ການແຂງຂັນປະທານາທິບໍດີຝຣັ່ງເສດ ແມ່ນຍິ່ງໃຫຍ່ສຸດເດດ ດ້ວຍພວກຜູ້ລົງແຂງຂັນ
ຢ່າງເປັນທາງການ ທີ່ເນັ້ນເຖິງການໂຄສະນາ ໃນວັນເສົາແລະວັນທິດ ໃນຄວາມພະຍາ
ຍາມເພື່ອໃຫ້ເຂົ້າເຖິງພວກຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.
ຜູ້ລົງແຂງຂັນ ຫົວຊ້າຍຈັດໄດ້ ທີ່ມີການວາງແຜນຈັດການຢ່າງໃຫຍ່ໂຕມະໂຫລານ ທັນ
ສະໄໝ ເຊັ່ນ hologram technology ທີ່ເບິ່ງຄືວ່າມີຄວາມສາມາດໄປປາກົດຕົວໃນສອງສະຖານທີ່ໃນເວລາດຽວກັນ. Zlatica Hoke ນັກຂ່າວ VOA ມີລາຍງານກ່ຽວກັບເລື່ອງນີ້
ຊຶ່ງວັນນະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານ Jean-Luc Melenchon ຜູ້ນຳຂອງຂະບວນການ ທີ່ເອີ້ນວ່າ“Unsubmission France” ໄດ້ລົງໂຄສະນາຫາສຽງຂອງເພິ່ນໃນວັນອາທິດຜ່ານມານີ້ ໃນ ເຂດ Lyon.
ແຕ່ວ່າ ໃນຂະນະດຽວ ກັນນັ້ນ ທ່ານກໍໄດ້ໂອ້ລົມກັບປະຊາຊົນໃນເຂດນະຄອນຫຼວງ ປາຣີ
ໂດຍຜ່ານທາງ hologram3 ມິຕິ.
ທ່ານ Jean-Luc Melenchon ຜູ້ລົງແຂ່ງຂັນເປັນປະທານາທິບໍດີ ຫົວຊ້າຍຈັດ ກ່າວເປັນ
ພາສາຝຣັ່ງວ່າ: “ໃຫ້ພວກທ່ານເບິ່ງແບບພິນິດພິດຈາລະນາຢ່າງໃກ້ຊິດ. ໃຫ້ພວກທ່ານ
ສຶກສາເບິ່ງແລ້ວກໍໃຫ້ສ້າງຄວາມໝັ້ນໃຈໃຫ້ແກ່ພວກທີ່ຢູ່ຮອບຂ້າງຮອບແອວທ່ານ.
ບໍ່ຕ້ອງເອນອຽງໄປຍ້ອນຄຳປາກຄຳເວົ້າທີ່ມ່ວນຫູ. ໃຫ້ເບິ່ງສິ່ງທີ່ພວກເຮົາກຳລັງເຮັດຢູ່. ແລະເພາະສະນັ້ນຈຶ່ງວ່າ ເປັນຫຍັງພວກເຮົາຈຶ່ງຕ້ອງໄດ້ລົງຄະແນນສຽງເອົາ ເພື່ອໂຄ່ນ
ລົ້ມລະບອບລາຊາປະທານາທິບໍດີຂອງຝຣັ່ງ.”
ທ່ານ Melenchon ອະດີດຫົວສັງຄົມນິຍົມ ກຳລັງລົງແຂ່ງຂັນ ຕາມແນວທາງທີ່ທ່ານ
ເອີ້ນວ່າ“ຢູ່ນອກຂອບເຂດຂອງພັກການເມືອງຕ່າງໆ” ທ່ານວາງຕົວເອງຂອງທ່ານໃຫ້
ເປັນຝ່າຍຕົງຂ້າມກັບຜູ້ລົງແຂ່ງຂັນຫົວອຽງຂວາຈັດ ກໍຄື ທ່ານນາງ Marine Le Pen
ຜູ້ຊຶ່ງກໍເລືອກເອົາເຂດ Lyon ເປັນບ່ອນລົງໂຄສະນາຫາສຽງໃນວັນອາທິດເຊັ່ນກັນ.
ຜູ້ນຳຂອງພັກ National Front ທ່ານນີ້ ກ່າວຕຳນິຕິຕຽນໂລກາພິວັດ ແລະສາສະໜາ
ອິສລາມ.
ທ່ານນາງ Marine Le Pen ຜູ້ນຳຂອງພັກ National Front ຫົວນິຍົມຂວາຈັດ ກ່າວວ່າ
“ພວກທັງສອງອຸດົມການດັ່ງກ່າວຢາກຈະນຳເອົາປະເທດຝຣັ່ງມາຢູ່ກ້ອງອຳນາດຂອງ
ຕົນ ແນວຄິດໂລກກາພິວັດ, ແມ່ນການເງິນກວມລວມຂອງໂລກແລະການຄ້າເທົ່ານັ້ນ.
ສ່ວນອີກດ້ານນຶ່ງກຸ່ມຫົວຮຸນແຮງອິສລາມ ແມ່ນແນວຄິດທີ່ວ່າ ທຸກສິ່ງຢ່າງ ຂຶ້ນຢູ່ກັບ
ສາສະໜາ.”
ທ່ານນາງ Le Pen ໃຫ້ຄຳໝັ້ນສັນຍາວ່າຈະວາງແຜນ ຈັດການລົງປະຊາມະຕິແບບດຽວ
ກັບ Brexit ພາຍໃນ 6 ເດືອນ ຖ້າຫາກວ່າຖືກເລືອກ.
ເທົ່າເຖິງປະຈຸບັນນີ້ Melenchon ບໍ່ໄດ້ເປັນໄພຂົ່ມຂູ່ຮ້າຍແຮງ ຕໍ່ຄວາມນິຍົມຂອງທ່ານ
ນາງ Le Pen ຕ່າງກັບຜູ້ລົງສະໝັກຄົນອື່ນໆ. ນຶ່ງໃນນັ້ນແມ່ນ ທ່ານ Benoit Hamon
ຜູ້ທີ່ຈະເປັນຕົວແທນໃຫ້ຝຣັ່ງໃນພັກສັງຄົມນິຍົມທີ່ກຳລັງປົກຄອງປະເທດຢູ່ ໃນການ
ເລືອກຕັ້ງຂອງເດືອນເມສານີ້. ຫຼັງຈາກທີ່ທ່ານໄດ້ຮັບໄຊຊະນະ ອະດີດປະທານາທິບໍດີ
ທ່ານ Manuel Valls Hamon ກໍໄດ້ກ່າວວ່າ ທ່ານຈະເຂົ້າໄປພົວພັນກັບທ່ານ
Melenchon ໃນວັນອາທິດ ທີ່ຈະປະກອບເຂົ້າກັນເປັນກຳລັງປະສົມເພື່ອວ່າອາດຈະ
ເປັນໂອກາດໄດ້ຮັບໄຊຊນະໃນການເລືອກຕັ້ງທົ່ວໄປ.
ແຕ່ວ່າຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທີ່ບໍ່ສັງກັດພັກໃດນັ້ນ ອາດຈະເຮັດໃຫ້ມີ
ຄວາມຫຍຸ້ງຍາກແລະສັບສົນຫຼາຍຂຶ້ນສຳຫຼັບພັກສັງຄົມນິຍົມ. ທ່ານ Emmanuel
Macron ອະດີດລັດຖະມົນຕີກະຊວງເສດຖະສາດແລະການອຸດສາຫະກຳ ພ້ອມທັງ
ເປັນຜູ້ລິເລີ່ມພັກໃໝ່ທີ່ເອີ້ນວ່າ “En March!” ແມ່ນລົງແຂ່ງຂັນໃນພື້ນຖານແບບກາງໆ.
ທ່ານໄດ້ປະເຊີນໜ້າກັບທ່ານນາງ Le Pen ໃນການໂຄສະນາຫາສຽງທີ່ Lyon ໃນວັນ
ເສົາຜ່ານມານີ້.
ທ່ານ Macron ກ່າວວ່າ “ບາງຄົນ ໂຄສະນາຫາສຽງວ່າເພື່ອປະຊາຊົນ ແຕ່ຄວາມຈິງ
ແລ້ວນັ້ນ ແມ່ນເປັນພວກຫຸ່ນກະບອກທີ່ໃຊ້ປາກຄົນອື່ນເວົ້າແທນ.”
ການຢັ່ງຫາງສຽງຂອງພວກທີ່ອອກຄວາມເຫັນນັ້ນ ກໍແມ່ນວ່າ ທ່ານນາງ Le Pen ຈະເປັນ
ຜູ້ຊະນະໃນຮອບທຳອິດຂອງການແຂ່ງຂັນ ໃນວັນທີ 23 ເມສາ ຈະມາເຖິງນີ້ ແຕ່ວ່າ ທ່ານ
Macron ຈະຊະນະທ່ານນາງ ໃນຮອບສຸດທ້າຍ ໃນວັນທີ 7 ເດືອນພຶດສະພາໜ້ານີ້.