ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອ​ກະ​ສານ​ທີ່​ຮົ່ວ​ໄຫຼ​ອອກ​ມາ​ຂອງ ສະ​ຫະ​ລັດ ເວົ້າ​ວ່າ ຈີນ ພ້ອມ​ທີ່​ຈະ​ສົ່ງ​ອອກ​ໂດ​ຣນ​ຄວາມ​ໄວ​ສູງ


​ໃນ​ພາບ​ນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ ຂອງ ຈີນ​ ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຄົນ​ນຶ່ງ​ຊ່ອງ​ກ້ອງ​ທາງ​ໄກ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ, 5 ສິງ​ຫາ 2022. (Lin Jian/Xinhua via AP)
​ໃນ​ພາບ​ນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ ຂອງ ຈີນ​ ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຄົນ​ນຶ່ງ​ຊ່ອງ​ກ້ອງ​ທາງ​ໄກ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ, 5 ສິງ​ຫາ 2022. (Lin Jian/Xinhua via AP)

ການ​ປະ​ເມີນ​ຜົນ​ຂອງກອງ​ທັບ ສະ​ຫະ​ລັດ ທີ່​ຖືກ​ຮົ່ວ​ໄຫຼອອກ​ມາ​ເວົ້າ​ວ່າ ກອງ​ທັບ ຈີນ ອາດ​ສົ່ງ​ໂດ​ຣນ​ສອດ​ແນມ​ທີ່​ສາ​ມາດ​ບິນ​ໃນ​ລະ​ດັບ​ສູງ​ອອກ​ໃນ​ໄວໆ​ນີ້ ທີ່​ມັນ​ຈະ​ເດີນ​ທາງ​ດ້ວຍ​ຄວາມ​ໄວ​ເໜືອ​ສຽງ​ຢ່າງ​ໜ້ອຍ​ສາມ​ເທົ່າ, ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພສ໌ ໄດ້​ລາຍ​ງານ​ເມື່ອ​ແລງວັນ​ອັງ​ຄານ​ວານນີ້.

ໜັງ​ສື​ພິມ​ດັ່ງ​ກ່າວ​ໄດ້​ອ້າງ​ເຖິງ​ເອ​ກະ​ສານ​ລັບ​ຈາກ​ອົງ​ການ​ສືບ​ລັບ​ຂໍ້​ມູນ​ດ້ານ​ພູມ​ສາດ​ແຫ່ງ​ຊາດ.

ເອ​ກະ​ສານ​ດັ່ງ​ກ່າວ, ເຊິ່ງ​ອົງ​ການ ຣອຍ​ເຕີ ບໍ່​ໄດ້​ຢືນ​ຢັນ ຫຼື ລະ​ບຸ​ຢ່າງ​ເປັນ​ເອກ​ະ​ລາດ, ປະ​ກອບ​ມີ​ພາບ​ຈາກ​ດາວ​ທຽມ​ວັນ​ທີ 9 ​ສິງ​ຫາ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ ໂດ​ຣນ​ສອດ​ແນມ​ຕິດ​ຈະຫຼວດ WZ-8 ສອງ​ໜ່ວຍ ຢູ່​ຖານ​ທັບ​ອາ​ກາດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຈີນ, ປະ​ມານ 560 ກິ​ໂລ​ແມັດ​ໃນ​ແຜ່ນ​ດິນ​ໃຫຍ່​ຫ່າງ​ຈາກ​ນະ​ຄອນ ຊຽງ​ໄຮ, ອີງ​ຕາມ​ໜັງ​ສື​ພິມ​ດັ່ງ​ກ່າວ.

ການ​ປະ​ເມີນ​ຜົນ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ “ແນ່ນອນ​ທີ່​ສຸດ” ໄດ້​ສ້າງ​ຍານ​ພາ​ຫະ​ນະ​ທາງ​ອາ​ກາດ​ທີ່ບໍ່​ມີ​ຄົນ​ຂັບ​ລຳ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ຢູ່​ຖານ​ທັບ​ນັ້ນ, ເຊິ່ງ​ຕົກ​ຢູ່​ພາຍ​ໃນ​ກອງ​ບັນ​ຊາ​ການ​ພາກ​ຕາ​ເວັນ​ອອກ, ທີ່​ເປັນສາ​ຂາ​ຂອງກອງ​ທັບ ຈີນ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຈີນ ໃນ ໄຕ້​ຫວັນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ. ລັດ​ຖະ​ບານ ຈີນ ກໍ​ບໍ່​ສາ​ມາດ​ຕິດ​ຕໍ່​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ.

ໜັງ​ສື​ພິມ​ວໍ​ຊິງ​ຕັນ ໂພ​ສ໌ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປະ​ເມີນ​ຜົນ ກ່ຽວ​ກັບ ໂຄງ​ການ​ດັ່ງ​ກ່າວ​ຈາກ​ແຟ້ມ​ພາບ​ຄວາມ​ລັບ​ຈຳ​ນວນຫຼວງຫຼາຍ​ທີ່​ຖືກ​ເອົາ​ລົງ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ​ສົ່ງ​ຂໍ້​ຄວາມ​ຊື່​ວ່າ Discord, ທີ່​ຖືກ​ກ່າວ​ຫາ​ວ່າ​ກະ​ທຳ​ໂດຍ​ສະ​ມາ​ຊິກ​ຂອງ​ໜ່ວຍ​ພິ​ທັກ​ອາ​ກາດ​ແຫ່ງ​ຊາດ ແມ​ສ​ຊາ​ຈູ​ເຊັດ​ສ໌, ຜູ້​ທີ່​ຖືກ​ຈັບ​ກຸມ​ອາ​ທິດ​ແລ້ວນີ້.

ອົງ​ການ FBI ເມື່ອ​ວັນ​ພະ​ຫັດ​ທີ່​ຜ່ານ​ມາໄດ້​ຈັບ​ທ້າວ ແຈັກ ດັກ​ກ​ລາ​ສ໌ ເທ​ເຊ​ຣາ, ອາ​ຍຸ 21 ​ປີທີ່​ເປັນ​ສະ​ມາ​ຊິກ​ຂອງ​ໜ່ວຍ​ພິ​ທັກ​ອາ​ກາດ​ແຫ່ງ​ຊາດ ສະ​ຫະ​ລັດ, ກ່ຽວ​ກັບ ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ລັບ ທີ່​ໄດ້​ເຮັດ​ໃຫ້ວໍ​ຊິງ​ຕັນ ແລະ ບັນ​ດາ​ພັນ​ທະ​ມິດ​ໃນ​ທົ່ວ​ໂລກ​ອັບ​ອາຍ​ຂາຍ​ໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG