ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍ​ຮ້ອຍ​ຄົນ​ໃນ ​ປະ​ເທດ ເລ​ບາ​ນອນ ປະ​ທ້ວງ ກ່ຽວ​ກັບ ການ​ເມືອງ ແລະ ເສດ​ຖະ​ກິດ


ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຖື​ທຸງ​ຊາດ ເລ​ບາ​ນອນ ແລະ ຮ້ອງ​ຄຳ​ຂວັນ ໃນ​ຂະ​ນະ​ທີ່​ຕຳຫຼວດ​ປາບ​ປາມ​ຈະ​ລ​າ​ຈົນ ຢືນ​ຍາມ ຢູ່​ຕໍ່​ໜ້າ​ຕຶກ​ລັດ​ຖະ​ບານ. ໃຈ​ກາງ​ນະ​ຄອນຫຼວງ ເບ​ຣຸດ. 23 ທັນ​ວາ, 2018.
ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຖື​ທຸງ​ຊາດ ເລ​ບາ​ນອນ ແລະ ຮ້ອງ​ຄຳ​ຂວັນ ໃນ​ຂະ​ນະ​ທີ່​ຕຳຫຼວດ​ປາບ​ປາມ​ຈະ​ລ​າ​ຈົນ ຢືນ​ຍາມ ຢູ່​ຕໍ່​ໜ້າ​ຕຶກ​ລັດ​ຖະ​ບານ. ໃຈ​ກາງ​ນະ​ຄອນຫຼວງ ເບ​ຣຸດ. 23 ທັນ​ວາ, 2018.

ປະ​ຊາ​ຊົນ ເລ​ບາ​ນອນ ຫຼາຍ​ຮ້ອຍ​ຄົນ​ໄດ້​ອອກ​ມາ​ຮວມ​ຕົວ​ກັນ​ໃນ​ຖະ​ໜົນ​ຕ່າງໆ​ຂອງ
ນະຄອນຫຼວງ ເບຣຸດ ໃນວັນອາທິດວານນີ້ ເພື່ອປະທ້ວງກ່ຽວກັບ ເສດຖະກິດກຳລັງ
ຊຸດໂຊມ ແລະ ການເມືອງທີ່ປະສົບທາງຕັນ ທີ່ໄດ້ເຮັດໃຫ້ບັນດາສະມາຊິກສະພາ
ຕ້ອງດີ້ນຮົນເພື່ອຕັ້ງລັດຖະບານຂຶ້ນ.

ພວກ​ປະ​ທ້ວງ​ໄດ້​ເດີນ​ຂະ​ບວນ​ໄປ​ຫາ​ຕຶກ​ລັດ​ຖະ​ບານ ​ໃນ​ໃຈ​ກາງ​ນະ​ຄອນຫຼວງ ເບ​ຣຸດ,
ບາງຄົນໃສ່ເສື້ອກັກສີເຫຼືອງ ເຊິ່ງເຕືອນໃຫ້ຄິດເຖິງພວກປະທ້ວງທີ່ໄດ້ນຸ່ງໃນປະເທດ
ຝຣັ່ງ ເມື່ອສອງສາມອາທິດທີ່ຜ່ານມາ.

ຝູງ​ຄົນ​ດັ່ງ​ກ່າວ​ໄດ້ສົ່ງ​ສຽງ​ວົນ​ແຊວ ແລະ ພວກ​ປະ​ທ້ວງ​ໄດ້​ແກວ່ງ​ຕຸກ​ນ້ຳ​ໃສ່​ບັນ​ດາ​
ກອງກຳລັງຮັກສາຄວາມປອດໄພ ແລະ ໄດ້ຊົກຕີກັບພວກທະຫານ.

ກອງ​ທັບ​ບົກ​ໄດ້​ຮອງ​ຂໍ​ຄວາມ​ສະ​ຫງົບ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ໂດຍ​ຮຽກ​ຮ້ອງ​ໃຫ້​
ພວກປະທ້ວງຮັກສາສັນຕິໄວ້ຄືເກົ່າ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ເລ​ບາ​ນອນ ບໍ່​ສາ​ມາດ​ທີ່​ຈະ​ຕົກ​ລົງ​ເພື່ອ​ສ້າງ​ລັດ​ຖະ​ບານ​ສາ​
ມັກຄີຊາດຂຶ້ນມາ, ປະມານ 7 ເດືອນຫຼັງຈາກການເລືອກຕັ້ງທົ່ວໄປ ໄດ້ລົ້ມແຫຼວທີ່ຈະ
ເລືອກຕັ້ງພັກດ້ວຍຄະແນນສຽງສ່ວນຫຼາຍ.

ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ ທ່ານ ຊາ​ອາດ ອາ​ລ-ຮາ​ຣີ​ຣີ ໄດ້​ກ່າວ​ໃນ​ວັນ​
ສຸກທີ່ຜ່ານມາວ່າ ທ່ານຫວັງທີ່ຈະສະຫຼຸບຂໍ້ຕົກລົງໃນທ້າຍສັບປະດານີ້ ແຕ່ບັນດານັກ
ການເມືອງອາວຸໂສ ໄດ້ທຳລາຍຄວາມຫວັງທຸກໆຢ່າງໃນວັນເສົາທີ່ຜ່ານມາ ດ້ວຍ
ການເວົ້າວ່າ ອຸປະສັກໃໝ່ໄດ້ຂະຫຍາຍຂຶ້ນໃນການເຈລະຈາຕ່າງໆ.

ເສດ​ຖະ​ກິດ​ຂອງປະ​ເທດ ເລ​ບາ​ນອນ ແມ່ນ​ຢູ່​ໃນ​ໄລ​ຍະ​ທີ່​ໃກ້​ຈະ​ພັງ ແລະ ຝ​ຣັ່ງ ໄດ້​
ເຕືອນວ່າ ປະເທດດັ່ງກ່າວອາດພາດໂອກາດທີ່ຈະໄດ້ຮັບການຊ່ວຍເຫຼືອທີ່ຕ້ອງການ
ສູງ, ເຊິ່ງໄດ້ຕົກລົງກັນໃນນະຄອນຫຼວງ ປາຣີ ເມື່ອຕົ້ນປີນີ້, ຖ້າການຢຸດຊະງັກທາງ
ການເມືອງຍັງດຳເນີນໄປຢູ່.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG