ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີເມລທີ່ຮົ່ວໄຫລອອກພາໃຫ້ມີການ ຂຸດຄຸ້ຍເລື້ອງ 'ຂອງຂວັນໃນງານແຕ່ງດອງ' ມູນຄ່າ 380 ລ້ານ ໂດລາ ຂອງລູກສາວ ທ. ປູຕິນ ຂຶ້ນມາ


່ທ່ານກີຣີລ ຊາມາລັອບວ໌, ຖືຮຸ້ນບໍລິສັດ ຊີເບີ ແລະຕໍ່ມາເປັນສາມີ ຂອງລູກສາວ ປະທານາທິບໍດີ ວລາດີເມຍ ປູຕິນ, ທ່ານນາງ ເຢກາເຕີຣີນາ ທີໂຄໂນວາ, ເຂົ້າຮ່ວມກອງປະຊຸມ ສົນທະນາກ່ຽວກັບ ນ້ຳມັນແລະແກັສແຫ່ງຊາດ ໃນນະຄອນຫຼວງ ມົນກູ ຂອງຣັດເຊຍ, ວັນທີ 20 ເມສາ 2016.
່ທ່ານກີຣີລ ຊາມາລັອບວ໌, ຖືຮຸ້ນບໍລິສັດ ຊີເບີ ແລະຕໍ່ມາເປັນສາມີ ຂອງລູກສາວ ປະທານາທິບໍດີ ວລາດີເມຍ ປູຕິນ, ທ່ານນາງ ເຢກາເຕີຣີນາ ທີໂຄໂນວາ, ເຂົ້າຮ່ວມກອງປະຊຸມ ສົນທະນາກ່ຽວກັບ ນ້ຳມັນແລະແກັສແຫ່ງຊາດ ໃນນະຄອນຫຼວງ ມົນກູ ຂອງຣັດເຊຍ, ວັນທີ 20 ເມສາ 2016.

ພິທີແຕ່ງງານ ແລະການຕ້ອນຮັບແຂກ ໃນເດືອນກຸມພາ 2013 ອັນເປັນງານທີ່ມີສີສັນຢູ່ທີ່ສະຖານຣີຊອດຫຼິນສະກີ້ ຢູ່ໃກ້ໆນະຄອນເຊັ້ງ ປີເຕີສເບີກ ຂອງຣັດເຊຍ.

ຄູ່ສົມລົດໃໝ່ທີ່ດີອົກດີໃຈທັງຫຼາຍ ກໍຄື ທ່ານນາງ ເຢກາເຕີຣີນາ ທີໂກໂນວາ (Yekaterina Tikhonova) ຜູ້ທີ່ເປັນລູກສາວຫຼ້າຂອງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະທ່ານ ກີຣີລ ຊາມາລັອບວ໌ (Kirill Shamalov) ລູກຊາຍຂອງເພື່ອນທີ່ເກົ່າແກ່ທີ່ສຸດຄົນນຶ່ງຂອງຜູ້ນຳຣັດເຊຍ. ພາຍໃນຂອງຂວັນທັງຫຼາຍສຳລັບງານດອງທີ່ໄດ້ຮັບມາບໍ່ດົນຫຼັງຈາກພິທີສົມລົດ ກໍແມ່ນຂອງຂວັນຂະໜາດໃຫຍ່ຈາກບໍລິສັດເປໂທຣເຄມີຍັກໃຫຍ່ ຊີເບີ (Sibur).

ອີງຕາມອີເມລຕ່າງໆທີ່ຮົ່ວໄຫລອອກມາ ກ່ຽວກັບເລື້ອງລາວທີ່ໄດ້ຖືກຂຸດຄຸ້ຍຂຶ້ນມາໂດຍ ແຫລ່ງຂ່າວສືບສວນຂອງຣັດເຊຍ iStories ຊຶ່ງເປັນໂຄງການຮ່ວມງານຂອງສະມາຄົມສືບສວນສອບສວນກ່ຽວກັບການກໍ່ອາຊະຍາກຳ ແລະລາຍງານການສໍ້ລາດບັງຫຼວງ ຫຼື OCCRP, ທີ່ວ່າລູກເຂີຍໃໝ່ຂອງທ່ານປູຕິນ ສາມາດຊື້ເອົາຮຸ້ນຂອງບໍລິສັດເປໂທຣເຄມີດັ່ງກ່າວ ທີ່ມີມູນຄ່າເກືອບ 400 ລ້ານໂດລາ ໄດ້ໃນລາຄາພຽງແຕ່ 100 ໂດລາເທົ່ານັ້ນ.

ເລື້ອງດັ່ງກ່າວທີ່ຖືກເປີດເຜີຍອອກມາ ໄດ້ກະຕຸ້ນໃຫ້ເກີດຄື້ນຟອງການວິພາກວິຈານຈາກພວກຕໍ່ຕ້ານການສໍ້ລາດບັງຫຼວງ ທີ່ກ່າວວ່າ ການຕົກລົງທີ່ຫວານໃຈນັ້ນ ແມ່ນໂຕຢ່າງອີກອັນນຶ່ງຂອງລັດທິເກື້ອກູນຍາດຕິພີ່ນ້ອງຂອງວັງເຄຣມລິນ ແລະ ວິທີທີ່ຄອບຄົວຂອງທ່ານປູຕິນ ແລະພວກສະໝຸນຂອງພວກເຂົາເຈົ້າ ແລເພື່ອນມິດ ໄດ້ເພີ້ມພູນຄວາມຮັ່ງມີໃຫ້ຕົນເອງໃນລະຫວ່າງການດຳລົງຕຳແໜ່ງເປັນຜູ້ນຳຂອງຣັດເຊຍ ມາໄດ້ຍາວນານສອງທົດສະວັດແລ້ວ.

“ມັນເປັນເລື້ອງງ່າຍ” ນັ້ນຄືຄໍາເວົ້າຂອງທ່ານອາເລັກເຊ ນາວາລນີ (Alexei Navalny) ທີ່ຂຽນລົງໃນທວິດເຕີ້ ຊຶ່ງທ່ານເປັນນັກການເມືອງຝ່າຍຄ້ານ ແລະນັກເຄື່ອນໄຫວຕໍ່ຕ້ານການສໍ້ລາດບັງຫຼວງ. ທ່ານຂຽນອີກວ່າ “ລູກສາວຂອງປູຕິນໄດ້ແຕ່ງງານ ແລະຄູ່ສົມລົດໃໝ່ ໄດ້ຮັບຂອງຂວັນ 380 ລ້ານໂດລາ.”

ຫຼັງຈາກໄດ້ແຕ່ງງານກັບ ທ່ານນາງທີໂຄໂນວາແລ້ວ ທ່ານຊາມາລັອບວ໌ ໄດ້ຊື້ເອົາຮຸ້ນຂອງບໍລິສັດ ຊີເບີ 3.8 ເປີເຊັນ ໂດຍຜ່ານທາງເວັບໄຊ້ຂອງພວກບໍລິສັດທີ່ຕັ້ງຢູ່ນອກປະເທດ ອີງຕາມການສືບສວນສອບສວນນັ້ນ. ໃນປີ 2008 ທ່ານຊາມາລັອບວ໌ ໄດ້ກາຍເປັນຮອງປະທານຄົນນຶ່ງຂອງບໍລິສັດ ຊີເບີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG