ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. ເອີ​ໂດ​ອານ ແລະ ທ. ປູ​ຕິນ ຫາ​ທາງຫລີກ​ເວັ້ນ ການ​ປະ​ທະ​ກັນ ຍ້ອນບັນ​ຫາແຂວງ ​ອິດ​ລິບ ​ໃນຊີ​ເຣ​ຍ 


ໃນ​ພາບນີ້ ເມື່ອ​ວັນ​ທີ 8 ກຸມ​ພາ 2020, ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ. ຣີ​ເສັບ ໄຕ​ຢິບ ເອີ​ໂດ​ອານ (ຂວາ) ແລະ​​ປ. ວ​ລາ​ດີ​ເມຍ ປູ​ຕິນ ຂອງຣັດ​ເຊຍ ​ຫາ​ລື​ກັນ ໃນ​ລະ​ຫວ່າງພິ​ທີກ່າວ​ສຸນ​ທອນ​ພົດ ຂອງ​ໂຄງ​ການ​ວາງ​ທໍ່ນ້ຳ​ມັນ TurkStream ໃນ​ນະ​ຄອ​ນ ​ອິ​ສ​ຕານ​ບູ​ລ.
ໃນ​ພາບນີ້ ເມື່ອ​ວັນ​ທີ 8 ກຸມ​ພາ 2020, ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ. ຣີ​ເສັບ ໄຕ​ຢິບ ເອີ​ໂດ​ອານ (ຂວາ) ແລະ​​ປ. ວ​ລາ​ດີ​ເມຍ ປູ​ຕິນ ຂອງຣັດ​ເຊຍ ​ຫາ​ລື​ກັນ ໃນ​ລະ​ຫວ່າງພິ​ທີກ່າວ​ສຸນ​ທອນ​ພົດ ຂອງ​ໂຄງ​ການ​ວາງ​ທໍ່ນ້ຳ​ມັນ TurkStream ໃນ​ນະ​ຄອ​ນ ​ອິ​ສ​ຕານ​ບູ​ລ.

ຜູ້​ນຳ​ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຍິບ ເອີ​ໂດ​ອານ ພວກ​ມຸ້ງ​ໜ້າ​ໄປ​ຍັງ​ນະ​ຄອນຫຼວງ​ມົ​ສ​ກູ ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ການ​ປະ​ຊຸມ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ທີ່​ແນ​ໃສ່​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ກອງ​ທັບ​ຂອງ​ເທີ​ກີ ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້ ກັບ ກອງ​ທັບ​ຂອງ​ຣັດ​ເຊຍ ທີ່​ເປັນ​ມະ​ຫາ​ອຳ​ນາດ​ທາ​ງ​ນິວ​ເຄ​ລຍ ຢູ່​ໃນ​ແຂວງ​ອິດ​ລິບທີ່ຖືກ​ກະ​ທົບ​ໂດຍ​ສົງ​ຄາມ.

ໃນ​ຂະ​ນະທີ່​ເປັນ​ຄູ່​ພາ​ຄີຮ່ວມ​ກັນ​ພຽງ​ແຕ່​ໃນ​ນາມ ໃນ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ​ຢູ່​ໃນ​ພາກ​ພື້ນ​ດັ່ງ​ກ່າວ ມົ​ສ​ກູ ແລະ​ອັງ​ກ​າ​ຣາ ໄດ້​ຖືກມອງ​ເຫັນ​ວ່າ ເປັນ​ການ​ຫລີກ​ເວັ້ນ​ບໍ່​ໄດ້​ທີ່​ຈະ​ປະ​ເຊີນ​ໜ້າ​ກັນ​ຢູ່​ໃນ​ແຂວງ​ອິດ​ລິບ ຊຶ່ງ​ຂົງ​ເຂດ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍນັ້ນ ເປັນ​ບ່ອນ​ທີ່​ຣັດ​ເຊຍ ກຳ​ລັງ​ຊ່ອຍ​ພັນ​ທະ​ມິດ​ຂອງ​ຕົນ ຄື ປະ​ທາ​ນາ​ທິ​ບໍ​ດີ ຊີ​ເຣຍ ທ່ານ​ບາ​ຊາ​ຣ ອາ-ອາ​ຊາດ ໃນ​ການກວດ​ລ້າງ​ ​ກຸ່ມພວ​ກ​ຕໍ່​ຕ້ານ​ການ​ປົກ​ຄອງ​ຂອງ​ທ່ານ ຢູ່​ໃນ​ພື້ນ​ທີ່ ​ທີ່​ຍັງຫຼົງ​ເຫຼືອ​ຢູ່ນັ້ນ.

ເທີ​ກີ ພ້ອມ​ກັບ​ລັດ​ຖະ​ບານ​ຕາ​ເວັນ​ຕົກ​ທັງຫຼາຍ ໄດ້​ກ່າວ​ຫາ​ລັດ​ຖະ​ບານ​ຊີ​ເຣຍ​ວ່າ ດຳ​ເນີນ​ການ​ເຄື່ອນ​ໄຫວ​ຖິ້ມ​ລະ​ເບີດ ​ພ້ອມ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຣັດ​ເຊຍ ທີ່​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂຶ້ນ ໂດຍ​ເຮັດ​ໃຫ້​ພົນ​ລະ​ເຮືອນ​ເກືອບ​ນຶ່ງ​ລ້ານ​ຄົນ ພາ​ກັນ​ຫລົບ​ໜີ​ການ​ສູ້​ລົບ​ກັນ ເພື່ອ​ເຂດ​ຊາຍ​ແດນ​ລະ​ຫ​ວ່າງ ຊີ​ເຣຍ ແລະ​ເທີ​ກີ.

ການ​ປິດ​ລ້ອມ​ຍ້ອນນັ້ນ ຍັງ​ໄດ້​ພົບ​ກັບ​ການ​ຕ້ອບ​ໂຕ້​ຄືນ​ຈາກ​ອັງ​ກາ​ຣາ ເພາະ​ວ່າ ຕົນ​ບໍ່​ເຫັນ​ພ້ອມ​ນຳ​ການ​ປົກ​ຄອງ​ຂອງ​ທ່ານ​ອາ​ຊາດ. ໃນ​ການ​ຕອບ​ໂຕ້​ຄືນ ເທີ​ກີ ໄດ້​ເລີ້ມ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ປົກ​ປ້ອງ​ອັນ​ທີ່​ຕົນ​ກ່າວ​ວ່າ ເປັນ​ພວກ​ຕໍ່​ຕ້ານ​ອາ​ຊາດ​ໂດຍ​ສ່ວນ​ໃຫຍ່ ບໍ່​ແມ່ນ​ພວກກໍ່​ການ​ຮ້າຍ ຢູ່​ໃນ​ເຂດ​ທີ່​ໝັ້ນ​ຂອງ​ອິ​ດ​ລິບ.

ໃນ​ລະ​ຫວ່າງ ​ຖະ​ແຫລງການ​ແຈ້ງ​ໃຫ້​ບັນ​ດາ​ນັກ​ຂ່າວ​ຊາບ ໃນ​ວັນ​ພຸດ​ວານນີ້ ໂຄ​ສົກວັງ​ເຄ​ຣມ​ລິນ ທ່ານ​ດີ​ມິ​ທ​ຣີ ເພ​ສ​ຄອບ ໄດ້​ກ່າວ​ວ່າ ຣັດ​ເຊຍ ຫວັງ​ວ່າ ຈະ​ຜ່ອນ​ສັ້ນຜ່ອນ​ຍາວ​ກັນ​ໄດ້​ກັບ​ທ່ານ​ເອີ​ໂດ​ອານ ເຖິງ​ແມ່ນ​ວ່າ ຈະ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນຫຼາຍ​ຢ່າງ.

ທ່ານ​ເພ​ສ​ຄອບ ເວົ້າ​ວ່າ “ພວກ​ເຮົາ​ຄາດ​ໝາຍ​ວ່າ ຈະ​ບັນ​ລຸ​ຄວາມ​ເຂົ້າ​ໃຈ​ຮ່ວມ​ກັນ ໃນ​ເລື້ອງ​ຂອງວິ​ກິດ​ການ​ດັ່ງ​ກ່າວ ສາ​ເຫດ​ຂອງວິ​ກິດ​ການນີ້ ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ຂອງວິ​ກິດ​ການ ແລະ ຈະ​ໄດ້​ມາ​ຊຶ່ງ​ມາດ​ຕະ​ການ​ທີ່​ຈຳ​ເປັນຕ່າງໆ​ຮ່ວມ​ກັນ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG