ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວ​ ເພື່ອປະຊາທິປະໄຕ ທີ່​ນຳ​ໜ້າ​ຂອງ​ ໄທ ຖືກ​ຈັບ​ເຂົ້າ​ຄຸກ​ຕື່ມ​ອີກ​ສອງ​ປີ ສຳ​ລັບ​ການ​ດູ​ໝິ່ນ​ກະ​ສັດ


ທ່ານ ອາ​ນົນ ນຳ​ພາ, ນັກ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ຂອງ ໄທ ແລະ ອະ​ດີດ​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ, ຍົກ​ມື​ສາມ​ນິ້ວ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ​່ານ​ເດີນ​ທາງ​ຮອດ​ສານ, ບາງ​ກາງ, ໄທ, 26 ກັນ​ຍາ 2023.
ທ່ານ ອາ​ນົນ ນຳ​ພາ, ນັກ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ຂອງ ໄທ ແລະ ອະ​ດີດ​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ, ຍົກ​ມື​ສາມ​ນິ້ວ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ​່ານ​ເດີນ​ທາງ​ຮອດ​ສານ, ບາງ​ກາງ, ໄທ, 26 ກັນ​ຍາ 2023.

ສານແຫ່ງນຶ່ງ​ໃນ​ປະ​ເທດ ໄທ ໃນ​ວັນ​ຈັນ​ມື້ນີ້ ​ໄດ້​ຕັດ​ສິນ​ລົງ​ໂທດ​ຂັງ​ຄຸກນຶ່ງ​ໃນ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ປະ​ຊາ​ທິ​ປະ​ໄຕ​ ທີ່​ນຳ​ໜ້າ​ໝູ່​ຂອງຣາ​ຊະ​ອາ​ນາ​ຈັກ​ນັ້ນ ເປັນ​ເວລາສອງ​ປີ ກ່ຽວ​ກັບຂໍ້​ກ່າວ​ຫາ​ດູ​ໝິ່ນ​ກະ​ສັດ.

ມັນ​ເປັນ​ການ​ຕັ້ງ​ຂໍ້​ກ່າວ​ຫາ​ຄັ້ງຫຼ້າ​ສຸດ​ຕໍ່​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ​ຄົນ​ສຳ​ຄັນ​ ທ່ານ ອາ​ນົນ ນຳ​ພາ, ຜູ້​ທີ່​ຕອນນີ້​ໄດ້​ປະ​ເຊີນ​ກັບ​ການ​ຖືກ​ຂັງ​ຄຸກ​ດົນ​ກວ່າ 10 ປີ.

ປັດ​ຈຸ​ບັນ​ນີ້​ທ່ານ​ຢູ່​ໃນ​ຄຸກຫຼັງ​ຈາກ​ທ່ານ​ຖືກ​ຕັດ​ສິນ​ໂທດ 4 ປີ ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ກ່ຽວ​ກັບ ຂໍ້​ຄວາມ​ສາມ​ອັນ​ທີ່​ທ່ານ​ໄດ້​ຂຽນ​ລົງ​ໃນ ເຟ​ສ​ບຸກ ເມື່ອ​ປີ 2021, ໂດຍເພີ່ມ​ໃສ່ໂທດອີກ 4 ປີ​ ທີ່​ທ່ານ​ໄດ້ປະ​ຕິ​ບັດໄປ​ແລ້ວ​ສຳ​ລັບ​ຄຳ​ຕັດ​ສິນການ​ໝິ່ນ​ສະ​ຖາ​ບັນກະສັດ ​ກ່ອນ​ໜ້ານີ້.

ບັນ​ດາ​ນັກ​ວິ​ຈານ​ເວົ້າ​ວ່າ​ ລັດ​ຖະ​ບານ​ໄດ້​ໃຊ້​ກົດ​ໝາຍ​ທີ່​ເຂັ້ມ​ງວດ​ເພື່ອ​ປິດ​ປາກ​ຜູ້​ຄັດ​ຄ້ານ, ລົງ​ໂທ​ດ​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ພາຍ​ໃຕ້​ກົດ​ໝາຍ​ທີ່​ເຂັ້ມ​ງວດ​ທີ່​ປົກ​ປ້ອງ​ກະ​ສັດ ມະ​ຫາ ວະ​ຈິ​ຣາ​ລົງ​ກອນ ແລະ ຄອບ​ຄົວ​ຂອງ​ເພິ່ນ.

ສານ​ອາ​ຍາ​ໃນ ບາງກອກ ໄດ້​ຕັດ​ສິນ​ລົງ​ໂທດ​ທ່ານ ອາ​ນົນ ເປັນ​ເວ​ລາ​ສອງ​ປີ ແລະ 20 ວັນ ​ສຳ​ລັບ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ຢູ່​ການໂຮມ​ຊຸມ​ນຸມ​ໃນ​ແບບຮູບ​ເງົາ ແຮ​ຣີ ພັອດ​ເຕີ ເມື່ອ​ປີ 2021 ເພື່ອ​ປ່ຽນ​ແປງ​ກົດ​ໝາຍ​ການດູໝິ່ນ​ກະ​ສັດ​ຂອງ ໄທ.

ທ່ານ​ຖືກ​ພົບເຫັນ​ວ່າ​ ມີ​ຄວາມ​ຜິດ​ໃນ​ສີ່​ຂໍ້​ຫາ ລວມ​ທັງ​ການ​ລະ​ເມີດ​ກົດ​ໝາຍ​ການ​ດູ​ໝິ່ນ​ສະ​ຖາ​ບັນກະສັດ, ຂັດ​ຂືນ​ດຳລັດວ່າດ້ວຍພາວະ​ສຸ​ກ​ເສີນ, ແລະ ການໃຊ້​ລຳ​ໂພງ​ດັງ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ທະ​ນາຍ​ຄວາມ ໄທ ເພື່ອ​ສິດ​ທິ​ມະ​ນຸດ.

ການ​ປະ​ທ້ວງ​ສະ​ໜັ​ບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ທີ່​ນຳ​ໜ້າ​ໂດຍ​ຊາວ​ໜຸ່ມ​ຂອງ ໄທ ໃນ​ປີ 2020 ໄດ້​ເຮັດ​ໃຫ້​ມີ​ຫຼາຍ​ສິບ​ພັນ​ຄົນ​ອອກ​ໄປ​ຖະ​ໜົນ​ເພື່ອ​ທຳ​ການ​ຮຽກ​ຮ້ອງ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ ​ເພື່ອ​ປະ​ຕິ​ຮູບ​ລະ​ບອບ​ຣາ​ຊາ​ທິ​ປະ​ໄຕ.

ໃນ​ການ​ລົງ​ໂທດ​ທ່ານ, ສານ​ອາ​ຍາ​ຍັງ​ໄດ້​ປັບໄໝທ່ານດ້ວຍ​ເງິນ 150 ບາດສຳ​ລັບ​ການ​ໃຊ້​ລຳ​ໂພງ​ສຽງ​ດັງ.

ທ່ານ ອາ​ນົນ ແມ່ນ​ນຶ່ງ​ໃນ​ບັນ​ດາ​ນັກ​ເຄື່ອນ​ໄຫວ 150 ຄົນ​ຜູ້​ທີ່​ຖືກ​ຕັ້ງຂໍ້​ຫາ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ ພາຍ​ໃຕ້​ກົດ​ໝາຍ​ການ​ດູ​ໝິ່ນ​ສະ​ຖາ​ບັນ, ເຊິ່ງ​ມັກ​ຈະ​ຖືກ​ອ້າງ​ດັ່ງ​ກັບມາດຕາ “112” ຕາມ​ມາດ​ຕາ​ທີ່​ສຳ​ຄັນ​ຂອງ​ລະຫັດ​ກົດ​ໝາຍ​ອາ​ຍາ.

ອ່ານ​ຂ່າວ​ນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG