ນາຍົກລັດຖະມົນຕີຂອງເລບານອນ ໄດ້ປະກາດການລາອອກ ຂອງລັດຖະບານທ່ານ ໃນແລງວັນຈັນວານນີ້ ພາຍຫຼັງຈາກເກີດເຫດການລະເບີດຮ້າຍແຮງເມື່ອອາທິດແລ້ວນີ້ ຢູ່ທ່າເຮືອຂອງເບຣຸດ ແລະການປະທ້ວງຂອງປະຊາຊົນທີ່ໄດ້ຕິດ ຕາມມານັ້ນ.
“ພວກເຮົາຢາກຈະເປີດປະຕູເພື່ອການກອບກູ້ປະເທດຊາດ ອັນເປັນການກອບກູ້ທີ່ຊາວເລບານອນ ຈະມີສ່ວນຮ່ວມໃນການບັນລຸມັນ” ນາຍົກລັດຖະມົນຕີ ຮາສຊານ ດີອັບ ໄດ້ກ່າວໄປ ໃນການກ່າວຄຳປາໄສທີ່ຖ່າຍທອດທາງໂທລະພາບ. ທ່ານກ່າວຕື່ມວ່າ “ດັ່ງນັ້ນ ມື້ນີ້ ຂ້າພະເຈົ້າຂໍປະກາດ ການລາອອກຂອງລັດຖະ ບານຊຸດນີ້. ຂໍໃຫ້ພະເຈົ້າຈົ່ງປົກປ້ອງເລບານອນ.”
ທ່ານດີອັບ ໄດ້ຈັດຕັ້ງລັດຖະບານຂອງທ່ານຂຶ້ນ ໃນເດືອນມັງກອນ ຫຼັງຈາກທີ່ເກີດວິກິດການດ້ານການເມືອງທີ່ຍືດເຍື້ອຍາວນານ.
ທ່ານໄດ້ຖິ້ມໂທດກ່ຽວກັບບັນຫາທັງຫຼາຍນັບບໍ່ຖ້ວນຂອງປະເທດ ໃສ່ກຸ່ມນັກການ ເມືອງຂັ້ນນຳ ຜູ້ທີ່ໄດ້ປົກຄອງເລບານອນມານັບຕັ້ງແຕ່ສົງຄາມກາງເມືອງໄດ້ສິ້ນ ສຸດລົງ ເມື່ອເກືອບ 30 ປີກ່ອນ. ທ່ານໄດ້ກ່າວວ່າ ພວກເຂົາເຈົ້າ ເປັນສາເຫດທີ່ເຮັດໃຫ້ການເມືອງແລະເສດຖະກິດເສຍຫາຍຢ່າງໜັກແລະໄດ້ນຳມາຊຶ່ງຄວາມຫາຍະນະເມື່ອສັບປະດາແລ້ວນີ້ ແລະທ່ານໄດ້ຮຽກຮ້ອງໃຫ້ມີຄວາມຮັບຜິດຊອບ.
ຫຼັງຈາກທີ່ໄດ້ກ່າວຖະແຫລງຕໍ່ປະເທດຊາດ ທ່ານດີອັບ ໄດ້ໄປທຳນຽບປະທານາ
ທິບໍດີ ບ່ອນທີ່ ປະທານາທິບໍດີ ມິແຊລ ອາອຸນ ໄດ້ຮັບເອົາການລາອອກຂອງລັດຖະບານ.
ລັດຖະບານຂອງທ່ານດີອັບ ບັດນີ້ ຈະເປັນລັດຖະບານຮັກສາການ ຈົນກວ່າຈະມີການເລືອກຕັ້ງໃໝ່ຖືກຈັດຂຶ້ນ. ທ່ານບໍ່ໄດ້ກ່າວເຖິງ ເມື່ອໃດ ທີ່ການເລືອກຕັ້ງ ຈະເກີດຂຶ້ນໄດ້ ແຕ່ທ່ານໄດ້ກ່າວກ່ອນໜ້ານີ້ວ່າ ທ່ານຈະຮ່າງກົດໝາຍສະບັບນຶ່ງ ໂດຍຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກຳນົດ.
ການຕັດສິນໃຈດັ່ງກ່າວ ມີຂຶ້ນຫລັງຈາກບັນດາລັດຖະມົນຕີແລະບັນດາສະມາຊິກສະພາຈຳນວນນຶ່ງ ໄດ້ລາອອກຈາກຕຳແໜ່ງ ແຕ່ການຮຽກຮ້ອງ ເພື່ອໃຫ້ຄະນະລັດຖະບານທັງໝົດ ລາອອກ ກໍຍັງດຳເນີນຕໍ່ໄປ ລວມທັງການເດີນຂະບວນປະທ້ວງຂະໜາດໃຫຍ່ ໃນວັນເສົາ ແລະວັນອາທິດ ແລ້ວນີ້.
ກ່ອນໜ້າການປະກາດຂອງທ່ານດີອັບນັ້ນ ພວກປະທ້ວງໄດ້ເຕົ້າໂຮມກັນ ຢູ່ໃກ້ໆຕຶກສະພາແຫ່ງຊາດໃນໃຈກາງຂອງນະຄອນຫຼວງເບຣຸດ. ມີການປະທະກັນກັບກຳລັງຮັກສາຄວາມສະຫງົບຫຼາຍຄັ້ງ ແລະອົງການກາແດງຂອງເລບານອນ ໄດ້ລາຍງານວ່າ ມີການນຳສົ່ງພວກຄົນບາດເຈັບໄປໂຮງໝໍ ແລະມີອີກເກືອບ 40 ຄົນ ໄດ້ຮັບການຮັກສາບາດແຜ ຢູ່ໃນຈຸດເກີດເຫດນັ້ນ.