ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຕໍ່ຕ້ານໃນຊີເຣຍ ໂຈມຕີເມືອງນຶ່ງ ຂອງເລບານອນ ຕິດກັບຊາຍແດນ ຊີເຣຍ


ຄວັນໄຟ ກຸ້ມຂຶ້ນຈາກເມືອງ Arsal, ໃກ້ກັບຊາຍແດນຊີເຣຍ ໃນພາກຕາເວັນອອກຂອງເລບານອນ, ວັນທີ 2 ສິງຫາ 2014
ຄວັນໄຟ ກຸ້ມຂຶ້ນຈາກເມືອງ Arsal, ໃກ້ກັບຊາຍແດນຊີເຣຍ ໃນພາກຕາເວັນອອກຂອງເລບານອນ, ວັນທີ 2 ສິງຫາ 2014

ນາຍົກລັດຖະມົນຕີ​ເລ​ບາ​ນອນ ທ່ານ Tammam Salam ​ເອີ້ນ
​ການ​ບຸກລຸກ​ໂຈມ​ຕີ​ເມືອງ​ຊາຍ​ແດນ​ແຫ່ງ​ນຶ່ງ​ ​ໃນ​ວັນ​ເສົາ​ວານ​ນີ້ ​
ໂດຍ​ພວກ​ກະບົດ​ຊີ​ເຣຍ ວ່າ​ເປັນ​ການ​ໂຈມ​ຕີ​ຕໍ່​ເລ​ບາ​ນອນ​ແລະ​
ປະຊາຊົນ​ຂອງ​ ເລ​ບາ​ນອນ.

ທ່ານ Salam ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ບໍ່​ໂຍະຍານໃຫ້
​ເກີດຄວາມ​ສັບສົນ​ວຸ້ນວາຍ ​ແລະ​ປ່ອຍ​ໃຫ້​ເລື້ອງ​ຂະຫຍາຍ​ໃຫຍ່
​ອອກ​ຈົນ​ຄວບ​ຄຸມບໍ່​ໄດ້. ທ່ານ​ກ່າວ​ຕື່ມ​ວ່າ ກອງທັບ​ກຳລັງ​ດຳ​ເນີນ
​ງານ​ເພື່ອ​ຟື້ນ​ຟູ​ຄວາມ​ປອດ​ໄພ ​ແລະ​ສະຖຽນ​ລະ​ພາບ​ຄືນ​ມາ​ໃໝ່​
ໃນ​ເມືອງ Arsal ບ່ອນ​ທີ່​ການ​ຕໍ່ສູ້​ກັນ​ໄດ້​ດຳ​ເນີນ​ມາຕະຫລອດ​ຄືນ
​ວານ​ນີ້.

ເຈົ້າ​ໜ້າ​ທີ່ກອງທັບ​ເລ​ບາ​ນອນ ກ່າວໃນ​ວັນ​ອາທິດ​ມື້​ນີ້ວ່າ ທະຫານ 8 ຄົນ​ເສຍ​ຊີວິດ​ໃນ​ຄວາມ​ຮຸນ​ແຮງ​ດັ່ງກ່າວ ພ້ອມ​ທັງ​ພົນລະ​ເຮືອນ​ອີກ 2 ຄົນ.

ທາງ​ການ​ເລ​ບາ​ນອນ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ດັ່ງກ່າວ ​ໄດ້​ເລີ້ມ​ຂຶ້ນ ​ເວລາ​ພວກ​ເຈົ້າ​ໜ້າ
​ທີ່​ຮັກສາ​ຄວາມ​ສະຫງົບ ຈັບສະມາຊິກຄົນ​ນຶ່ງ​ຂອງ ​ກຸ່ມ​ກະບົດ ​ແນວ​ໂຮມ Nusra ຢູ່​ດ່ານ​ກວດກາ​ແຫ່ງ​ນຶ່ງ.

ພວກ​ມື​ປືນ​ຝ່າຍກະບົດ ​ໄດ້ບຸກ​ເຂົ້າ​ໄປ​ໃນ​ເມືອງ Arsal ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ສະມາຊິກ​ຄົນ​ນັ້ນ. ​ພວກ​ເຂົາໄດ້​ຍຶດ​ເອົາ​ສະຖານີຕຳຫຼວດຂອງ​ເມືອງ ​ແລະ​ກັກ​ພວກ​ທະຫານ​ຈຳນວນ​ນຶ່ງ​ເປັນ​ໂຕ​ປະກັນ ​ເປັນ​ເວລາ​ສັ້ນໆ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ປະນາມ​ຢ່າງ​ແຂງ​ແຮງ​ຕໍ່​ການ​ໂຈມ​ຕີ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ກ່າວ​ວ່າ ຕົນ​ສະໜັບສະໜຸນ​ຄວາມ​ໝັ້ນ ຄົງ ຕະຫລອດທັງ​ອະທິປະ​ໄຕ ​ແລະ​ນະ​ໂຍບາຍຂອງ​ເລ​ບານ​ນອນ ​ໃນ​ການ​ບໍ່ເຂົ້າ​ພົວພັນ​ໃນ​ບັນຫາ​ຂັດ​ແຍ້​ງຕ່າງໆ​ໃນ​ພາກ​ພື້ນນັ້ນ.

XS
SM
MD
LG