ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳປາໄສ ຂອງຜູ້ສະໝັກ ປ. ​ຝຣັ່ງ ຄືກັນກັບ ຄຳປາໄສ ຂອງຜູ້ສະໝັກ ຄົນກ່ອນ


ຜູ້ລົງສະໝັກປະທານາທິບໍດີ​ຝຣັ່ງ ທ່ານນາງ Marine Le Pen ເຂົ້າຮ່ວມກອງປະຊຸມ, 1 ພຶດສະພາ, 2017, ໃນ Villepinte, ຂ້າງນອກ Paris.
ຜູ້ລົງສະໝັກປະທານາທິບໍດີ​ຝຣັ່ງ ທ່ານນາງ Marine Le Pen ເຂົ້າຮ່ວມກອງປະຊຸມ, 1 ພຶດສະພາ, 2017, ໃນ Villepinte, ຂ້າງນອກ Paris.

ພວກ​ຜູ້​ຊ່ວຍ ຂອງຜູ້ລົງສະໝັກ ປະທານາທິບໍດີ​ຝຣັ່ງ ທ່ານນາງ Marine Le Pen
ບໍ່​ໄດ້​ໃຫ້​ຄວາມສຳຄັນໃນການຕ້ອງ​ຕິຕໍ່ຄຳຖະແຫຼງຂອງທ່ານນາງທີ່ໄດ້ກ່າວໄປໃນ
ວັນຈັນວານນີ້ ທີ່ໄດ້ຮວມເອົາ ຂໍ້ຄວາມບາງ​ຕອນ ຈາກຄຳຖະແຫຼງ ຂອງຄູ່ແຂ່ງຂັນ
ກ່ອນໜ້ານີ້ ທ່ານ Francois Fillon.

May Day ຫຼືວັນແຮງງານສາກົນ ທີ່ທ່ານນາງ ໄດ້ກ່າວຕໍ່ພວກສະໜັບສະໜຸນທ່ານ
ນາງ ທີ່ກ່າວເຖິງພູມ​ສາດ​ຂອງປະເທດຝຣັ່ງ ແລະ “ເຂດຊາຍແດນທາງນ້ຳ ທີ່ຕິດຕໍ່
ກັບປະເທດອື່ນ 3 ດ້ານ.”
ມັນຍັງໄດ້ອ້າງ​ຄຳ​ເວົ້າຂອງອະດີດນາຍົກລັດຖະມົນຕີຄົນ
ກ່ອນ ທ່ານ Georges Clemenceau ທີ່ວ່າ ທ່ານ Fillon ໄດ້ໃຊ້ຄຳເວົ້າ ຕໍ່ຄຳເວົ້າ
ໃນຄຳ​ປາ​ໄສ​ຂອງ​ທ່ານ ໃນເດືອນແລ້ວນີ້.

ທ່ານ Florian Philippot ຮອງຜູ້ນຳ ຂອງພັກແນວໂຮມແຫ່ງຊາດ ຫຼື National
Front ໄດ້ກ່າວວ່າ ຜູ້ສະໝັກຂອງ​ພັກແມ່ນກ່າວເຖິງການເຫັນພ້ອມຫຼືງຶກ​ຫົວກັບ
ຂໍ້ຄວາມທີ່ທ່ານ Fillonໄດ້ກ່າວໄວ້.

ທ່ານນາງ Le Pen ຈະແຂ່ງຂັນ ກັບທ່ານ Emmanuel Macron ໃນຮອບສອງ ຂອງການລົງຄະແນນສຽງເລືອກຕັ້ງປະທານາທິບໍດີຝຣັ່ງ ໃນວັນທີ 7 ພຶດສະພາ.

ທ່ານ Macron ໄດ້ຊະນະທ່ານນາງ Le Pen ດ້ວຍຄະແນນສຽງ 23.8 ເປີເຊັນຕໍ່
21.5 ເປີເຊັນ ໃນຮອບທຳອິດ ຂອງການເລືອກຕັ້ງໃນເດືອນເມສາຜ່ານມານີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG