ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງ ສະຫະລັດ ເມັກຊິໂກ ແລະ ການາດາ ເຈລະຈາ ໃນກອງປະຊຸມສຸດຍອດ ທີ່ເມັກຊິໂກ ຊີຕີ


ປະທານາທິບໍດີ ສຫລ ໂຈ ໄບເດັນ, ປະທານາທິບໍດີ ເມັກຊິໂກ ອານເດຣສ ມານູແອລ ໂລເປສ ໂອບຣາດໍ ແລະ ນາຍົກລັດຖະມົນຕີີ ການາດາ ຈັສຕິນ ທຣູໂດ ກຳລັງຖ່າຍຮູບ ຮ່ວມກັນ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ນຳເຂດອາເມຣິກາເໜືອ ໃນນະຄອນຫຼວງເມັກຊິໂກ ຊີຕີ້ ຂອງເມັກຊິໂກ, ວັນທີ 10 ມັງກອນ 2023.
ປະທານາທິບໍດີ ສຫລ ໂຈ ໄບເດັນ, ປະທານາທິບໍດີ ເມັກຊິໂກ ອານເດຣສ ມານູແອລ ໂລເປສ ໂອບຣາດໍ ແລະ ນາຍົກລັດຖະມົນຕີີ ການາດາ ຈັສຕິນ ທຣູໂດ ກຳລັງຖ່າຍຮູບ ຮ່ວມກັນ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ນຳເຂດອາເມຣິກາເໜືອ ໃນນະຄອນຫຼວງເມັກຊິໂກ ຊີຕີ້ ຂອງເມັກຊິໂກ, ວັນທີ 10 ມັງກອນ 2023.

ບັນດາຜູ້ນຳຂອງການາດາ ເມັກຊິໂກ ແລະ ສະຫະລັດ ພົບປະກັນໃນວັນອັງ ຄານວານນີ້ ຢູ່ໃນນະຄອນຫຼວງເມັກຊິກໂກ ຊີຕີ ສຳລັບກອງປະຊຸມສຸດຍອດ ແລະໄດ້ກ່າວວ່າ ພວກເພິ່ນໄດ້ເຮັດໃຫ້ມີການຮ່ວມມືເປັນຄູ່ພາຄີໃນຂົງເຂດເຂັ້ມແຂງຂຶ້ນກວ່າເກົ່າ ຫຼັງຈາກທີ່ໄດ້ປະຊຸມກັນເປັນເວລາສອງວັນ.

ໃນລະຫວ່າງກອງປະຊຸມສຸດຍອດລະດັບຜູ້ນຳຂອງອາເມຣິກາເໜືອ ໂດຍມີນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ປະທານາທິບໍດີ ເມັກຊິໂກ ອານເດຣສ ມານູແອລ ໂລເປສ ໂອບຣາດໍ ແລະ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ຕົກລົງທີ່ຈະເພີ້ມຄວາມແຂງແກ່ນໃນສາຍສຳພັນດ້ານເສດຖະກິດ ທີ່ລວມມີ ຜະລິດສິນຄ້າໃນຂົງເຂດໃຫ້ຫຼາຍຂຶ້ນ ແລະເລັ່ງການຜະລິດອຸປະກອນອີເລັກໂທຣນິກ ຫຼື ເຊມີຄອນດັກເຕີ.

ທ່ານໄບເດັນ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ລຸນຫຼັງທີ່ໄດ້ເຂົ້າປະຊຸມເປັນເວລາປະມານສອງຊົ່ວໂມງ ຢູ່ທຳ​ນຽບແຫ່ງຊາດຂອງເມັກຊິໂກ ທີ່ທັງສາມປະເທດ ວ່າ “ເປັນຄູ່ພາຄີທີ່ແທ້ຈິງ.”

ທ່ານກ່າວອີກວ່າ “ພວກເຮົາແຂງແກ່ນຂຶ້ນກວ່າເກົ່າ ແລະດີຂຶ້ນກວ່າເກົ່າ ເມື່ອພວກເຮົາເຮັດວຽກຮ່ວມກັນ ພວກເຮົາທັງສາມ ແລະຮ່ວມກັນພວກເຮົາໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍ ຕັ້ງແຕ່ກອງປະຊຸມສຸດຍອດເທື່ອແລ້ວນີ້ ຈາກການຕໍ່ສູ້ພະຍາດໂຄວິດ-19 ແລະເສີມກຳລັງຄວາມອາດສາມາດຂອງພວກເຮົາ ຕະຫຼອດເຖິງການຮັບມືກັບໄພຂົ່ມຂູ່ດ້ານສາທາລະນະສຸກ ແລະການລົງທຶນຢູ່ໃນ ແລະສ້າງກຳລັງແຮງງານໃນສັດຕະວັດທີ 21.”

ພວກເພິ່ນ ຍັງໄດ້ປຶກສາຫາລືໃນເລື້ອງ ການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ ຄົນເຂົ້າເມືອງ ແລະຂະ​ບວນ​ການ​ຄ້າຢາເສບຕິດ ແລະພວກຄົນຢູ່ຕາມຊາຍແດນສະຫະລັດແລະເມັກຊິໂກ.

ເມັກຊິໂກ ຈະຊ່ອຍສະຫະລັດ ຕໍ່ສູ້ກັບການຄ້າຢາແກ້ປວດສັງເຄາະ fentanyl ທີ່ກິນແລ້ວຕິດ ດັ່ງທີ່ ທ່ານໂລເປສ ໂອບຣາດໍ ໄດ້ກ່າວ ຊຶ່ງໄດ້ນຳໄປສູ່ການເສຍຊີວິດຂອງຊາວອາເມຣິກັນຫຼາຍພັນຄົນ. ແລະທ່ານໄດ້ຮຽກຕໍ່ທ່ານໄບເດັນ ຊຸກຍູ້ລັດຖະສະພາສະຫະລັດ ໃຫ້ປະຕິຮູບກ່ຽວກັບຄົນເຂົ້າເມືອງ ແລະໃຫ້ຊ່ອຍປົວແປງສະຖານະຂອງຊາວເມັກຊິໂກຫຼາຍລ້ານຄົນ ທີ່ປາດສະຈາກເອກະສານຖືກຕ້ອງຢູ່ໃນສະຫະລັດ.

ປະທານາທິບໍດີຂອງເມັກຊິໂກ ໄດ້ກ່າວວ່າ ບັນຫາຄົນເຂົ້າເມືອງ ແມ່ນເລື້ອງນຶ່ງໃນຫຼາຍບັນຫາ ທີ່ໄດ້ຖືກເວົ້າເຖິງຫຼາຍທີ່ສຸດ ຢູ່ໃນກອງປະຊຸມສຸດຍອດ.

ຜູ້ນຳທັງສາມດັ່ງກ່າວ ໄດ້ຢັ້ງຢືນຄືນເຖິງຄວາມໝັ້ນໝາຍທີ່ພວກເພິ່ນໄດ້ຮັບຮອງເອົາຖະແຫລງການ ເມື່ອຫົກເດືອນກ່ອນ ຢູ່ໃນນະຄອນລອສແອນເຈເລສ ກ່ຽວກັບຄົນເຂົ້າເມືອງແລະການປ້ອງກັນ ຊຶ່ງລວມທັງການຂະຫຍາຍວິທີທາງເພື່ອເຮັດໃຫ້ການເຂົ້າເມືອງຖືກຕ້ອງຕາມກົດໝາຍ, ມາດຕະການຫຼາຍຢ່າງທີ່ໄດ້ຮັບການປະສານງານກັນ ແລະການສື່ສານກັນທີ່ດີຂຶ້ນກວ່າເກົ່າ ທັງສອງ ຫຼືລະຫວ່າງກັນແລະກັນ ແລະຮ່ວມກັບປະ​ຊາຊົນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG