ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ເປັນປະທານ​ສະພາຕ່ຳ ທີ່ມີຄະແນນນຳ​ໜ້າ ຂອງ ພັກຣີພັບບລິກັນ ຖອນຕົວ ຈາກການແຂ່ງຂັນ


House Republicans in Chaos as Speaker Favorite Withdraws
please wait

No media source currently available

0:00 0:02:34 0:00

ຜູ້​ແຂ່ງຂັນ​ ທີ່ມີຄະແນນນຳ​ໜ້າ ​ຈະມາ​ເປັນປະທານ​ສະພາຕໍ່າ
ສະຫະລັດ ທີ່ຄວບ​ຄຸມ​ໂດຍ ພັກ​ຣີພັບ​ບລິກກັນ ນັ້ນ ໄດ້ຖອນ
ໂຕຢ່າງ​ບໍ່​ໄດ້​ຄາດ​ຝັນ ​ອອກ​ຈາກ​ການ​ແຂ່ງຂັນ​ໃນ​ວັນ​ພະຫັດ​
ວານ​ນີ້ເຮັດ​ໃຫ້ການ​ຄັດ​ເລືອກ​ດັ່ງກ່າວຕົກຢູ່ໃນຄວາມວຸ້ນວາຍ.

ສະມາຊິກ​ສະພາ​ຕໍ່າ ຈາກ​ລັດ California ທ່ານ Kevin McCar-
thy ​ໄດ້​ຊອກ​ຫາ​ການ​ສະໜັບ​ສະ​ໜູນໃນໝູ່ບັນດາສະມາຊິກ​ພັກ
ຣີ​ພັບ​ບລິ​ກັນ 247 ຄົນ ຈາກ​ສະມາຊິກ​ສະພາ​ຕໍ່າ​ທັງ​ໝົດ 435 ຄົນ
​ເພື່ອເຂົ້າ​ຮັບ​ໜ້າ​ທີ່ເປັນປະທານ​ສະພາຕ່ຳ ແທນທ່ານ John
Boehner ກ່ອນ​ການ​ລາ​ອອກ​ບຳນານຂອງ​ທ່ານໃນ​ທ້າຍ​ເດືອນ​
ຕຸລາ​ນີ້.

ທ່ານ McCarthy ​ໄດ້​ກ່າວ​ຕໍ່​ ບັນດາ​ຜູ້​ສະໜັບສະໜູນ​ວ່າ ທ່ານ​ມີສຽງສະໜັບສະໜູນ​ພຽງ
ພໍໃນການຄັດ​ເ​ລື​ອກຂອງ​ພັກເວລາ​ສະພາ​ຕຳ່ທັງ​ໝົດລົງ​ຄະ​ແນນ​ສຽງໃນ​ວັນທີ 29 ​ເດືອນ
​ຕຸລານີ້ ​ເພື່ອ​ເຂົ້າຮັບໜ້າທີ່ແທນ​ທ່ານ Boehner. ​ແຕ່​ວ່າ ສະມາ​ຊິກ​ພັກຣີພັບ​ບລິ​ກັນ​ສອງ​
ຄົນ ທ່ານ Jason Chaffetz ຈາກ​ລັດ Utah ​ແລະ ທ່ານ Daniel Webster ຈາກ​ລັດ
Florida ​ໄດ້​ປະກາດ​ການ​ເຂົ້າ​ສະມັກ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ດຽວ​ກັນ ​ເຮັດ​ໃຫ້​ເກີດ​ຄວາມ​ສັບ
ສົນ​ແກ່​ຫົນທາງ​ ໄປ​ສູ່​ການ​ໄດ້ຮັບໄຊຊະນະ​ຂອງ ທ່ານ McCarthy ​ໃນ​ທ້າຍ​ເດືອນ​ຕຸລາ
ຖ້າ​ຫາກ​ສະມາຊິກ​ພັກຣີພັບບລິ​ກັນ​ ຍັງສືບຕໍ່​ລົງ​ຄະ​ແນນ​ສຽງ​ຕໍ່ຕ້ານ​ທ່ານ.

McCarthy: US House Republicans Need Fresh Face
please wait

No media source currently available

0:00 0:00:35 0:00

ທ່ານ McCarthy, ທ່ານ Shaffetz ​ແລະ ທ່ານ Webster ທັງ​ໝົດ​ຮ້ອງ​ຕົນ​ເອງ​ວ່າ ​ເປັນ​
ຜູ້​ນິຍົມແນວທາງ​ເດີມ ​ແຕ່​ວ່າ ຄະນະເສລີພາບຂອງສະພາຕ່ຳຈຳ ນວນ 40 ຄົນຫລື​ຫລາ​
ຍກ່ອນນັ້ນ ຊຶ່ງເປັນພວກນິຍົມ​ແນວທາງ​ເດີ​ມທີ່ມີໂວຫານ ຢູ່​ໃນ​ສະພາ ​ໄດ້​ຮ້ອງ​ໃຫ້ເລືອກ
ເອົາ​ທ່ານ Webster​.

​ໃນ​ຂະນະ​ທີ່​ກອງປະຊຸມຄະນະດັ່ງກ່າວ​ໃນ​ວັນ​ພະຫັດ​ວານນີ້ ທ່ານ McCarthy ​ໄດ້​ຖອນ
​ໂຕ ​ເຮັດໃຫ້​ເກີດ​ຄວາມ​ຕົກ​ໃຈ​ແກ່​ບັນດາ​ເພື່ອນຮ່ວມງານຂອງ​ທ່ານ ​ໃນ​ຂະນະ​ທີ່​ທ່ານ​ໃຫ້
ການຮັບ​ຮູ້​ໃນ​ເວລາ​ຕໍ່​ມາ.

ທ່ານ McCarthy ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ “ຂ້າພະ​ເຈົ້າ​ຄິດວ່າ ຂ້າພະ​ເຈົ້າ ​ໄດ້​ເຮັດ​ໃຫ້
​ພວກ​ທ່ານ​ຈຳ​ນວນ​ນຶ່ງ​ຕື່ນ​ຕົກ​ໃຈແມ່ນ​ບໍ່? ພວກ​ເຮົາ​ໄດ້​ຜ່ານ​ການ​ໂອ້​ລົມ​ກັບ​ບັນດາ​ສະມາ
ຊິກ​ຫລາຍໆ​ທ່ານ ​ແຕ່​ວ່າ​ສິ່ງ​ນຶ່ງ ທີ່​ຂ້າພະ​ເຈົ້າ​ໄດ້ເວົ້າ​ວ່າການ​ໂຄສະນາ​ຫາ​ສຽງ​ນີ້​ວ່າພວກ​ເຮົາແມ່ນຜູ້​ຮັບ​ໃຊ້. ພວກ​ເຮົາ​ຄວນໃຫ້ຄວາມສຳຄັນແກ່ກອງ​ປະຊຸມພັກຣີພັບ​ບລິ​ກັນກ່ອນ
ອື່ນ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ບາງ​ຢ່າງ​ທີ່​ຈະ​ຕ້ອງ​ກ່າວ​ເພື່ອ​ໃຫ້​ພວກ​ເຮົາ​ເຕົ້າ​ໂຮມກັນພວກ​ເຮົາ​ອາດ​ຈະ​ຕ້ອງການ​ໜ້າ​ໃໝ່. ​ບໍ່​ມີ​ຫຍັງ​ຫລາ​ຍກວ່ານັນ ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ດີ ກ່ຽວ​ກັບ​ການ​ຕັດສິນ​ໃຈນີ້.”

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG