ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລະ ​ ແກ້ວ​ທະວີ - “ສາວ​ງາມ​ເມືອງ​ລາວ”


ເລະ ແກ້ວທະວີ
ເລະ ແກ້ວທະວີ

ສບາຍດີທຸກໆທ່ານ ຫວັງ​ວ່າ ທຸກໆ​ທ່ານ​ຄົງ​ຈະ​ມ່ວນ​ຊື່ນ ອີ່ມ​ໜໍາ​ສໍາລານ​ກັບ​ເຂົ້າໄປ​
ເຮັດ​ວຽກເຮັດການ​ເປັນ​ລະບຽບ​ຮຽບຮ້ອຍ​ແລ້ວ ຄໍ່າ​ຄືນ​ນີ້​ວັນນະ​ສອນ​ຂໍແນະນໍາຜົນ
ງານ​ເພງ​ຂອງ​ສິນລະ​ປິນລາວ ທັງ​ເປັນ​ນັກ​ດົນຕີ, ນັກ​ຮ້ອງ​ແລະ​ນັກແຕ່ງ​ເພງ ​“ເລະ ​
ແກ້ວ​ທະວີ”
ສິນ​ລະ​ປິນ ລາວ-ອາເມຣິກັນ ຈາກ​ລັດ Florida, ສະຫະລັດ ຊຶ່ງ​ນໍ້າ​ສຽງ​
ລີລາ ອອກ​ຈະລາ​ວລູກ​ທົ່ງ​ບ້ານ​ນາ ປະກອບ​ກັບ ດົນຕີ​ແນວ Rock ທັງ​ຍັງ​ມີ​ການ
​ປະ​ສົມ​ປະສານ​ຂອງ Flamingo ກິ​ຕາ​ນໍາ ທີ່​ວັນນະ​ສອນ​ຄິດ​ວ່າ ທັງ​ໝົດ​ມາ​ຮວມກັນ
ພໍດີ​ ພ້ອມກັບ​ເນື້ອ​ຮ້ອງ​ທີ່​ຊື່ນ​ຊົມ​ສາວ​ລາວ ​ແບບ​ວ່າ… “ສາວ​ງາມ​ເມືອງ​ລາວ.”

ເພງ: “ສາວ​ງາມ​ເມືອງ​ລາວ

​ເພງ​ຕໍ່​ໄປ​ນີ້​ເປັນ​ເພງ​ທີ່​ແລະ​ໃຊ້ເປັນ​ຊື່​ຊຸດ ​ແລະ​ຊຸດ​ນີ້ ກໍ​ເປັນ​ຜົນງານ​ຊຸດ​ທໍາ​ອິດຂອງຜູ້ກ່ຽວ
​ຫັວງວ່າ ​ເພງ​ທີ່​ຈະ​ຫຼິ້ນຕໍ່​ໄປ​ນີ້ ຄົງ​ພາ​ໃຫ້​ທ່ານ​ຜູ້​ຟັງ​ຮັບເອົາ​ນັກ​ຮ້ອງ​ລາວ-ອາ​ເມຣິກັນ
ຄົນ​ນີ້​ເຂົ້າ​ໄປ​ໃນ​ດວງ​ໃຈ​ຂອງ​ທ່ານຜູ້ຟັງອີກຕື່ມຄົນນຶ່ງ ​ໂດຍ​ສະ​ເພາະ​ທ່ານ​ຜູ້​ທີ່​ຊື່ນ​ຊົມ​
ເນ​ວ​ເພງ Rock ແລະເລະ ກໍໄດ້ຝາກຄວາມຮູ້ສຶກຂອງລາວມອບໃຫ້ແຟນເພງທຸກໆທ່ານ ຊຶ່ງເໝາະເຈາະກັບຊື່ຂອງເພງນີ້ ຢາກບອກວ່າຮັກ. ​

ເພງ: “ຢາກບອກວ່າຮັກ”

​ວັນນະ​ສອນຈະກັບມາຕອບ ຈ.ມ. ແລະຈັດເພງໃຫ້ໃນອາທິດໜ້າ ເພາະວ່າມີແຕ່ເພງ
ດີໆມອບໃຫ້ ຂໍປິດທ້າຍລາຍການດ້ວຍ ສຸດຍອດອໍາມະຕະເພງດັງໃນອະດີດ​ທີ່ທຸກໆ
ຄົນຄວນຫາຢູ່ສະເໝີມາ ແຕ່ໃນສະບັບຂອງເລະ ແລ້ວ ວັນນະສອນວ່າ ມ່ວນໄປອີກ
ແບບ​ຈະອອກແນວ ​Country Rock ເພງ “ຈອມໃຈ” ຫວັງວ່າຄົງຈະປະທັບໃຈຍາລຸງ
ບົວຫອມ ດໍາຣົງ ທີ່ເຄີຍຂຽນຂໍຟັງມານັ້ນ.

ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

ເພງ: “ຈອມໃຈ”

XS
SM
MD
LG