ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະ​ນາຍ​ຄວາມ ປາ​ກິ​ສ​ຖານ ເດີນ​ທາງ​ກັບ​ປະ​ເທດ ສຳ​ລັບ​ຄະ​ດີ​ ໝິ່ນ​ສາ​ສະ​ໜາ


ທ່ານ ໄຊ​ຟູ​ລ ມາ​ລຸກ, ທະ​ນາຍ​ຄວາມ​ຂອງ​ນາງ ເອ​ເຊຍ ບີ​ບີ, ແມ່​ຍິງ ປາ​ກິ​ສ​ຖານ ທີ່​ນັບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ, ຖຶກ​ຖ່​າ​ຍ​ຮູບ ກ່ອນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ເມືອງ ແຟ​ຣງ​ເຝີດ, ປະ​ເທດ ເຢຍ​ຣະ​ມັນ. 20 ພະ​ຈິງ, 2018.
ທ່ານ ໄຊ​ຟູ​ລ ມາ​ລຸກ, ທະ​ນາຍ​ຄວາມ​ຂອງ​ນາງ ເອ​ເຊຍ ບີ​ບີ, ແມ່​ຍິງ ປາ​ກິ​ສ​ຖານ ທີ່​ນັບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ, ຖຶກ​ຖ່​າ​ຍ​ຮູບ ກ່ອນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ເມືອງ ແຟ​ຣງ​ເຝີດ, ປະ​ເທດ ເຢຍ​ຣະ​ມັນ. 20 ພະ​ຈິງ, 2018.

ທະ​ນາຍ​ຄວາມຊາວ ປາ​ກິ​ສ​ຖານ ຄົນ​ນຶ່ງ ທີ່​ໄດ້ຫຼົບ​ໜີ​ເຂົ້າ​ໄປ​ໃນ​ປະ​ເທດ ໂຮນ​ລັງ ຫຼັງ
ຈາກໄດ້ເປັນທະນາຍໃຫ້ຊາວ ຄຣິສຕຽນ ຄົນນຶ່ງຕໍ່ຂໍ້ກ່າວຫາດູໝິ່ນສາສະໜານັ້ນ ຈະ
ເດີນທາງກັບປະເທດ ປາກິສຖານ.

ທະ​ນາຍ​ຄວາມ ໄຊ​ຟູ​ລ ມາ​ລຸກ ໄດ້​ປະ​ກາດ​ວ່າ​ທ່ານ​ຈະ​ເດີນ​ທາງ​ກັບ​ ເພື່ອ​ເຂົ້າ​ຮ່ວມ​
ການໃຫ້ປາກຄຳຂອງລູກຄວາມຂອງລາວ ນາງ ເອເຊຍ ບີບີ, ໃນສານສູງສຸດ ໃນວັນທີ
29 ມັງກອນ. ການດຳເນີນການໃນວັນອັງຄານຈະມາເຖິງນີ້ຈະຕັດສິນການອຸທອນຕໍ່
ການຕັດສິນບໍ່ມີຄວາມຜິດຂອງນາງ ບີບີ ເຊິ່ງໄດ້ເປັນບັນຫາໃນເດືອນຕຸລາທີ່ຜ່ານມາ
ຫຼັງຈາກລາວໄດ້ຖືກຂັງຄຸກຫຼາຍປີ ພາຍໃຕ້ການຕັດສິນປະຫານຊີວິດ.

ທ່ານ ມາ​ລຸກ ໄດ້​ໜີ​ອອກ​ຈາກ​ປະ​ເທດ​ປີ​ກາຍນີ້ ເມື່ອ​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ ລຸນຫຼັງ​
ການຕັດສິນວ່ານາງ ບີບີ ບໍ່ມີຄວາມຜິດ ແລະ ທ່ານຖືກຂົ່ມຂູ່ເອົາຊີວິດ.

ນາງ ບີ​ບີ, ຜູ້​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ, ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ ກ່ຽວ​ກັບ ການ​ດູ​ໝິ່ນ​
ສາສະໜາໃນປີ 2010 ຫຼັງຈາກການບໍ່ເຫັນດີກັນກັບເພື່ອນບ້ານຂອງລາວ ເຊິ່ງລາວ
ໄດ້ຖືກກ່າວຫາ ກ່ຽວກັບ ດູໝິ່ນສາສະໜາອິສລາມ. ລາວໄດ້ຖືກຕັດສິນປະຫານຊີວິດ
ແລະ ໄດ້ຢູ່ໃນຄຸກດົນກວ່າ 7 ປີ ກ່ອນສານສູງສຸດໄດ້ຕັດສິນວ່າລາວບໍ່ມີຄວາມຜິດປີ
ກາຍນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG