ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນໍາຈີນ ​ແລະ​ຍີ່​ປຸ່ນ ​ພົບ​ປະກັນ ນອກກອງປະຊຸມເອເປັກ


ຊາວຍີ່ປຸ່ນສໍາຫລວດເບິ່ງໝູ່ເກາະ ທີ່ເປັນຫົວຂໍ້ຜິດຖຽງກັນກັບຈີນ ເມື່ອບໍ່ນານມານີ້.
ຊາວຍີ່ປຸ່ນສໍາຫລວດເບິ່ງໝູ່ເກາະ ທີ່ເປັນຫົວຂໍ້ຜິດຖຽງກັນກັບຈີນ ເມື່ອບໍ່ນານມານີ້.
ບັນດາ​ຜູ້​ນໍາ​ຈີນ ​ແລະ​ຍີ່​ປຸ່ນ ​ໄດ້​ພົບ​ປະກັນ​ເປັນ​ຄັ້ງ​ທໍ​າອິດ
ນັບ​ຕັ້ງ​ແຕ່ການ​ຜິດຖຽງ​ກັນ ລະຫວ່າງ​ປະ​ເທດທັງ​ສອງ ​ໄດ້
ເພີ້​ມທະວີຂື້ນ​ຫວ່າງ​ມໍ່ໆ​ມາ​ນີ້ ກ່ຽວ​ກັບໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່ ​
ໃນ​ເຂດທະ​ເລຈີນຕາ​ເວັນ​ອອກ.

ປະທານ​ປະ​ເທດ​ຈີນ ທ່ານ Hu Jintao ​ແລະ​ນາຍົກລັດຖະມົນ​ຕີ​ຍີ່ປຸ່ນ ທ່ານ Yoshihito Noda ​ໄ​ດ້ສົນທະນາ​ກັນເປັນ​ເວລາ 15 ນາ​ທີ ຢ່າງ​ບໍ່​ເປັນ​ທາງ​ການໃນວັນ​ອາທິດວາ​ນນີ້ ຢູ່ນອກ​ກອງ​ປະ​ຊຸມສຸດ​ຍອດ​ເອ​ເປັກ ​ທີ່​ເມືອງ Vladivostok ຂອງ​ປະ​ເທດຣັດ​ເຊຍ.

ສື່​ມວນ​ຊົນ​ຈີນໄດ້ອ້າງ​ຄໍາ​ເວົ້າຂອງ ປະທານ Hu ​ທີ່​ກ່າວວ່າ ​ໂຕ​ກຽວ
​ຕ້ອງ​ຮັບ​ຮູ້ ​ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “ຄວາມຮ້າຍ​ແຮງ” ​ຂອງການ​ຜິດ​
ຖຽງ​ກ່ຽວ​ກັບໝູ່​ເກາະທີ່ ​ຍີ່ປຸ່ນ​ຄວບ​ຄຸມນັ້ນ ​ແລະ​ຫລີກ​ລ່ຽງຈາກການ
ທໍາ​ການ “ຕັດສິນ​ໃຈທີ່​ຜິດພາດ.” ໝູ່​ເກາະທີ່​ສອງ​ປະ​ເທດຍາດ​ກັນອ້າງ​ເອົາ​ກໍາມະສິດ​ນັ້ນ ​
ມີ​ຊື່ວ່າ Senkaku ​ໃນ​ພາສາ​ຍີ່ປຸ່ນ ​ແລະ Diaouyu ​ໃນ​ພາສາ​ຈີນ​.

ລັດຖະບານ​ຂອງ​ນາ​ຍົກ​ລັດຖະມົນ​ຕີ ທ່ານ Noda ​ໄດ້​ເຮັດ​ໃຫ້​ຈີນໂມ​ໂຫ ​ໃນ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ເວລາຍີ່ປຸ່ນປະກາດແຜນການທີ່​ຈະຊື້​ເອົາ​ໝູ່​ເກາະ​ຈໍານວນ​ນຶ່ງ​ ຈາກຄອບຄົວເອກ​ກະ ​ຊົນ​ຍີ່ປຸ່ນ ​ແລະຈະ​ເອົາ​ໄປ​ຢູ່​ພາຍໃຕ້​ການ​ຄວບ​ຄຸມຂອງ​ລັດ. ທ່ານ Hu ​ໄດ້​ບອກ​ກັບ​ທ່ານ Noda ວ່າ ປັກ​ກິ່ງ ​ບໍ່​ເຫັນ​ດີ​ກັບ​ການເຄື່ອນ​ໄຫວດັ່ງກ່າວ ​ແລະ​ຖື​ວ່າ​ ​ເປັນ​ການ “ຜິດກົດໝາຍ ແລະ​ເປັນ​ໂມຄະ.”

ສື່​ມວນ​ຊົນ​ຍີ່​ປຸ່ນກ່າວ​ວ່າ ທ່ານ Noda ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ທັງ​ສອງ​ຈົ່ງ​ແກ້​ໄຂບັນຫາ ຜິດຖຽງ​ນີ້ ໂດຍການ​ພັດທະນາ​ຄວາມ​ສໍາພັນ​ລະຫວ່າງ​ກັນ​ ​ຢ່າງຮອບດ້ານ ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ທັງ​ສອງ​ຝ່າຍ ​ແລະໃນ​ທາງ​ຍຸ​ທະ​ສາດ ​ເພື່ອ​ເປັນຂີດ​ໝາຍ ຄົບຮອບ 40 ປີ​ຂອງ​ການ
​ຜູກ​ສໍາ​ພັນ​ທາ​ງການ​ທູດລະຫວ່າງ​ກັນ​ນັ້ນ.
XS
SM
MD
LG