ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາທະນາຍຄວາມຝຣັ່ງພາກັນຍົກເລີກ ບໍ່ປ້ອງກັນ ຜູ້ຕ້ອງສົງໄສໂຈມຕີ ນະຄອນຫລວງປາຣີຕໍ່ໄປ


ຕຳຫລວດຝຣ່ັງຢືນຍາມຢູ່່ທາງເຂົ້າຄຸກຄຸມຂັງ Fleury-Merogis ໃກ້ກັບນະຄອນຫລວງ Paris ປະເທດ ຝຣັ່ງ ບ່ອນທີ່ ທ້າວ Salah Abdeslam. ຖືກກັກຂັງຢູ່.
ຕຳຫລວດຝຣ່ັງຢືນຍາມຢູ່່ທາງເຂົ້າຄຸກຄຸມຂັງ Fleury-Merogis ໃກ້ກັບນະຄອນຫລວງ Paris ປະເທດ ຝຣັ່ງ ບ່ອນທີ່ ທ້າວ Salah Abdeslam. ຖືກກັກຂັງຢູ່.

ບັນດາຄອບຄົວ ແລະທະນາຍຄວາມຂອງຜູ້ເຄາະຮ້າຍຈາກການໂຈມຕີ ນະຄອນປາຣີ ກ່າວວ່າ ເຂົາເຈົ້າຜິດຫວັງຕໍ່ຂ່າວທີ່ວ່າ ພວກທະນາຍຄວາມປ້ອງກັນ ທ້າວ Selah Abdeslam ໄດ້ລາອອກໃນຂະນະທີ່ຜູ້ສົງໄສທີ່ສຸດໃນການໂຈມຕີໃນເດືອນພະຈິກ ປີ
ກາຍນີ້ຍັງມິດງຽບຢູ່ບໍ່ປາກບໍ່ເວົ້າ ຊ້ອງໜ້າຄະນະສືບສວນ. Lisa Bryant ລາຍງານຈາກ ນະຄອນຫລວງຝຣັ່ງ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ທະນາຍຄວາມຝຣັ່ງ ແລະແບລຢ້໊ຽມຂອງ ທ້າວ Salah Abdeslam ກ່າວວ່າ ເຂົາເຈົ້າໄດ້ ບອກ ໃຫ້ລູກຄວາມຂອງເຂົ້າເຈົ້າອາທິດແລ້ວນີ້ວ່າເຂົາເຈົ້າຈະເຊົາເປັນທະນາຍຄວາມ
ໃຫ້ລາວ.

ທ່ານ Frank Berton ທະນາຍຄວາມຝຣັ່ງ ໄດ້ກ່າວຕໍ່ສື່ມວນຊົນຝຣັ່ງວ່າ ທ່ານ ແລະຄູ່ຕຳ ແໜ່ງແບລຢ້ຽມຂອງຕົນ ທ່ານ Sven Mary ເຊື່ອໝັ້ນວ່າ ທ້າວ Abdeslam ຈະບໍ່ປາກ ບໍ່ເວົ້າໃນການສືບສວນຂອງສານຈົນກວ່າວ່າ ວີດີໂອ ສິ້ງຊອມ 24 ຊົ່ວໂມງຖືກຍົກເລີກ ຢູ່ ໃນເຂດຄຸກຄຸມຂັງຂອງລາວໃນນະຄອນປາຣີ.

ນັ້ນອາດເປັນສິ່ງທີ່ຈະບໍ່ເປັນໄປໄດ້ ຊຶ່ງຈະເຮັດໃຫ້ຫົນທາງຍາກໄປໜ້າ. ໃນຂະນະທີ່ ທ້າວ Abdeslam ມີສິດບໍ່ປາກເວົ້າບໍ່​ເວົ້າ​ຢູ່ງຽບໆ ລາວກໍຈຳເປັນຈະຕ້ອງໄດ້ມີທພນາຍຄວາມ ມາປ້ອງກັນລາວ ເວລາລາວຖືກດຳເນີນຄະດີຢູ່ສານ. ຜູ້ທີ່ຖືກສົງໄສຫຼາຍທີ່ສຸດທີ່ຍັງມີຊີວິດ ຢູ່ພາຍຫຼັງການໂຈມຕີນະຄອນປາຣີເດືອນພະຈິກປີກາຍນີ້ ທ້າວ Abdeslam ໄດ້ຖືກຈັບ ໃນປະເທດແບລຢ້ຽມໃນຕົ້ນປີນີ້ ຫລັງຈາກຫລາຍເດືອນທີ່ລົບລີ້. ອ້າຍຂອງລາວທ້າວ Brahim ໄດ້ລະເບີດໂຕເອງຕາຍລະຫວ່າງການໂຈມຕີ ທີ່ໄດ້ສັງຫານ 130 ຄົນ. ບົດບາດ ການໂຈມຕີທີ່ແທ້ຈິງຂອງທ້າວ Abdeslam ນັ້ນ ຍັງບໍ່ເປັນທີ່ແຈ້ງຂາວເທື່ອ.

ຫົວໜ້າສະມາຄົມບັນດາຜູ້ໄດ້ຮັບເຄາະ ທ່ານ Georges Salines ກ່າວວ່າ ທ່ານຜິດຫວັງ ແຕ່ບໍ່ແປກປະຫລາດໃນການມິດງຽບຂອງທ້າວ Abdeslam.

ທ່ານ Salines ຜູ້ທີ່ສູນເສຍລູກສາວໃນການໂຈມຕີນັ້ນ ກ່າວວ່າ ທ່ານເຊື່ອວ່າ ການ ສຶບ ສວນຈະເປີດເຜີຍເຖິງຄວາມຈິງບໍ່ທາງໃດກໍທາງນຶ່ງ. ລາວກ່າວວ່າ ຄັນຊິເວົ້າແລ້ວ ມັນກໍ ດີໄປຢ່າງນຶ່ງ ມັນຈະເປັນການໂລ່ງໃຈຖ້າຫາກທ້າວ Abdeslam ບໍ່ປາກບໍ່ເວົ້າ ແລະ ພະຍາຍາມເວົ້າວ່າລາວບໍ່ໄດ້ເຮັດຫຍັງຫຼາຍ.

ນັບແຕ່ເດືອນກໍລະກົດປີ 2015 ເປັນຕົ້ນມາ ຫລາຍກວ່າ 230 ຄົນ ໄດ້ເສຍຊີວິດຈາກການ ໂຈມຕິກໍການຮ້າຍໃນປະເທດຝຣັ່ງ.

ວັນສຸກທີ່ຜ່ານມານີ້ ບັນດາຜູ້ລອດຊີວິດພ້ອມດ້ວຍຄອບຄົວ ຈາກການໂຈມຕີໃນເມືອງ Nice ໃນເດືອນກໍລະກົດແລ້ວນີ້ ທີ່ໄດ້ເຮັດໃຫ້ 86 ຄົນເສຍຊີວິດນັ້ນ ໄດ້ໄປເຕົ້າໂຮມກັນ ຢູ່ທີ່ນັ້ນ ເພື່ອຈາລຶກເຖິງບັນດາຜູ້ເຄາະຮ້າຍ. ບັນດາເຈົ້າໜ້າທີ່ກ່າວວ່າ ແຕ່ນັ້ນມາ ແຜນ ການໂຈມຕີໃດໆ ກໍໄດ້ຖືກປ້ອງກັນໄວ້ໄດ້ ຮວມທັງແຜນການຂອງແມ່ຍິງຄົນນຶ່ງທີ່ເປັນ Jihad ນັ້ນ ກໍໄດ້ຖືກທັບມ້າງໄປ ໃນ ເດືອນແລ້ວນີ້.

ໜັງສືພິມຝຣັ່ງ Le Journal du Dimanche ລາຍງານວ່າ ຜູ້ຕ້ອງສົງໄສ Jihad 1,500 ຄົນກຳລັງຢູ່ພາຍໃຕ້ການສັງເກດການພິເສດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG