາກໄດ້ ຄຳຕອບຈາກ ຊາອຸດີ ອາເຣເບຍ ກ່ຽວກັບ ນາຍົກ ທີ່ຫາຍຕົວໄປ


ປ້າຍໂຄສະນາ ສະແດງໃຫ້ເຫັນພາບຂອງນາຍົກລັດຖະມົນຕີ ເລບານັອນ ທ່ານ ຊາອາດ ຮາຣີຣີ,ຜູ້ທີ່ໄດ້ລາອອກຈາກ
ຕຳແໜ່ງໃນນະຄອນຫຼວງ ເບຣຸດ, 11 ພະຈິກ 2017.
ປ້າຍໂຄສະນາ ສະແດງໃຫ້ເຫັນພາບຂອງນາຍົກລັດຖະມົນຕີ ເລບານັອນ ທ່ານ ຊາອາດ ຮາຣີຣີ,ຜູ້ທີ່ໄດ້ລາອອກຈາກ ຕຳແໜ່ງໃນນະຄອນຫຼວງ ເບຣຸດ, 11 ພະຈິກ 2017.

ໃນວັນເສົາວານນີ້ ທ່ານ ມິແຊລ ອາອູນ ປະທານາທິບໍດີ ເລບານອນ ໄດ້ໂທລະສັບໄປ
ຊາອຸດີ ອາເຣເບຍ ເພື່ອຢາກໃຫ້ອະທິບາຍວ່າ ເປັນຫຍັງງທ່ານ ຊາອາດ ຮາຣີຣີ ຈຶ່ງຍັງ
ບໍ່ທັນກັບຄືນໄປປະເທດຂອງເພິ່ນເທື່ອ ຫຼັງຈາກນຶ່ງອາທິດທີ່ທ່ານນາຍົກດັ່ງກ່າວໄດ້ລາ
ອອກຈາກຕຳແໜ່ງໂດຍບໍ່ໄດ້ຄາດຄິດ ໃນເວລາທີ່ກຳລັງຢ້ຽມຢາມນະຄອນຫຼວງ
ຣີຢາດ ຢູ່ນັ້ນ.

ທ່ານ ອາອູນ ກ່າວວ່າ ພະລາດຊະອານາຈັກດັ່ງກ່າວ ຈະຕ້ອງໄດ້ “ສ້າງຄວາມກະຈ່າງ
ແຈ້ງ ເລື່ອງເຫດຜົນທີ່ວ່າ ມີຫຍັງຫັກຫ້າມບໍ່ໃຫ້ນາຍົກ ຮາຣີຣີ ກັບຄືນໄປ ເລບານອນ
ຄືນຫາປະຊາຊົນ ແລະ ພວກຜູ້ສະໜັບສະໜູນເພິ່ນ. ທ່ານເວົ້າຕໍ່ໄປວ່າ “ຄວາມມືດມົນ
ກ່ຽວກັບ ສະພາບການດັ່ງກ່າວຂອງທ່ານ ຮາຣີຣີ ໝາຍເຖິງບົດບາດ ຫຼື ຄຳປະກາດ
ຂອງຜູ້ກ່ຽວ “ບໍ່ສະທ້ອນເຖິງຄວາມເປັນຈິງ.”

ເທົ່າເຖິງປັດຈຸບັນ ທ່ານ ອາອູນ ຍັງບໍ່ທັນໄດ້ຮັບເອົາການລາອອກຈາກຕຳແໜ່ງຂອງ
ທ່ານ ຮາຣີຣີ ຢ່າງເປັນທາງການເທື່ອ.

ທ່ານເວົ້າວ່າ ທ່ານເອງ ກັບປະທານາທິບໍດີ ຟຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້
ເວົ້າລົມກັນໃນວັນເສົາວານນີ້ ກ່ຽວກັບ “ເຫດການຫຼ້າສຸດ” ໃນກໍລະນີອັນໜ້າປະຫຼາດ
ນີ້.

ໃນຕອນບ່າຍໆຂອງວັນເສົາວານນີ້ ທ່ານ ຮາຣີຣີ ໄດ້ໄປປາກົດໂຕຢູ່ໃນພິທີຕ້ອນຮັບ
ກະສັດ ຊາລມັນ ແຫ່ງຊາອຸດີ ອາເຣເບຍ ທີ່ສະໜາມບິນ ຣີຢາດ.

ກ່ອນໜ້ານັ້ນ ໃນວັນເສົາວານນີ້ ທຳນຽບຂາວ ໄດ້ຮຽກຮ້ອງ “ໃຫ້ທຸກໆປະເທດ ແລະ
ທຸກພັກຟ່າຍ ຈົ່ງພາກັນເຄົາລົບນັບຖືອະທິປະໄຕ ຄວາມເປັນເອກະລາດ ແລະ ແນວ
ທາງຂອງລັດຖະທຳມະນູນຂອງ ເລບານອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG