ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະຫວຽດນາມ ຈະເສີມສ້າງສາຍພົວພັນ ແບບພິເສດ ຢ່າງບໍ່ຢຸດຍັ້ງ


ການສະຫລອງສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ ປະຈໍາປີ 2012
ການສະຫລອງສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ ປະຈໍາປີ 2012

ຜູ້ນໍາລາວແລະຫວຽດນາມຢືນຢັນຈະເສີມສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງກັນຕໍ່ໄປ ຢ່າງບໍ່ຢຸດຍັ້ງ ແລະເສີມຂະຫຍາຍ ການຮ່ວມມືຮອບດ້ານ ໃນທຸກລະດັບຂັ້ນຢ່າງໃກ້ຊິດ.

ການຢືນຢັນຈະເສີມສ້າງສາຍພົວພັນມິດຕະພາບແບບພິເສດ
ແລະການເສີມຂະຫຍາຍການຮ່ວມມືຮອບດ້ານຢ່າງໃກ້ຊິດຕໍ່ໄປ
ຢ່າງບໍ່ຢຸດຍັ້ງ ລະຫວ່າງລາວກັບຫວຽດນາມ ໄດ້ມີຂຶ້ນ ໃນໂອກາດ ການເດີນທາງໄປຢ້ຽມຢາມຫວຽດນາມຢ່າງເປັນທາງການໂດຍ
ຄະນະຂອງທ່ານ ຈູມລາລີ ໄຊຍະສອນ ເລຂາທິການໃຫຍ່ພັກ
ປະຊາຊົນປະຕິວັດລາວ ແລະປະ ທານປະເທດລາວ ຊຶ່ງມີກໍານົດ ການຢ້ຽມຢາມເປັນເວລາ 4 ວັນ ກໍຄືລະຫວ່າງວັນທີ 25- 28 ທັນ ວານີ້.

ການຢ້ຽມຢາມຫລຽວດນາມຂອງທ່ານຈູມະລີໄຊຍະສອນ ຢ່າງເປັນທາງການ ໃນວັນເດືອນທັນວາ 2012
ການຢ້ຽມຢາມຫລຽວດນາມຂອງທ່ານຈູມະລີໄຊຍະສອນ ຢ່າງເປັນທາງການ ໃນວັນເດືອນທັນວາ 2012
ການຢ້ຽມຢາມຫວຽດນາມໃນຄັ້ງນີ້ ທ່ານຈູມມາລີ ໄດ້ພົບປະ
ເຈລະຈາຮ່ວມ ກັບທ່ານເຈືອງ ເຕິ່ນຊາງ ປະທານປະເທດ
ແລະທ່ານຫງວຽນ ຝູ ຈອງ ເລຂາທິ ການໃຫຍ່ພັກຄອມມີວ
ນີສຫວຽດນາມຕາມລໍາດັບ ຊຶ່ງຜູ້ນໍາພັກ-ລັດຂອງທັງສອງ ຝ່າຍຕ່າງກໍໄດ້ເນັ້ນຢໍ້າເຖິງຄວາມສໍາຄັນທີ່ທັງສອງພັກ-ລັດ
ມີຄວາມສໍາພັນມິດຕະພາບແບບພິເສດລະຫວ່າງກັນນັບ
ເປັນເວລາ 35 ປີມາແລ້ວ ແລະກໍຍັງຄົງເສີມສ້າງໃຫ້ໝັ້ນແກ່ນ
ຕໍ່ໄປຢ່າງບໍ່ຢຸດຢັ້ງ ດ້ວຍການເນັ້ນໜັກການຮ່ວມມືໃນ 5 ດ້ານ ທີ່ສໍາຄັນດ້ວຍກັນ.

ກໍຄືສືບຕໍ່ແລກປ່ຽນການໄປມາຫາສູ່ຂອງການນໍາພັກ-ລັດແລະ
ອົງການຈັດຕັ້ງມະຫາຊົນໃນທຸກລະດັບ ສືບຕໍ່ໃຫ້ບຸລິມະສິດການ
ຮ່ວມມືກັນໃນຂະແໜງການສຶກສາ ແລະການພັດທະນາຊັບພະ
ຍາກອນມະນຸດ ສູ້ຊົນເລັ່ງລັດການປັກຫຼັກໝາຍເຂດແດນ ໃຫ້
ສໍາເລັດພາຍໃນ ປີ 2013 ສືບຕໍ່ປະຕິບັດບັນດາບົດບັນທຶກແລະສັນຍາຮ່ວມມື ໃນທຸກຂົງ
ເຂດໃຫ້ມີໝາກຜົນ ແລະສືບຕໍ່ການແລກປ່ຽນຂໍ້ມູນຂ່າວສານທັງໃນລະດັບຊາດ ລະດັບ
ພາກພື້ນແລະສາກົນ ຢ່າງໃກ້ຊິດ.

ຍິ່ງໄປກວ່ານັ້ນ ພາຍໃຕ້ສາຍພົວພັນມິດຕະພາບແບບພິເສດດັ່ງກ່າວ ຜູ້ນໍາພັກ-ລັດຂອງ ທັງສອງຝ່າຍກໍຍັງໄດ້ຢືນຢັນທີ່ຈະອໍານວຍຄວາມສະດວກໃຫ້ກັນ ແລະກັນ ໃນທຸກໆດ້ານ ອີກດ້ວຍ ໂດຍສະເພາະແມ່ນການຮ່ວມມືທາງເສດຖະກິດນັ້ນ ຜູ້ນໍາພັກ-ລັດຂອງລາວ ກໍ ໄດ້ເນັ້ນຢໍ້າເຖິງການທີ່ຫວຽດນາມເປັນຜູ້ນໍາໃນດ້ານການລົງທຶນຢູ່ໃນລາວ ແລະຍັງຈະອໍາ ນວຍຄວາມສະດວກໃຫ້ການລົງທຶນຂອງຫວຽດນາມໃນລາວຕໍ່ໄປຢ່າງບໍ່ຢຸດຍັ້ງອີກດ້ວຍ.

ທາງດ້ານກະຊວງແຜນການ ແລະການລົງທຶນຂອງລາວ ກໍລາຍງານວ່າການລົງທຶນໂດຍ ກົງຂອງຕ່າງປະເທດໃນລາວໃນຕະຫຼອດປີ 2012 ນີ້ກໍຍັງເນັ້ນໜັກໃນດ້ານການຂຸດຄົ້ນ
ບໍ່ແຮ່ ຕິດຕາມດ້ວຍການລົງທຶນໃນການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າ ແລະການລົງ
ທຶນ ໃນ ພາກກະສິກໍາ-ປ່າໄມ້ຕາມລໍາດັບ ສ່ວນກຸ່ມທຸລະກິດທີ່ມີມູນຄ່າການລົງທຶນຫຼາຍ
ທີ່ສຸດນັ້ນ ກໍຍັງຄົງເປັນບັນດາວິສາຫະກິດຈາກຫວຽດນາມ ຊຶ່ງກໍເຮັດໃຫ້ຫວຽດນາມຍັງ
ຄອງແຊມປ໌ ໃນຖານະຜູຸ້ລົງທຶນຫຼາຍທີ່ສຸດໃນລາວ ແລະເຊື່ອວ່າຍັງຈະສາມາດຮັກສາ ສະຖານະດັ່ງກ່າວນີ້ໄດ້ຕໍ່ໄປ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນ
ການແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນສະພາບແວດລ້ອມເສດຖະກິດ-
ສັງຄົມອັນໃໝ່ນີ້ ສອງປະເທດພວກເຮົາກໍາລັງດໍາເນີນການທົບທວນສັນຍາສະບັບ ດັ່ງກ່າວຮ່ວມກັນ ແລະຄາດວ່າຈະໃຫ້ສໍາເລັດໃນທ້າຍປີນີ້ ພ້ອມດຽວກັນນັ້ນ ສອງ
ຝ່າຍໄດ້ເອົາໃຈໃສ່ກໍານົດທິດລະອຽດ ແລະສ້າງ ເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງ ທຸກ ພາກສ່ວນເສດຖະກິດຂອງແຕ່ລະຝ່າຍ
ໃຫ້ເຂົ້າໄປລົງທຶນໃນປະເທດຂອງ\ກັນແລະກັນ.”


ທັງນີ້ໂດຍນັບແຕ່ປີ 1993 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ມີບັນດາບໍລິສັດຈາກຫວຽດນາມ ໄດ້ພາກັນເຂົ້າມາລົງທຶນໃນລາວຫຼາຍກວ່າ 430 ໂຄງການ ຊຶ່ງຄິດເປັນມູນຄ່າລົງທຶນລວມ
ຫຼາຍກວ່າ 5,100 ລ້ານໂດລາ ໂດຍບັນດາບໍລິສັດຈາກ ຫວຽດນາມກໍໄດ້ເນັ້ນໜັກການ
ລົງທຶນໃນດ້ານການຂູດຄົ້ນບໍ່ແຮ່ ດ້ານພະລັງງານໄຟຟ້າ ດ້ານການບໍລິການ ແລະດ້ານ
ກະສິກໍາ-ປ່າໄມ້

ໂດຍສະເພາະແມ່ນດ້ານພະລັງງານໄຟຟ້ານັ້ນ ກໍປາກົດວ່າມີບໍລິສັດຈາກຫວຽດ ນາມ 7 ລາຍທີ່ໄດລົງທຶນການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ 15 ໂຄງ ການຢູ່ໃນລາວ ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼືບໍ່ ໜ້ອຍກວ່າ 3,357 ເມກະວັດ ໄປຕອບສະໜອງການຊົມໃຊ້ກະແສໄຟຟ້າໃນ ຫວຽດນາມນັບຈາກທ້າຍປີ 2015 ເປັນຕົ້ນໄປ
XS
SM
MD
LG