ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຮາຣີຣີ ຂອງເລບານອນ ໄດ້ເລື່ອນເວລາ ໃນການລາອອກ

Lebanon Hariri
please wait
Embed

No media source currently available

0:00 0:00:36 0:00

ນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ຮາຣີຣີ ໄດ້ກ່າວໃນວັນພຸດມື້ນີ້ວ່າ ທ່ານ
ໄດ້ເລື່ອນການລາອອກຈາກຕຳແໜ່ງຂອງທ່ານຕາມຄຳຮຽກຮ້ອງຂອງປະທານາທິບໍດີ
ມິແຊລ ອາອູນ.

ໃນການກ່າວຕໍ່ບັນດານັກຂ່າວ ທີ່ນະຄອນຫຼວງ ເບຣຸດ ຫຼັງຈາກການເດີນສວນສະໜາມ
ສະເຫຼີມສະຫຼອງວັນປະກາດເອກະລາດຂອງປະເທດເລບານອນແລ້ວນັ້ນ, ທ່ານ ຮາຣີຣີ
ໄດ້ກ່າວວ່າ ການເລື່ອນເວລາ ແມ່ນມີເຈຕະນາ ທີ່ຈະໃຫ້ເວລາ ສຳລັບການປຶກສາຫາລື
ເພີ່ມເຕີມ ກັບປະທານາທິບໍດີ.

ພວກສະໜັບສະໜູນ ທ່ານຊາອາດ ຮາຣີຣີ, ຜູ້ທີ່ໄດ້ເ່ລື່ອນ ການຕັດສິນໃຈທີ່ຈະລາອອກຈາກຕຳແໜ່ງ ນາຍົກລັດຖະມົນ, ພາກັນຖືທຸງຊາດ ແລະ ຮ້ອງໂຮຄຳຂວັນຕ່າງໆ ຢູ່ໃກ້ໆ ກັບ ຈັດຕຸລັດຂອງ ຜູ້ສະຫຼະຊີບ ຫຼື Martyrs' Square ໃນໃຈກາງນະຄອນຫຼວງ Beirut ຂອງ Lebanon, ວັນທີ 22 ພະຈິກ 2017.

ທ່ານໄດ້ກະຕຸ້ນໃຫ້ເກີດວິກິດການທາງການເມືອງ ໃນຕົ້ນເດືອນນີ້ ເມື່ອທ່ານໄດ້ປະ
ກາດຈາກປະເທດ ຊາອຸດີ ອາເຣເບຍ ວ່າ ທ່ານຈະລົງຈາກຕຳແໜ່ງ,​ ແລະ ຕໍ່ມາໄດ້
ຢູ່ໃນປະເທດ ຊາອຸດີ ອາເຣເບຍ ໃນຂະນະທີ່ໄດ້ມີການຄາດຄະເນກັນວ່າ ທ່ານໄດ້
ຖືກຄວບຄຸມຕົວ ຫຼືບໍ່.

ທ່ານອາອູນ ໄດ້ກ່າວວ່າ ທ່ານຈະບໍ່ຮັບເອົາການລາອອກຈາກຕຳແໜ່ງ ຈົນກວ່າ ທ່ານ
ຈະໄດ້ ລົມກັບທ່ານ ຮາຣີຣີ ດ້ວຍຕົນເອງ, ແລະ ຫຼັງຈາກການເດີນທາງຢຸດແວ່ທີ່ປະເທດ
ຝຣັ່ງ ແລະ ອີຈິບ ນັ້ນ, ທ່ານ ຮາຣີຣີ ກໍໄດ້ເດີນທາງກັບປະເທດ ເລບານອນ ໃນຕອນຄໍ່າ
ຂອງວັນອັງຄານວານນີ້.

ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໃຫ້ສຳພາດສົດ ລາຍການໂທລະພາບ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາເຣເບຍ, ເມື່ອວັນອາທິດ ທີ 12 ພະຈິກ 2017, ໂດຍກ່າວວ່າ ທ່ານຈະກັບຄືນປະເທດ “ພາຍໃນສອງສາມມື້”.
ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໃຫ້ສຳພາດສົດ ລາຍການໂທລະພາບ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາເຣເບຍ, ເມື່ອວັນອາທິດ ທີ 12 ພະຈິກ 2017, ໂດຍກ່າວວ່າ ທ່ານຈະກັບຄືນປະເທດ “ພາຍໃນສອງສາມມື້”.

ໃນການກ່າວຄຳປາໄສລາອອກຈາກຕຳແໜ່ງຂອງທ່ານນັ້ນ, ທ່ານ ຮາຣີຣີ ໄດ້ກ່າວ
ປະນາມ ອີຣ່ານ ແລະ ພວກ ເຮັສໂບລາ ສຳລັບການສ້າງຄວາມຂັດແຍ້ງໃນບັນດາ
ປະເທດ ອາຣັບ ແລະ ໄດ້ກ່າວວ່າ ທ່ານຢ້ານຖືກລອບສັງຫານ. ພໍ່ຂອງທ່ານ, ອະດີດ
ນາຍົກລັດຖະມົນຕີ ທ່ານ Rafik Hariri ໄດ້ຖືກຂ້າຕາຍໃນການລະເບີດປີ 2005.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG