ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ​້​ນຳ ເທີ​ກີ ກັບ ຊາ​ອຸ​ດີ ອາ​ຣາ​ເບຍ ປຶກ​ສາ​ກັນ ກ່ຽວ​ກັບ ​ການ​ຫາຍ​ສາບ​ສູນ ຂອງ​ທ້າວ ຄາ​ຊອກ​ກີ


ບັນ​ດາ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ມະ​ນຸດ ຖື​ຮູບ​ຂອ​ງ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ, ທີ່​ນະ​ຄອນ
ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 9 ຕຸ​ລາ, 2018.
ບັນ​ດາ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ມະ​ນຸດ ຖື​ຮູບ​ຂອ​ງ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ, ທີ່​ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 9 ຕຸ​ລາ, 2018.

ບັນ​ດາ​ຜູ້​ນຳ​ຂອງປະ​ເທດ ເທີ​ກີ ແລະ ຊາ​ອຸ​ດີ​ ອາ​ຣາ​ເບຍ ໄດ້​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ
ການຈັດຕັ້ງຄະນະເຮັດວຽກຮ່ວມ ເພື່ອຊອກຄົ້ນ ກ່ຽວກັບ ການຫາຍຕົວ ຂອງນັກຂ່າວ
ຊາອຸດີ ອາຣາເບຍ ທ້າວ ຈາມາລ ຄາຊອກກີ, ຜູ້ທີ່ໄດ້ຫາຍສາບສູນໃນວັນທີ 2 ຕຸລາທີ່
ຜ່ານມາ ຢູ່ສະຖານກົງສຸນ ຊາອຸດີ ອາຣາເບຍ ໃນນະຄອນ ອິສຕັນບູລ, ປະເທດ ເທີກີ.

ບັນ​ດ​າ​ອົງ​ການ​ຂ່າວ​ລັດ​ຖະ​ບານ​ຈາກ​ທັງ​ສອງ​ປະ​ເທດ​ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ
ທ່ານ ໄຕຢິບ ເອີດູອານ ແລະ ເຈົ້າຊີວິດ ຊາລມານ ຂອງຊາອຸ ໄດ້ລົມກັນ ກ່ຽວກັບ ກໍ
ລະນີດັ່ງກ່າວທາງໂທລະສັບເມື່ອຄືນວັນອາທິດວານນີ້.

ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ເທີ​ກີ ໄດ້​ໃຫ້​ເຫດ​ຜົນ​ຕ່າງ​ກັນ ກ່ຽວ​ກັບ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ
ທ້າວ ຄາຊອກກີ ຫຼັງຈາກລາວໄດ້ເຂົ້າໄປໃນສະຖານກົງສຸນ.

ບັ​ນ​ດາ​ເຈົ້າ​ໜ້າ​ທີ່ ເທີ​ກີ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ເຊື່ອ​ວ່າ​ທ້າວ ຄາ​ຊອກ​ກີ ໄດ້​ຖືກ​ຄາດ​ຕະ​ກຳ,
ໃນຂະນະທີ່ ຊາອຸດີ ອາຣາເບຍ ເອີ້ນການກ່າວຫານັ້ນວ່າ “ບໍ່ມີມູນຖານ” ແລະ ເວົ້າວ່າ
ທ້າວ ຄາຊອກກີ ໄດ້ເດີນທາງອອກຈາກກົງສຸນດ້ວຍຕົນເອງ. ທັງສອງຝ່າຍແມ່ນບໍ່ໄດ້
ໃຫ້ຫຼັກຖານທີ່ກະຈ່າງແຈ້ງ ເພື່ອສະໜັບສະໜູນເຫດຜົນຂອງຕົນ ກ່ຽວກັບ ເຫດການ
ດັ່ງກ່າວ.

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ປະ​ຕິ​ເສດ​ກາ​ນ​ຂົ່ມ​ຂູ່​ ກ່ຽວ​ກັບ ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​
ຕ່າງໆຈາກປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຜູ້ທີ່ໄດ້ບອກລາຍການ 60
ນາທີ ຂອງໂທລະພາບ CBS ວ່າມັນຈະມີ “ການລົງໂທດທີ່ຮຸນແຮງ” ຖ້າມີລົງຄວາມ
ເຫັນວ່າທ້າວ ຄາຊອກກີ ໄດ້ຖືກຂ້າຕາຍຢູ່ໃນສະຖານກົງສຸນ ຊາອຸດີ ອາຣາເບຍ.

ອົງ​ການ​ຂ່າວ​ທາງ​ການ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເນັ້ນ​ຄຳ​ເວົ້າ​ຂອງ​ແຫຼ່ງ​ຂ່າວ​ລັດ​ຖະ​ບານ​
ທີ່ບໍ່ປະສົງອອກຊື່ວ່າ “ຣາຊະອານາຈັກ ຂໍຢືນຢັນການປະຕິເສດທັງໝົດຂອງເຂົາເຈົ້າ
ກ່ຽວກັບ ການຂົ່ມຂູ່ ແລະ ຄວາມພະຍາຍາມໃດໆ ທີ່ຈະທຳລາຍເຂົາເຈົ້າ, ບໍ່ວ່າດ້ວຍ
ການຂົ່ມຂູ່ທີ່ຈະວາງມາດຕະການລົງໂທດທາງເສດຖະກິດ, ໃຊ້ການກົດດັນທາງການ
ເມືອງ, ຫຼື ການກ່າວຫາທີ່ຜິດຢ່າງຊ້ຳແລ້ວຊ້ຳອີກ.”

ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ລັດ​ຖະ​ບານ ຊາ​ອຸ​ດີ ອາ​ຣາ​ເບຍ “ຍັງ​ໄດ້​ຢືນ​ຢັນ​ວ່າ ຖ້າ​
ເຂົາເຈົ້າໄດ້ຮັບການດຳເນີນການໃດໆ, ເຂົາເຈົ້າກໍຈະຕອບໂຕ້ດ້ວຍການດຳເນີນການ
ທີ່ຮຸນແຮງກວ່າ,” ໂດຍເນັ້ນວ່າ ເສດຖະກິດຂອງເຂົາເຈົ້າ, ໃນຖານະເປັນຜູ້ສົ່ງອອກນ້ຳ
ມັນລາຍໃຫຍ່ທີ່ສຸດຂອງໂລກນັ້ນ, “ມີບົດບາດທີ່ມີອິດທິພົນ ແລະ ສຳຄັນໃນເສດຖະກິດ
ໂລກ.”

ທ້າວ ຄາ​ຊອກ​ກີ ໄດ້​ອາ​ໄສ​ຢູ່​ ສະ​ຫະ​ລັດ ແບບ​ການ​ເນ​ລະ​ເທດ​ຕົນ​ເອງ ແລະ ໄດ້​ຕຳ​ນິຕິ​
ຕຽນອົງມົງກຸດ ໂມຮຳເມັດ ບິນ ຊາລມານ ໃນຫົວຂ່າວທີ່ຂຽນໃຫ້ໜັງສືພິມ ວໍຊິງຕັນ
ໂພສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

More Fallout from Disappearance of Saudi Journalist
please wait

No media source currently available

0:00 0:02:31 0:00

XS
SM
MD
LG