ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມ ຮຽກຮ້ອງໃຫ້ອັງກິດ ສະໜັບສະໜູນເພີ່ມຕື່ມ ຕໍ່ນັກພິມຊາວຮົງກົງ ທີ່ຖືກຈຳຄຸກ


ແຟ້ມພາບ - ຜູ້ສະໜັບສະໜູນປະຊາທິປະໄຕ ທ່ານ ຈິມມີ່ ໄລ ມາຮອດສານອຸທອນສຸດທ້າຍຂອງຮົງກົງ ຢູໃນຮົງກົງ ວັນທີ 1 ກຸມພາ 2021
ແຟ້ມພາບ - ຜູ້ສະໜັບສະໜູນປະຊາທິປະໄຕ ທ່ານ ຈິມມີ່ ໄລ ມາຮອດສານອຸທອນສຸດທ້າຍຂອງຮົງກົງ ຢູໃນຮົງກົງ ວັນທີ 1 ກຸມພາ 2021

ທະ​ນາຍ​ຄວາມ​ຊາວອັງ​ກິດ ຂອງທ່ານ ຈິມມີ່ ໄລ (Jimmy Lai) ເຈົ້າພໍ່ດ້ານສື່ມວນຊົນຂອງຮົງກົງທີ່ຖືກຈຳຄຸກ ກຳລັງຮຽກ​ຮ້ອງ​ໃຫ້​ຄະ​ດີ​ຂອງ​ທ່ານ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ຂຶ້ນ​.

ທ່ານ ໄລ, ຜູ້ທີ່ເປັນເຈົ້າຂອງ Next Digital, ຜູ້ຈັດພິມ Apple Daily ທີ່ສະໜັບສະໜູນປະຊາທິປະໄຕ ໄດ້ທີ່ຖືກບັງຄັບໃຫ້ປິດ, ໄດ້ຖືກຈຳຄຸກຕັ້ງແຕ່ທ້າຍປີ 2020. ທ່ານກໍາລັງປະເຊີນກັບການຈຳຄຸກຕະຫຼອດຊີວິດ ຖ້າຫາກພົບວ່າມີຄວາມຜິດໃນຂໍ້ກ່າວຫາພາຍໃຕ້ກົດຫມາຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ.

ທ່ານ ໄລ ເຊິ່ງມີອາຍຸ 76 ປີ​ໃນ​ປີ​ນີ້, ຕ້ອງ​ປະ​ເຊີນ​ກັບຄວາມຜິດ 2 ກະທົງ ວ່າດ້ວຍການກະບົດໂດຍການ​ສົມ​ຮູ້​ຮ່ວມ​ຄິດ ກັບກອງກຳລັງ​ຕ່າງຊາດ, ​ແລະອິກ 1 ກະທົງ ໃນການສົມຮູ້ຮ່ວມຄິດກັບກອງກຳລັງຕ່າງຊາດ​ຕາມ​ກົດໝາຍ. ທ່ານ​ໄດ້​ອຸທອນ​ວ່າ​ທ່ານບໍ່​ມີ​ຄວາມ​ຜິດ​ຕໍ່​ຂໍ້​ກ່າວ​ຫາ​ໃນ​ເດືອນ​ສິງຫາ. ທ່ານຍັງປະເຊີນກັບຂໍ້ກ່າວຫາ ໜຶ່ງ ວ່າພົວພັນກັບສິ່ງພິມປຸກລະດົມ ພາຍໃຕ້ກົດໝາຍປຸກ ລະດົມສະ​ໄໝອານານິຄົມ.

ທ່ານນາງ ທັຕຍານາ ອີທເວລ (Tatyana Eatwell), ທະນາຍຄວາມສາກົນ ແລະ ທະນາຍຄວາມສິດທິມະນຸດສາກົນ ຢູ່ທີ່ ​ອົງ​ການ Doughty Street Chambers ໃນນະຄອນລອນດອນ, ເຊິ່ງເປັນນຶ່ງໃນທະນາຍຄວາມຂອງທ່ານ ກ່າວຕໍ່ວີໂອເອວ່າ ທີມງານຂອງທ່ານນາງ ກຳລັງຮຽກຮ້ອງຄວາມສົນທາງດ້ານການທູດ ຕໍ່ກໍລະນີຂອງທ່ານຫຼາຍຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG