ເຕົ້າໂຮມ ກັນທີ່ປະເທດອີຈິບ ເພື່ອສົນທະນາຫາລືເປັນເວລາ
ສອງມື້ ທີ່ຄາດຄະເນວ່າ ຈະເພັ່ງເລັງໃສ່ຫາທາງແກ້ໄຂວິກິດ
ການ ໃນຊີເຣຍແລະມາລີພ້ອມ ທັງຄວາມສໍາພັນລະຫວ່າງ
ອິສຣາແອລ ແລະປາແລສຕາຍ.
ສະມາຊິກ 56 ປະເທດຂອງອົງການບັນດາປະເທດທີ່ນັບຖືສາສະໜາ ອິສລາມ ເປີດກອງປະຊຸມສຸດຍອດທີ່ກຸງໄຄໂຣ ໃນວັນພຸດມື້ນີ້ ຫຼັງຈາກ ໄດ້ມີການປະຊຸມຂັ້ນຕົ້ນ ໃນອາທິດນີ້ ໂດຍບັນດາລັດຖະມົນຕີຕ່າງປະເທດ.
ຮ່າງຖະແຫລງການທີ່ຕຽມຈະນໍາສະເໜີຕໍ່ບັນດາຜູ້ນໍາທີ່ກອງປະຊຸມສຸດຍອດ ສ່ວຍໃຫຍ່ແລ້ວແມ່ນຕິຕຽນລັດຖະບານຂອງ ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໃນການນອງເລືອດທີ່ດຳເນີນມາເປັນເວລາເກືອບສອງປີຢູ່ໃນປະເທດດັ່ງກ່າວ. ນອກນັ້ນຖະແຫຼງການຍັງໄດ້ຮຽກຮ້ອງໃຫ້ເປີດການເຈລະຈາດ້ານການເມືອງ ແລະຢຸດເຊົາການສູ້ລົບກັນໂດຍທັນທີ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 60,000 ຄົນ.
ອົງການປະເທດທີ່ນັບຖືສາສະໜາອິສລາມ ໄດ້ໂຈະການເປັນສະມາຊິກ ຂອງຊີເຣຍ ໃນເດືອນສິງຫາແລ້ວນີ້ ໂດຍໄດ້ອອກຖະແຫລງການ ປະ ນາມທ່ານ Assad ທີ່ໄດ້ໃຊ້ກໍາລັງຮຸນແຮງຕໍ່ປະຊາຊົນຂອງຕົນ.
ບັນດາຜູ້ນໍາທີ່ກອງປະຊຸມສຸດຍອດ ຍັງມີແຜນທີ່ຈະສົນທະນາກັນກ່ຽວກັບບັນຫາດ້ານເສດ
ຖະກິດ ສັງຄົມ ແລະວັດທະນາທໍາ ໂດຍຈະເນັ້ນໜັກໃສ່ການແກ້ໄຂຄວາມທຸກຍາກ ແລະການເລັ່ງລັດການພັດທະນາ ໃນບັນດາປະເທດຂອງເຂົາເຈົ້າ.