ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຮົ່ວໄຫລຂໍ້ມູນພາສີ ເປີດເຜີຍໃຫ້ຮູ້ ເຖິງຍຸດທະສາດ ດ້ານພາສີຂອງຄົນຮັ່ງມີທີ່ສຸດຂອງອາເມຣິກາ


ສ່ວນນຶ່ງຂອງຟອມເຈ້ງເສຍພາສີ 1040 ຂອງລັດຖະບານກາງຂອງສະຫະລັດທີ່ພິມມາຈາກເວັບໄຊທ໌ ຂອງອົງການບໍລິການເກັບພາສີ ສະຫະລັດ ໃນວັນທີ 13 ກຸມພາ, 2019
ສ່ວນນຶ່ງຂອງຟອມເຈ້ງເສຍພາສີ 1040 ຂອງລັດຖະບານກາງຂອງສະຫະລັດທີ່ພິມມາຈາກເວັບໄຊທ໌ ຂອງອົງການບໍລິການເກັບພາສີ ສະຫະລັດ ໃນວັນທີ 13 ກຸມພາ, 2019

ການຮົ່ວໄຫລທີ່ບໍ່ເຄີຍມີມາກ່ອນຂອງຂໍ້ມູນພາສີສ່ວນຕົວໃຫ້ລັດຖະບານກາງຂອງຊາວອາເມຣິກັນ ຫລາຍພັນຄົນໄດ້ເຮັດໃຫ້ມີການໂຕ້ວາທີດໍາເນີນໄປຢ່າງຕໍ່ເນື່ອງກ່ຽວກັບຄວາມບໍ່ສະເຫມີພາບດ້ານຄວາມຮັ່ງມີໃນສະຫະລັດ, ແລະໄດ້ເຮັດໃຫ້ມີການສະໜັບສະໜູນຕໍ່ຄວາມຫວັງທີ່ວ່າ ຈະມີການປະຕິຮູບດ້ານພາສີທີ່ເຮັດໃຫ້ຄວາມເຂົ້າໃຈຂອງປະຊາຊົນເລິກເຊິ່ງຂຶ້ນ ກ່ຽວກັບວິທີການທີ່ຄົນຮັ່ງມີຫລີກລ້ຽງພາສີທີ່ຈະນຳໄປສູ່ການສ້າງໂຄງປະກອບຂອງລະຫັດພາສີຂອງສະຫະລັດຄືນໃໝ່.

ຂໍ້ມູນດັ່ງກ່າວທີ່ຮົ່ວໄຫລໄປຫາອົງການນັກຂ່າວທີ່ບໍ່ຫວັງຜົນກຳໄລໂພຣພັບລິກາ (ProPublica), ແມ່ນລວມມີຂໍ້ມູນລະອຽດກ່ຽວກັບການແຈ້ງເສຍພາສີຂອງຄົນຮັ່ງມີທີ່ສຸດຫລາຍພັນຄົນໃນປະເທດ ແລະຂະຫຍາຍອອກໄປຫຼາຍກວ່າ 15 ປີ.

ໃນອາທິດນີ້ ໂພຣພັບລິກາ (ProPublica) ໄດ້ນຳເອົາຂໍ້ມູນດັ່ງກ່າວອອກມາໃຫ້ປະເທດຊາດເບິ່ງ ຢ່າງລະອຽດເປັນຄັ້ງທຳອິດ ໃນຂອບເຂດທີ່ວ່າ ຄົນຮັ່ງມີທີ່ສຸດໃນສະຫະລັດສາມາດດຳລົງຊີວິດຢ່າງດີເລີດ ແລະຫລູຫລາເປັນພິເສດທີ່ສຸດ ໃນຂະນະດຽວກັນກໍຈ່າຍພາສີລາຍໄດ້ໃນອັດຕາຕໍ່າ ຫລືບໍ່ ກໍບໍ່ມີການເສຍພາສີລາຍໄດ້ເລີຍ .

ໃນບັນດາການຄົ້ນພົບນັ້ນ ຄືຜູ້ກໍ່ຕັ້ງບໍລິສັດອາມາຊອນ (Amazon), ທ່ານແຈັຟ ເບໂຊ (Jeff Bezos) ທີ່ເປັນຜູ້ຮັ່ງມີທີ່ສຸດໃນໂລກ, ອີງຕາມວາລະສານ Forbes, ບໍ່ໄດ້ເສຍພາສີລາຍໄດ້ໃຫ້ລັດຖະບານກາງໃນປີ 2007 ແລະ 2011, ແລະວ່າເສດຖີຄົນອື່ນໆທີ່ມີຊື່ຄອບຄົວເຊັ່ນ: ວໍເຣນ ບັບເຟດ (Warren Buffet), ມາກ ຊຸກເຄິເບີກ (Mark Zuckerberg), ຈອດຈ໌ ໂຊໂຣ (George Soros), ໄມໂຄ ບລູມເບີກ (Michael Bloomberg), ຄາລ ໄອຄານ (Carl Icahn) ແລະອື່ນໆ - ໄດ້ພະຍາຍາມຈ່າຍພາສີໃນລະດັບໜ້ອຍຫຼາຍໃຫ້ແກ່ລັດ ຖະບານກາງ, ຫຼືບໍ່ກໍບໍ່ມີພາສີເລີຍ ແມ່ນແຕ່ຢູ່ໃນປີ ທີ່ຄວາມຮັ່ງມີຂອງພວກເຂົາ ເຈົ້າເພີ້ມຂຶ້ນເປັນຕື້ໆໂດລາກໍ່ຕາມ.

ມັນເປັນສິ່ງສຳຄັນ ທີ່ຈະຕ້ອງຮູ້ເຖິງຄວາມແຕກຕ່າງກັນ ລະຫວ່າງ “ລາຍໄດ້” ແລະ “ຄວາມຮັ່ງມີ” ສໍາລັບຈຸດປະສົງຂອງລະຫັດພາສີ. ເມື່ອບຸກຄົນຍື່ນເອກະ ສານແຈ້ງເສຍພາສີ ມັນແມ່ນລາຍໄດ້ໃນນັ້ນ ທີ່ລັດຖະບານກຳລັງວັດແທກ - ໄລ່ເບິ່ງລາຍຮັບທີ່ມາຈາກຄ່າຈ້າງ, ກໍາໄລ ແລະການເຄື່ອນໄຫວທຸລະກິດ. ກົງກັນຂ້າມ, ຄວາມຮັ່ງມີບໍ່ພຽງແຕ່ລວມເອົາເງິນທີ່ໄດ້ຈາກລາຍໄດ້, ຈາກການອອກແຮງງານຫລືກໍາໄລ, ແຕ່ຍັງມີການຖືຮຸ້ນຂອງທຶນ - ເຊັ່ນຮຸ້ນ, ພັນທະບັດ, ອະສັງຫາລິມະສັບ, ແລະອື່ນໆ - ເຊິ່ງອາດຈະມີຄຸນຄ່າຫຼາຍແຕ່ບໍ່ໄດ້ສ້າງລາຍຮັບໃດໆ ຈົນກວ່າຈະພວກມັນຈະຖືກມີການຂາຍອອກໄປ.

ອີງຕາມບົດລາຍງານດັ່ງກ່າວ, ຂໍ້ມູນນີ້ສະແດງໃຫ້ເຫັນວ່າ 25 ຄົນທີ່ຮັ່ງມີທີ່ສຸດໃນສະຫະລັດ ຄວາມຮັ່ງມີຂອງພວກເຂົາເຈົ້າເພີ່ມຂຶ້ນລວມກັນເປັນ 401 ຕື້ໂດລາໃນລະຫວ່າງປີ 2014 ຫາ 2018. ແຕ່ວ່າໃນໄລຍະນັ້ນ, ພວກເຂົາເຈົ້າໄດ້ຈ່າຍພາສີພຽງແຕ່ 13 ຕື້ 6 ລ້ານໂດລາ ຫຼືປະມານ 3,4 ເປີເຊັນ ຂອງມູນຄ່າຄວາມຮັ່ງມີທີ່ເພີ້ມຂຶ້ນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG