ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບບົກ ເລບານອນ ປະກາດ ຢຸດຍິງ ກັບພວກ IS ໃນເຂດຊາຍແດນ ຕິດກັບ ຊີເຣຍ


ທະຫານກອງທັບບົກ ເລບານອນ ສະແດງທ່າທີ ໃນຂະນະທີ່
ເຂົາເຈົ້ານັ່ງຢູ່ເທິງລົດທະຫານ ໃນເມືອງ ຣາສ ບາລເບັກ,
ປະເທດ ເລບານັອນ. 21 ສິງຫາ, 2017.
ທະຫານກອງທັບບົກ ເລບານອນ ສະແດງທ່າທີ ໃນຂະນະທີ່ ເຂົາເຈົ້ານັ່ງຢູ່ເທິງລົດທະຫານ ໃນເມືອງ ຣາສ ບາລເບັກ, ປະເທດ ເລບານັອນ. 21 ສິງຫາ, 2017.

ກອງທັບ ເລບານອນ ໄດ້ປະກາດການຢຸດຍິງຝ່າຍດຽວ ໃນການຕໍ່ສູ້ກັບພວກລັດອິສລາມ
ຢູ່ຕາມຊາຍແດນຕິດກັບ ຊີເຣຍ.

ຖະແຫຼງການສະບັບນຶ່ງ ຈາກກອງທັບບົກໃນວັນອາທິດມື້ນີ້ເວົ້າວ່າ ການຢຸດຍິງດັ່ງກ່າວ
ໄດ້ເລີ່ມຂຶ້ນໃນເວລາ 4 ໂມງ ຕາມເວລາມາດຕະຖານສາກົນ ເພື່ອປ່ອຍໃຫ້ໄດ້ມີການເຈ
ລະຈາທີ່ມີສ່ວນພົວພັນ ກັບຊະຕາກຳຂອງທະຫານ ເລບານອນ 9 ຄົນທີ່ຖືກລັກພາໂຕໄປ
ໃນເດືອນສິງຫາ ປີ 2014 ຊຶ່ງຖືກເຊື່ອວ່າ ຍັງຖືກກັກໄວ້ ຢູ່ກັບພວກກຸ່ມຫົວຮຸນແຮງດັ່ງ
ກ່າວ.

ກຸ່ມ ເຮສໂບລາ ຫົວຮຸນແຮງ ເລບານອນ ກັບພວກທະຫານ ຊີເຣຍ ທີ່ກຳລັງສູ້ຮົບກັບພວກ
ລັດອິສລາມ ຢູ່ໃນເຂດດຽວກັນ ກໍໄດ້ປະກາດຢຸດຍິງເຊັ່ນກັນ.

ພວກທະຫານ ເລບານອນ 30 ຄົນກັບຕຳຫຼວດ ໄດ້ຖືກລັກພາໂຕໄປ ໃນເວລາທີ່ພວກຫົວ
ຮຸນແຮງລັດອິສລາມ ເຂົ້າຍຶດຄອງເມືອງຊາຍແດນ ອາຊາລ ຂອງ ເລບານອນ ເມື່ອສາມ
ປີກ່ອນ. ສີ່ຄົນໄດ້ຖືກພວກ ໄອຊິສ ຂ້າຖິ້ມ, ຜູ້ທີຫ້າ ໄດ້ຕາຍຍ້ອນບາດແຜຂອງລາວ ແລະ
ອີກ 16 ຄົນ ໄດ້ຖືກປ່ອຍໂຕໂດຍການແລກປ່ຽນນັກໂທດຢູ່ໃນຄຸກ ໃນເດືອນທັນວາ ປີ
2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG