ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມວຸ້ນວາຍ ໃນພາກເໜືອ ຂອງເລບານອນ


ພວກປະທ້ວງຈູດລົດບັນທຸກ ທີ່ກຸງ Tripoli, ວັນທີ 25 ມັງກອນ 2011.
ພວກປະທ້ວງຈູດລົດບັນທຸກ ທີ່ກຸງ Tripoli, ວັນທີ 25 ມັງກອນ 2011.













ເກີດ​ຄວາມ​ວຸ້ນ​ວາຍຂຶ້ນ​ໃນ​ວັງ​ອັງຄານ​ມື້​ນີ້​ໃນ​ພາກ​ເໜືອ​
ຂອງ​ເລ​ບາ​ນອນ ​ໃນ​ຂະນະ​ທີ່ພວກ​ສະໜັບສະໜຸນ​ທ່ານ
Saad Hariri ນາຍົກລັດຖະມຸນຕີພາງ ຫລາຍ​ພັນ​ຄົນ
ພາກັນໂຮມ​ຊຸມນຸມ​ ​ທີ່ກຸງ Tripoli ສໍາລັບ​ອັນ​ທີ່ເຂົາ​ເຈົ້າ
ເອີ້ນ​ວ່າ ມື້​ແຫ່ງ​ການ​ປະ​ທ້ວງ​ສະແດງ​ຄວາມໂກດ​ແຄ້ນ ຢ່າງ​ສັນຕິນັ້ນ.

ພວກ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ທໍາ​ການ​ໂຈມ​ຕີ​ເອົາ​ໄຟ​ຈູດ​ລົດລົດ​ບັນທຸກ​ຄັນ​ນຶ່ງ​ ຊຶ່ງ​ເປັນ
ຂອງ​ຊ່ອງຂ່າວ Al Jazeera. ນອກ​ນັ້ນ​ ພວກ​ປະ​ທ້ວງ​ຍັງ​ໄດ້​ເອົາ​ໄຟ​ຈູດ​ຮູບ​ພາບ​ຂອງ​
ອະດີດ​ນາຍົກລັດຖະມຸນຕີ Najib Mikati ​ ຊຶ່ງເປັນຜູ້​ສະ​ໝັກ​ເລືອກ​ຕັ້ງ​ທີ່​ໄດ້​ຮັບ​ການ​
ໜຸນ​ຫລັງຈາກ​ກຸ່ມ Hezbollah ຊຶ່ງ​ກໍານົດ​ຈະ​ຖືກ​ແຕ່ງ​ຕັ້ງ​ໃນ​ວັນ​ອັງຄານ​ມື້​ນີ້​ ໃຫ້​ຂຶ້ນ​ດໍາ
ລົງ​ຕໍາ​ແໜ່​ງ​ແທນ​ທ່ານ Hariri ນັ້ນ.

ທ່ານ Mikati ປາກົດ​ວ່າ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກພວກ​ສະມາຊິກ 68 ຄົນ​ຂອງສະພານິ
ຕິບັນຍັດ ທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 128 ບ່ອນນັ້ນ ຫລັງຈາກກຸມຫົວຮຸນແຮງນິກາຍ Shi’ite ​ໄດ້ໃຫ້ການສະໜັບສະໜຸນທ່ານ.

ໃນວັນຈັນວານນີ້ ພວກສະມາຊິກສະພາ ນິກາຍ Sunni ໄດ້ກ່າວຫາກຸ່ມ Hezbollahວ່າ
ທໍາການກໍ່ລັດຖະປະຫານຂຶ້ນ ທີ່ມີວັດຖຸປະສົງເພື່ອບັງຄັບໃຫ້ຈັດຕັ້ງລັດຖະບານສາສະໜາ ​ໃນຮູບແບບດຽວກັນກັບຂອງອິຣ່ານນັ້ນ ຂຶ້ນ​ມາ​ປົກຄອງ​ປະຊາຊົນ​ເລ​ບາ​ນອນ.

XS
SM
MD
LG