ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມໝັ້ນຄົງ ດ້ານນິວເຄລຍ ທີ່ບໍ່ເຄັ່ງຄັດ ເປີດຊ່ອງຫວ່າງໃຫ້ ກຸ່ມລັດອິສລາມ ແລະກຸ່ມກໍ່ການຮ້າຍອື່ນໆ


ເປືອກນອກ ທີ່ເປັນແບບຈຳລອງ ຂອງລູກລະເບີດນິວເຄລຍ AN-602 (Tsar-Bomb) ໃຫຍ່ທີ່ສຸດ ຂອງຣັດເຊຍ ໄດ້ລະ
ເບີດຂຶ້ນ ແມ່ນໄດ້ຖືກວາງສະແດງ ຢູ່ທີ່ນະຄອນຫຼວງ ມຸສກູ ຂອງຣັດເຊຍ, ວັນທີ 31 ສິງຫາ 2015.
ເປືອກນອກ ທີ່ເປັນແບບຈຳລອງ ຂອງລູກລະເບີດນິວເຄລຍ AN-602 (Tsar-Bomb) ໃຫຍ່ທີ່ສຸດ ຂອງຣັດເຊຍ ໄດ້ລະ ເບີດຂຶ້ນ ແມ່ນໄດ້ຖືກວາງສະແດງ ຢູ່ທີ່ນະຄອນຫຼວງ ມຸສກູ ຂອງຣັດເຊຍ, ວັນທີ 31 ສິງຫາ 2015.

ບັນດານັກວິເຄາະ ກ່າວວ່າ ການບໍ່ມີໜ້າຂອງຣັດເຊຍ ຢູ່ກອງ
ປະຊຸມສຸດຍອດ ດ້ານຄວາມໝັ້ນຄົງ ນິວເຄລຍ ຢູ່ທີ່ນະຄອນຫຼວງ
ວໍຊິງຕັນ ໃນສັບປະດານີ້ ໄດ້ກໍ່ໃຫ້ເກີດມີຫຼາຍຄຳຖາມຫຼາຍ ກ່ຽວ
ກັບ ຄວາມສາມາດ ຂອງປະຊາຄົມນາໆຊາດ ທີ່ຈະບໍ່ໃຫ້ວັດຖຸ
ນິວເຄລຍ ຕົກໄປຢູ່ໃນກຳມື ຂອງກຸ່ມລັດອິສລາມ ແລະ ກຸ່ມກໍ່
ການຮ້າຍອື່ນໆ.

ກອງປະຊຸມສຸດຍອດດັ່ງກ່າວ ຈະມີກອງປະຊຸມພິເສດ ທີ່ແນເປົ້າ
ໝາຍໃສ່ ການສະກັດກັ້ນ ແລະ ການຫລຸດຜ່ອນ ໄພຂົ່ມຂູ່ຈາກ
ວັດຖຸນິວເຄລຍ ທີ່ບໍ່ໄດ້ຮັບການປົກປ້ອງ ແຕ່ບັນດານັກວິເຄາະ ມອງເຫັນ ການແຕກຫັກລົງ
ຂອງການຮ່ວມມືທາງດ້ານຄວາມໝັ້ນຄົງນິວເຄລຍລະຫວ່າງ ສະຫະລັດ ແລະ ຣັດເຊຍ ທີ່
ພວກເຂົາເຈົ້າ ຄິດວ່າ ອາດເປັນອຸປະສັກ ຕໍ່ຄວາມພະຍາຍາມທີ່ຈະ​ແກ້​ໄຂ ​ເລື້ອງ ໄພຂົ່ມຂູ່ນັ້ນ.

ທ່ານ Tom Collina ຜູ້ອຳນວຍການ ດ້ານນະໂຍບາຍ ຂອງກອງທຶນ Ploughshares
ກ່າວວ່າ “ຣັດເຊຍ ເປັນກະແຈ. ມັນເປັນຮູຂະໜາດ ​ໃຫຍ່ ຢູ່​ໃນ​ຂັ້ນຕອນ ຄັນບໍ່ມີ ພວກ
ເຂົາເຈົ້າ​ເຂົ້າ​ຮ່ວມ​ນຳ.”

ສະມາຊິກ ຂອງທີມ ໜ່ວຍຕໍ່ຕ້ານກຳມັນຕະພາບລັງສີ ນຳໃຊ້ເຄື່ອງນັບ Geiger ເພື່ອຊອກຫາ ວັດຖຸທີ່ຫາຍ ຈາກກຳມັນຕະລັງສີ ຢູ່ໃນເມືອງ Basra ຂອງອີຣັກ, ເມື່ອວັນທີ 21 ກຸມພາ 2016.
ສະມາຊິກ ຂອງທີມ ໜ່ວຍຕໍ່ຕ້ານກຳມັນຕະພາບລັງສີ ນຳໃຊ້ເຄື່ອງນັບ Geiger ເພື່ອຊອກຫາ ວັດຖຸທີ່ຫາຍ ຈາກກຳມັນຕະລັງສີ ຢູ່ໃນເມືອງ Basra ຂອງອີຣັກ, ເມື່ອວັນທີ 21 ກຸມພາ 2016.

​ບັນດາປະເທດຈຳນວນນຶ່ງ​ແມ່ນມີຊ່ອງຫວ່າງ​ໃນດ້ານຄວາມໝັ້ນຄົງນິວເຄລຍ ປະກອບ
ດ້ວຍ ປາກິສຖານ ແຕ່ຂະໜາດຂອງຄັງ​ອາວຸດນິວເຄລຍທີ່ສະສົມໄວ້ ຂອງຣັດເຊຍ ແລະ
ການຂາດແຄນຂໍ້ມູນນັ້ນ ເປັນບັນຫາເຮັດໃຫ້ເກີດຄວາມກັງວົນ. ການ​ເກັບສະສົມ ຂອງ
ຣັດເຊຍ ແລະສະຫະ ລັດ ຮ່ວມກັນ​ແລ້ວ ແມ່ນປະກອບ​ເປັນ 90 ເປີເຊັນຂອງທາດຢູເຣນຽມ
ທີ່​ກັ່ນ​ແລ້ວ ​ໃນ​ລະດັບ​ສູງ ຂອງໂລກ ແລະ ຫຼາຍກວ່າ ເຄິ່ງນຶ່ງຂອງທາດ plutonium ທັງໝົດ.

ທ່ານ Collina ເວົ້າວ່າ “ຕັ້ງແຕ່ການຮ່ວມໄມ້ຮ່ວມມືກັນ ໄດ້ຫລຸດ​ນ້ອຍ ຖອຍລົງ ອັນທີ່
ພວກເຮົາໄດ້ສູນເສຍຫຼາຍສຸດ ແມ່ນຂໍ້ມູນ ໃນແງ່ຂອງ ອັນທີ່ເກີດຂຶ້ນຢູ່ໃນເວລານີ້, ອັນ
ນັ້ນ ມັນເປັນສິ່ງນຶ່ງ ທີ່ເປັນຕາຢ້ານຫຼາຍ ມັນຍາກທີ່ຈະຮູ້ວ່າ ແມ່ນຫຍັງຈະເກີດຂຶ້ນ ຢູ່ໃນ
ຣັດເຊຍ.”

Nuclear Security Summit
please wait

No media source currently available

0:00 0:00:30 0:00

XS
SM
MD
LG