ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຍຄວາມ ເປັນຜູ້ຕ້ອງສົງໄສ ໃນການຍິງສັງຫານ ຢູ່ທີ່ບ້ານຂອງຜູ້ພິພາກສາສານລັດຖະບານກາງ ຖືກພົບເສຍຊີວິດແລ້ວ


ຕຳຫຼວດລັດນິວຢອກ ຢືນຢາມຢູ່ນອກບ້ານບ່ອນທີ່ ທະນາຍຄວາມ ໂຣຍ ເດັນ ຮໍແລນເດີ ໄດ້ຖືກພົບເຫັນວ່າ ເສຍຊີວິດແລ້ວ ຫຼັງຈາກຕົກເປັນຜູ້ຕ້ອງສົງໄສໃນການຍິງສັງຫານລູກຊາຍຂອງງຜູ້ພິພາກສາລັດຖະບານກາງ ທ່ານນາງ ແອສເຕີ ຊາລາສ ແລະສາມີຂອງເພິ່ນ ໄດ້ຮັບບາດເຈັບ.
ຕຳຫຼວດລັດນິວຢອກ ຢືນຢາມຢູ່ນອກບ້ານບ່ອນທີ່ ທະນາຍຄວາມ ໂຣຍ ເດັນ ຮໍແລນເດີ ໄດ້ຖືກພົບເຫັນວ່າ ເສຍຊີວິດແລ້ວ ຫຼັງຈາກຕົກເປັນຜູ້ຕ້ອງສົງໄສໃນການຍິງສັງຫານລູກຊາຍຂອງງຜູ້ພິພາກສາລັດຖະບານກາງ ທ່ານນາງ ແອສເຕີ ຊາລາສ ແລະສາມີຂອງເພິ່ນ ໄດ້ຮັບບາດເຈັບ.

ທະນາຍຄວາມຜູ້ທີ່ອ້າງຕົນເອງວ່າ ເປັນຜູ້ຕໍ່ຕ້ານການຮຽກຮ້ອງສິດທິຂອງສະຕີ ຜູ້ທີ່ຮູ້ຈັກກັນດີ ໃນການອອກປາກົດໂຕໃນລາຍການໂທລະພາບ ໃນລະຫວ່າງ ທີ່ຜູ້ກ່ຽວໄດ້ຊຸກຍູ້ການຮຽກຮ້ອງສິດທິຂອງພວກຜູ້ຊາຍນັ້ນ ຖືກພົບເຫັນວ່າ ໄດ້ເສຍຊີວິດແລ້ວ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ໃນວັນຈັນວານນີ້. ຜູ້ກ່ຽວເປັນຜູ້ຕ້ອງສົງໄສໃນການຍິງສັງຫານຢູ່ທີ່ບ້ານພັກຂອງຜູ້ພິພາກສາລັດຖະບານກາງ ໃນວັນອາທິດຜ່ານມານີ້ ອີງຕາມການກ່າວຂອງອົງກາງສັນຕິບານກາງ FBI.

ບັນດາເຈົ້າໜ້າທີ່ກ່າວວ່າ ສົບຂອງທ້າວ ຣອຍ ເດັນ ຮໍແລນເດີ ໄດ້ຖືກພົບເຫັນຢູ່ໃນເຂດຊົນນະບົດທາງພາກເໜືອຂອງນະຄອນນິວຢອກ ໂດຍປາກົດວ່າ ເປັນຜົນມາຈາກການຂ້າຕົວຕາຍ.

ອົງການ FBI ໄດ້ກ່າວວ່າ ທ້າວເດັນ ຮໍແລນເດີ ເປັນ “ຜູ້ຕ້ອງສົງໄສຫລັກ ໃນການໂຈມຕີ” ຢູ່ທີ່ບ້ານພັກຂອງຜູ້ພິພາກສາ ທ່ານນາງ ແອັສເຕີ ຊາລາສ ໃນລັດນິວເຈີຊີ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ.”

ມືປືນດັ່ງກ່າວ ໄດ້ແຕ່ງກາຍເປັນຜູ້ສົ່ງເຄື່ອງໃຫ້ແກ່ບໍລິສັດ Federal Express ທີ່ໄດ້ໄປປາກົດໂຕຢູ່ທີ່ໜ້າປະຕູບ້ານຂອງຜູ້ພິພາກສາ ຊາລາສ ໃນເມືອງບຣັນສວິກ ເໜືອ ຂອງລັດນິວເຈີຊີ ເມື່ອວັນອາທິດຜ່ານມາ ແລະໄດ້ເປີດສາກຍິງ. ລູກຊາຍຂອງທ່ານນາງ ຊາລາສ ທ້າວແດນນີລ ແອນເດີລ ນັກສຶກສາມະຫາວິທະຍາໄລ ຖືກຂ້າຕາຍ ແລະສາມີຂອງທ່ານນາງຊາລາສ ເປັນທະນາຍຄວາມ ທ່ານມາກ ແອນເດີລ ໄດ້ຮັບບາດເຈັບ. ສ່ວນທ່ານນາງຊາລາສ ໄດ້ຢູ່ໃນບ້ານອີກບ່ອນນຶ່ງຕ່າງຫາກ ແລ້ວເລີຍບໍ່ໄດ້ເປັນຫຍັງ.

ທ້າວເດັນ ຮໍແລນເດີ ເປັນຜູ້ມີໜ້າຕາທີ່ຄຸ້ນເຄຍຢູ່ໃນລາຍການໂທລະພາບ ສຳລັບການຟ້ອງຮ້ອງທ້າທາຍ ອັນເປັນສິ່ງທີ່ລາວຖືວ່າ ເປັນຜູ້ທີ່ຖືກລະເມີດຕໍ່ສິດທິໂດຍພວກສະຕີ ລວມທັງເລື້ອງຕ່າງໆ ທີ່ບໍ່ສຳຄັນເລີຍ ເຊັ່ນວ່າ “ຄຳຄືນຂອງແມ່ຍິງ” ໃນຮ້ານກິນດືມ ຫຼືບາທັງຫຼາຍນັ້ນ ເມື່ອພວກແມ່ຍິງ ຈະໄດ້ຮັບການຫລຸດລາຄາສຳລັບເຄື່ອງດື່ມ.

ທ້າວເດັນ ຮໍແລນເດີ ໄດ້ເປັນໂຈດໃນຄະດີຟ້ອງຮ້ອງ ທີ່ໄດ້ຮັບການພິຈະລະນາໂດຍຜູ້ພິພາກສາ ທ່ານນາງຊາລາສ ໃນຄະດີພົວພັນກັບແມ່ຍິງຄົນນຶ່ງ ຜູ້ທີ່ຢາກຈະລົງທະບຽນເພື່ອການເກນເປັນທະຫານສະຫະລັດ.

ທ້າວເດັນ ຮໍແລນເດີ ຍັງໄດ້ຂຽນລົງໃນສື່ສັງຄົມ ໂດຍກ່າວຫາທ່ານນາງຊາລາສ ໃນການໃຊ້ປະຫວັດພື້ນຖານຂອງທ່ານນາງ ທີ່ເປັນແມ່ຍິງຊາວທີ່ປາກເວົ້າພາສາສະເປນ ໃນການໄດ້ເປັນຜູ້ພິພາກສາລັດຖະບານກາງ. ພໍ່ຂອງທ່ານນາງຊາລາສ ປາກົດວ່າ ໄດ້ປະຖິ້ມເພິ່ນ ແລະແມ່ຂອງເພິ່ນ ເມື່ອທ່ານນາງຍັງເປັນເດັກນ້ອຍຢູ່ ແລະທ້າວເດັນ ຮໍແລນເດີ ໄດ້ເອີ້ນເລື້ອງລາວຂອງຜູ້ພິພາກສາທ່ານນີ້ວ່າ “ເປັນ ຄວາມພະຍາຍາມທີ່ປົກກະຕິ ທີ່ຈະຖິ້ມໂທດໃສ່ຜູ້ຊາຍ ແລະເຮັດໃຫ້ ຜູ້ໃດຜູ້ນຶ່ງກາຍເປັນຍິງທີ່ດີເລີດ.”

ບັນດາເຈົ້າໜ້າທີ່ກ່າວວ່າວ ທ້າວເດັນ ຮໍແລນເດີ ມີຫໍ່ອັນນຶ່ງທີ່ໄດ້ລົງທີ່ຢູ່ໃຫ້ແກ່ທ່ານນາງຊາລາສ ຕັ້ງຢູ່ຄຽງຂ້າງສົບຂອງລາວ ແລະຍັງໄດ້ຂຽນກ່່ຽວກັບວິທີປອມໂຕເປັນພະນັກງານສົ່ງເຄື່ອງຂອງບໍລິສັດ FedEx ໃນເມື່ອກ່ອນ ເພື່ອທີ່ຈະເຂົ້າຫາບ້ານຂອງຄົນອື່ນໆໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG