ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ​ໄບ​ເດັນ​ກ່າວ​ວ່າ ທ່ານບໍ່​ຮູ້​ວ່າ ມີ​ຫຍັງ​ແດ່​ ໃນເອກະສານລັບ ທີ່ພົບ​ເຫັນຢູ່​ຫ້ອງການໃນອະດີດຂອງທ່ານ ນັ້ນ


ປະທານາທິບໍດີໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລງຂ່າວໃນ​ນະຄອນ​ຫລວງເມັກ​ຊິ​ໂກ ຊີ​ຕີ້ ຮ່ວມ​ກັບ​ປະທານາທິບໍດີ​ເມັກ​ຊິ​ໂກ, ທ່ານ​ອັງ​ເດ​ຣ ມ​າ​ນຸຍ​ແອ​ລ ໂລ​ເປ​ສ ໂອ​ເບ​ຣ​ດໍ​ ແລະ​ນາຍົກການາດາ, ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ໃນ​ເມັກ​ຊິ​ໂກ, ວັນ​ທີ 10 ມັງ​ກອນ, 2023
ປະທານາທິບໍດີໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລງຂ່າວໃນ​ນະຄອນ​ຫລວງເມັກ​ຊິ​ໂກ ຊີ​ຕີ້ ຮ່ວມ​ກັບ​ປະທານາທິບໍດີ​ເມັກ​ຊິ​ໂກ, ທ່ານ​ອັງ​ເດ​ຣ ມ​າ​ນຸຍ​ແອ​ລ ໂລ​ເປ​ສ ໂອ​ເບ​ຣ​ດໍ​ ແລະ​ນາຍົກການາດາ, ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ໃນ​ເມັກ​ຊິ​ໂກ, ວັນ​ທີ 10 ມັງ​ກອນ, 2023

ປະທານາທິບໍດີໂຈ ໄບ​ເດັນ ກ່າວວ່າ ທ່ານ "ຮູ້​ສຶກແປກໃຈ" ທີ່ໄດ້ຮູ້ວ່າ ທະນາຍຄວາມຂອງທ່ານພົບເຫັນເອ​ກະ​ສານບັນທຶກຂອງລັດຖະບານຢູ່ໃນຫ້ອງການໃນອະດີດຂອງທ່ານຢູ່ທີ່ອົງ​ການ​ຄົ້ນ​ຄວ້າແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫລວງວໍຊິງຕັນ ແລະກ່າວວ່າ ທ່ານບໍ່ຮູ້ວ່າ ມີຂໍ້ມູນຫຍັງແດ່ຢູ່ໃນເອກະສານລັບ​ເຫລົ່າ​ນັ້ນ.

“ທະນາຍຄວາມຂອງຂ້າ​ພະ​ເຈົ້າ ບໍ່ໄດ້ແນະນຳໃຫ້ຂ້າ​ພະ​ເຈົ້າຖາມວ່າເຂົາເຈົ້າມີເອກະສານຫຍັງແດ່. ພວກ​ເຂົາເຈົ້າໄດ້ເອົາກ່ອງເອ​ກະ​ສານ​ເຫລົ່າ​ນັ້ນມອບ​ໃຫ້​ແກ່ຫ້ອງ​ການ​ເກັບ​ເອ​ກະ​ສານ​ແຫ່ງ​ຊາດ, ແລະພວກເຮົາໄດ້​ໃຫ້ການຮ່ວມມືຢ່າງເຕັມສ່ວນໃນການ ທົບທວນຄືນ, ເຊິ່ງຂ້າພະເຈົ້າຫວັງວ່າຈະສໍາເລັດລົງໃນໄວໆນີ້ ແລະຈະມີລາຍລະອຽດເພີ່ມເຕີມໃນຕອນນັ້ນ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນກ່າວ​ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລງຂ່າວຢູ່​ນະຄອນ​ຫລວງເມັກ​ຊິ​ໂກ ຊີ​ຕີ້ ຮ່ວມ​ກັບ​ປະທານາທິບໍດີ​ເມັກ​ຊິ​ໂກ, ທ່ານ​ອັງ​ເດ​ຣ ມ​າ​ນຸຍ​ແອ​ລ ໂລ​ເປ​ສ ໂອ​ເບ​ຣ​ດໍ​ (Andrés Manuel López Obrador) ແລະ​ນາ ຍົກລັດຖະມົນຕີການາດາ, ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ (Justin Trudeau) ພາຍຫຼັງ​ການ​ພົບ​ປະກັນ​ຂອງ​ພວກ​ເພິ່ນ.

ໃນວັນຈັນ​ຜ່ານ​ມາ, ທະນາຍຄວາມສ່ວນຕົວຂອງທ່ານໄບ​ເດັນ ເປີດເຜີຍວ່າ ໃນເດືອນ ພະຈິກ ມີເອກະສານຊຸດນຶ່ງທີ່​ເຮັດ​ຂຶ້ນໃນ​ຕອນທີ່ທ່ານໄບ​ເດັນ ເປັນຮອງປະທານາທິບໍ ດີ ເຊິ່ງ​ໃນ​ນັ້ນ​ມີບາງອັນ​ເປັນ​ເອ​ກະ​ສານ​ລັບ ຖືກພົບເຫັນຢູ່ຫ້ອງ​ການຢູ່​ທີ່ສູນ​ກາງ​ເພັນໄບ​ເດັນ (Penn Biden) ສຳ​ລັບດ້ານ​ການ​ທູດ ແລະການ​ພົວ​ພັນ​ໂລກ ຫລື (Center for Diplomacy and Global Engagement) ເຊິ່ງ​ເປັນສະຖາບັນທີ່ ເອີ້ນ​ຊື່ຕາມທ່ານໄບ​ເດັນ ແລະມີ​ການ​ເຊື່ອມ​ໂຍງ​ກັບມະຫາວິທະຍາ​ໄລ ເພນ​ຊີ​ລເ​ວ​ເນຍ ທີ່​ທຳນຽບຂາວ​ກ່າວ​ວ່າ ທ່ານໄບ​ເດັນໄດ້​ໃຊ້ຫ້ອງ​ການນັ້ນ ​ໃນ​ລະຫວ່າງ​ປີ 2017 ຫາ 2020.

ບັນດາສະມາຊິກສະພາຈາກພັກຣີພັບບລີກັນ ໄດ້​ໃຫ້ເລີ້ມ​ມີການສອບຖາມ ກ່ຽວກັບເລື້ອງນີ້.

ທ່ານໄມ​ຄ໌ ເທີນ​ເນີ ຜູ້​ທີ່​ກຳ​ລັງ​ເຂົ້າ​ມາ​ເປັນປະທານດ້ານການສືບລັບຂອງ​ສະ​ພາ​ຕ່ຳ ໃນ ວັນອັງຄານວານນີ້ ໄດ້ສົ່ງຈົດໝາຍຫາຜູ້ອຳນວຍການອົງການສືບລັບແຫ່ງຊາດ, ທ່ານ​ແອວ​ຣີລ ເຮນ​ສ໌ (Avril Haines) ເພື່ອຮຽກຮ້ອງໃຫ້ "ທົບທວນຄືນ ແລະປະເມີນ ຄວາມເສຍຫາຍໃນທັນທີ. "

ທ່ານເທີນ​ເນີ ກ່າວວ່າ ການຄົ້ນພົບດັ່ງກ່າວ ອາດຈະເຮັດໃຫ້ທ່ານໄບ​ເດັນລະເມີດກົດ ໝາຍທີ່ປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ລວມທັງກົດໝາຍວ່າດ້ວຍການສືບລັບ ແລະກົດໝາຍວ່າ​ດ້ວຍ​ບົດບັນທຶກຂອງປະທານາທິບໍດີ, ເຊິ່ງ​ເປັນກົດໝາຍສອງ​ຢ່າງ ທີ່ກະຊວງຍຸຕິທຳໃຊ້​ເປັນ​ບ່ອນອ້າງອີງວ່າ ເປັນພື້ນຖານຂອງການເຂົ້າຄົ້ນເຮືອນ ຂອງອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ຢູ່ບ່ອນ​ຕາກ​ອາ​ກາດ ມາ-ອາ-ລາ​ໂກ (Mar-a-Lago) ທີ່​ລັດ​ຟ​ລໍ​ຣີ​ດາ ໃນປີກາຍນີ້. ທ່ານທ​ຣຳ ໄດ້ປະຕິເສດຄຳຮ້ອງຂອງຫ້ອງ​ການ​ເກັບ​ມ້ຽນເອ​ກະ​ສານແຫ່ງຊາດ ມາເປັນເວລາຫຼາຍເດືອນທີ່ບອກວ່າ​ໃຫ້ມອບເອ ກະສານລັບ ທີ່ສົງໄສວ່າມີຢູ່ໃນການຄອບຄອງຂອງທ່ານນັ້ນ ຈົນກວ່າ ມີການເຂົ້າ​ໄປ​ກວດຄົ້ນໂດຍເຈົ້າ​ໜ້າ​ທີ່ອົງ​ການ​ເອັ​ຟ​ບີ​ໄອ (FBI) ໃນເດືອນສິງຫາຜ່ານ​ມາ ທີ່ໄດ້ພົບ ເຫັນເອກະສານຫຼາຍຮ້ອຍສະ​ບັບ ຊຶ່ງ​ໃນ​ນັ້ນມີຫຼາຍສິບສະ​ບັບ​ເປັນເອກະສານລັບທີ່​ສຸດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG