ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຜູ້ນຳບາງທ່ານ ສະແດງຄວາມບໍ່ພໍໃຈອອກມາ ໃນການເຕົ້າໂຮມກັນ ທີ່ອົງການ ສະຫະປະຊາຊາດ


ນາຍົກລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri Yong Ho ກ່າວຄຳປາໄສໃນລະຫວ່າງກອງປະຊຸມຄັ້ງທີ 22 ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດ. 23 ກັນຍາ, 2017.
ນາຍົກລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri Yong Ho ກ່າວຄຳປາໄສໃນລະຫວ່າງກອງປະຊຸມຄັ້ງທີ 22 ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດ. 23 ກັນຍາ, 2017.

ໄດ້ມີການຍິງກັນ ດ້ວຍລູກໄຟ ທາງວາຈາໃສ່ກັນ ຢູ່ກອງປະຊຸມສະມັດຊາໃຫຍ່ ອົງການ
ສະຫະປະຊາຊາດ ໃນວັນເສົາວານນີ້ ເວລາ ລັດຖະມົນຕີ ຕ່າງປະເທດ ເກົາຫຼີເໜືອ
ຕອບໂຕ້ ປະທານາທິບໍດີ ດໍໂນລ ທຣຳ ກັບເຈົ້າໜ້າທີ່ຂັ້ນສູງຂອງ ອິນເດຍ ເວົ້າທັ່ງໃສ່
ປາກິສຖານ ນັ້ນ.

ຄຳປາໄສທີ່ຄອງຄອຍກັນທີ່ຫຼາຍທີ່ໃນສັບປະດານີ້ກໍຄື ຂອງທ່ານ ນີ ຢົງ ໂຮ ລັດຖະມົນ
ຕີຕ່າງປະເທດ ເກົາຫຼີເໜືອ.

ທ່ານ ບໍ່ໄດ້ສ້າງຄວາມຜິດຫວັງເລີຍ.

ທ່ານ ນີ ເອີ້ນທ່ານ ທຣຳ ວ່າ “ເປັນຄົນບ້າ ມີສະໝອງຜິດປົກກະຕິ ເຕັມໄປດ້ວຍຮູບພາບ
ທີ່ຍິ່ງໃຫຍ່ໂຕໂອຫັງ”
ທີ່ພວມຕົກຢູ່ໃນພາລະກິດຂ້າໂຕເອງຕາຍ ທີ່ໄດ້ຕຽມຄຳປາໄສ
ຍາວ 22 ນາທີໄວ້ ຊອກຫາເອົາສັບຕ່າງໆທີ່ເປັນການປ້ອຍດ່າຄົນອື່ນ. ແລ້ວໃນຕອນ
ຈົບ ກໍໄດ້ຍິນສຽງຕົບມືດັງຟົດສະໜັ່ນ ຈາກພວກຜູ້ແທນທັງຫຼາຍ.

ໃນຄຳປາໄສຂອງປະທານາທິບໍດິີ ສະຫະລັດ ໃນວັນອັງຄານນັ້ນ ທ່ານໄດ້ເອີ້ນຜູ້ນຳ
ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ວ່າ “ມະນຸດຈະຫຼວດ” ແລະ ວ່າເຂົາກຳລັງຢູ່ໃນພາລະ
ກິດຂ້າໂຕເອງຕາຍ ໃນໂຄງການນິວເຄຼຍຂອງເຂົາ.

ທ່ານ ນີ ບໍ່ໄດ້ເປັນແຕ່ພຽງຜູ້ດຽວ ທີ່ໃຊ້ແທ່ນປາໄສ ເພື່ອໂຈມຕີທາງວາຈາໃຫ້ເທົ່າທຽມ
ກັບຄູ່ປໍລະປັກຂອງຕົນ.

ລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານນາງ ຊຸສມາ ສະວາຣາຊ ກໍໄດ້ເລີ່ມ ດ້ວຍ
ຄຳທັກທາຍໃນທາງພິທີ ວ່າ “ນາມາສເຕ” ແລ້ວກໍກ້າວເຂົ້າສູ່ຄຳເວົ້າທີ່ເປັນການໂຈມຕີ
ປະເທດເພື່ອນບ້ານ ປາກິສຖານ ທີ່ເປັນຄູ່ຕໍ່ສູ້ຂອງຕົນ. ທ່ານນາງ ສະວາຣາຊ ໄດ້ຖາມ
ຂຶ້ນວ່າ “ເປັນຫຍັງທຸກມື້ນີ້ ຈຶ່ງມີແຕ່ການຮັບຮູ້ວ່າ ອິນເດຍ ເປັນປະເທດມະຫາອຳນາດ
ດ້ານເທັກໂນໂລຈີຢູ່ໃນໂລກ ແຕ່ ປາກິສຖານ ຊໍ້າພັດມີແຕ່ຄົນຮູ້ຈັກກັນວ່າ ເປັນໂຮງ
ງານທີ່ສົ່ງອອກລັດທິກໍ່ການຮ້າຍ.”

ທ່ານນາງ ໄດ້ເວົ້າຕື່ມວ່າ “ປາກິສຖານ ໄດ້ມີຫຍັງໃຫ້ໂລກແດ່ ແລະ ແນ່ນອນ ປະເທດ
ດັ່ງກ່າວ ມີຫຍັງໃຫ້ປະຊາຊົນຂອງຕົນເອງແດ່ ນອກຈາກລັດທິກໍ່ການຮ້າຍເທົ່ານັ້ນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG