ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກະສານຂອງການລັກເຈາະຂໍ້ມູນ ຮົ່ວໄຫລອອກມາ ເປີດເຜີຍໃຫ້ເຫັນ ການສອດແນມທີ່ແພ່ຫຼາຍຂອງຈີນ


ຢູ່ພາຍໃນຫ້ອງການຂອງບໍລິສັດ I-Soon, ທີ່ຍັງຮູ້ຈັກກັນໃນອີກຊື່ນຶ່ງຄື Anxun ໃນພາສາຈີນກາງ, ແມ່ນເຫັນໄດ້ຫຼັງຈາກເວລາປິດຫ້ອງການໃນເມືອງຈັງດູ, ແຂວງຊີຊວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເມື່ອວັນທີ 20 ກຸມພາ 2024.
ຢູ່ພາຍໃນຫ້ອງການຂອງບໍລິສັດ I-Soon, ທີ່ຍັງຮູ້ຈັກກັນໃນອີກຊື່ນຶ່ງຄື Anxun ໃນພາສາຈີນກາງ, ແມ່ນເຫັນໄດ້ຫຼັງຈາກເວລາປິດຫ້ອງການໃນເມືອງຈັງດູ, ແຂວງຊີຊວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເມື່ອວັນທີ 20 ກຸມພາ 2024.

ຕຳຫຼວດຈີນ ກຳລັງສືບສວນສອບສວນການຖິ້ມເອກະສານທາງອອນໄລນ໌ ທີ່ບໍ່ໄດ້ຮັບອະນຸຍາດ ແລະຜິດປົກກະຕິ ຈາກບໍລິສັດຮັບເໝົາດ້ານຄວາມປອດໄພຂອງເອກະຊົນທີ່ເຊື່ອມໂຍງກັບອົງການຕຳຫຼວດຂັ້ນສູງຂອງຈີນແລະພາກສ່ວນ ອື່ນໆຂອງລັດຖະບານນຳດ້ວຍ ອີງຕາມລາຍງານຂອງອົງການຂ່າວເອພີ.

ມັນເປັນເອກະສານສະສົມມີຄ່າ ທີ່ໄດ້ເປີດເຜີຍ ແລະປາກົດວ່າ ເປັນລາຍການຂອງກິດຈະກຳລັກເຈາະຂໍ້ມູນ ແລະເຄື່ອງມືຕ່າງໆເພື່ອການສອດແນມຕໍ່ທັງຊາວຈີນ ແລະຊາວຕ່າງຊາດ.

ພາຍໃນບັນດາເປົ້າໝາຍຂອງເຄື່ອງມືທັງຫຼາຍນັ້ນ ອັນເປັນທີ່ຊັດເຈນກໍແມ່ນວ່າ ສະໜອງໂດຍບໍລິສັດທີ່ໄດ້ຖືກກະທົບ ຄື I-Soon ທີ່ເປັນກຸ່ມຊົນເຜົ່າແລະພວກທີ່ເຫັນຕ່າງໃນເຂດຕ່າງໆຂອງຈີນ ທີ່ໄດ້ເຫັນການປະທ້ວງຕໍ່ຕ້ານລັດຖະບານຢ່າງຫຼວງຫຼາຍ ຄືກັບ ຮົງກົງ ຫຼື ຊິນຈຽງ.

ການຖິ້ມເອກະສານທີ່ຫຼາກຫຼາຍ ເມື່ອທ້າຍອາທິດແລ້ວນີ້ ແລະທີ່ເປັນຜົນເຮັດໃຫ້ມີການສືບສວນສອບສວນດັ່ງກ່າວ ແມ່ນໄດ້ຖືກຢືນຢັນໂດຍພະນັກງານສອງຄົນຂອງບໍລິສັດ I-Soon ຊຶ່ງມີຄວາມສຳພັນກັບກະຊວງຮັກສາຄວາມສະຫງົບຂອງສາທາລະນະ ທີ່ມີອຳນາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG