ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາຍ​ຄວາມ ກ່າວ​ວ່າ ທ່ານ ອາ​ຊາງ​ຈ໌ ໄດ້​ຮັບ​ຂໍ້​ສະ​ເໜີ ອະ​ໄພ​​ໂທດ ຈາກ ສະ​ຫະ​ລັດ ຖ້າສະ​ສາງ​ເລື່ອງ ຣັດ​ເຊຍ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖືກ​ປ້າຍ​ຢູ່ນອກ​ສານ​ແຂວງ ເວັ​ສ​ມິ​ສ​ເຕີ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 19 ກຸ​ມ​ພາ 2020.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖືກ​ປ້າຍ​ຢູ່ນອກ​ສານ​ແຂວງ ເວັ​ສ​ມິ​ສ​ເຕີ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 19 ກຸ​ມ​ພາ 2020.

ອີງ​ຕາມ​ອົງ​ການ​ຂ່າວ AP, ຜູ້​ກໍ່​ຕັ້ງ​ເວັບ​ໄຊ້ WikiLeaks ທ່ານ ຈູ​ລຽນ ອາ​ຊາງ​ຈ໌ ມີ​ແຜນ​ທີ່​ຈະ​ກ່າວ​ອ້າງ​ໃນ​ລະ​ຫວ່າງ​ການ​ໃຫ້​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ວ່າ ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ສະ​ເໜີ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ແກ່​ລາວ ຖ້າ​ລາວ​ຕົກ​ລົງ​ທີ່​ຈະ​ເວົ້າ​ວ່າ ຣັດ​ເຊຍ ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປ່ອຍ​ອີ​ເມ​ລ ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດພັກ​ເດ​ໂມ​ແຄ​ຣັດ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ ສະ​ຫະ​ລັດ ປີ 2016, ທະ​ນາຍ​ຄວາມ​ຂອງ​ທ່ານ ອາ​ຊາງ​ຈ໌ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້.

ທ່ານ ອາ​ຊາງ​ຈ໌ ໄດ້​ຖືກ​ຂັງ​ໃນ​ຄຸກ​ຂອງ ອັງ​ກິດ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຕໍ່​ສູ້​ກັບ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ມາ ສະ​ຫະ​ລັດ ກ່ຽວ​ກັບ ຂໍ້​ຫາ​ການ​ສອດ​ແນມ. ການ​ໃຫ້​ການ​ຕໍ່​ຜູ້​ພິ​ພາກ​ສາ​ຄົບ​ຄະ​ນະ​ຂອງ​ລາວ ​ແມ່ນ​ມີ​ກຳ​ນົດ​ຈະ​ເລີ່ມ​ຂຶ້ນ​ໃນ​ອາ​ທິດ​ໜ້າ.

ໃນ​ການ​ໃຫ້​ການ​ເບື້ອງ​ຕົ້ນ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ພຸດ​ວານນີ້​ ໃນ​ນະ​ຄອນຫຼວງ ລອນດອນ ນັ້ນ, ທະ​ນາຍ​ຄວາມ ເອັດ​ເຫວີດ ຟິດ​ສ​ເຈ​ໂຣ​ລ ໄດ້​ກ່າວ​ວ່າ ​ຜູ້​ທີ່​ໃນ​ເວ​ລານີ້​ເປັນອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ທ່ານ ເດ​ນາ ໂຣ​ຣາ​ແບັກເກີ, ໄດ້​ມາ​ຢ້ຽມ​ຢາມ​ທ່ານ ອາ​ຊາງ​ຈ໌ ຢູ່​ສະ​ຖານ​ທູດ ເອ​ກົວ​ດໍ ໃນ​ນະ​ຄອນຫຼວງ ລອນດອນ ເມື່ອ​ເດືອນ​ສິງ​ຫາ ປີ 2017.

ທ່ານ ຟິດ​ສ​ເຈ​ໂຣ​ລ ໄດ້​ກ່າວ​ວ່າ ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ທະ​ນາຍ​ຄວາມ​ອີກ​ຄົນ​ນຶ່ງ​ຂອງ​ທ່ານ ອາ​ຊາງ​ຈ໌, ທ່ານ​ນາງ ເຈັນ​ນີ​ເຟີ ໂຣ​ບິນ​ສັນ, ໄດ້​ບັນ​ລະ​ຍາຍ​ວ່າ “ທ່ານ ໂຣ​ຣາ​ແບັກ​ເກີ ໄປ​ພົບ​ທ່ານ ອາ​ຊາງ​ຈ໌ ແລະ ເວົ້າ​ວ່າ, ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ໄດ້​ສະ​ເໜີ​ການ​ໃຫ້​ອະ​ໄພ​ຍະ​ໂທດ ຫຼື ທາງ​ອອກ​ອື່ນໆ, ຖ້າ​ທ່ານ ອາ​ຊາງ​ຈ໌ ເວົ້າ​ວ່າ ຣັດ​ເຊຍ ບໍ່​ໄດ້​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ການ​ປ່ອຍ​ອີ​ເມ​ລ​ ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ພັກ​ເດ​ໂມ​ແຄ​ຣັດ.

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ກ່າວ​ອ້າງ​ຂອງ​ທະ​ນາຍ​ຄວາມ​ນັ້ນ, ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ສ​ເຕ​ຟ​າ​ນີ ກ​ຣິ​ແຊັມ ໄດ້​ກ່າວ​ວ່າ “ມັນ​ບໍ່​ແມ່ນ​ຄວາມ​ຈິງ​ຢ່າງ​ແນ່​ນອນ ແລະ ຢ່າງ​ສິ້ນ​ເຊີງ.”

ທ່ານ​ນາງ ກ​ຣິ​ແຊັມ ໄດ້​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ “ເກືອບ​ວ່າບໍ່​ຮູ້​ຈັກ​ທ່ານ ເດ​ນາ ໂຣ​ຣາ​ແບັກ​ເກີ ນອກ​ຈາກວ່າ​ລາວ​ເປັນ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ. ທ່ານບໍ່​ເຄີຍ​ລົມ​ກັບ​ລາວ ກ່ຽວ​ກັບ​ ຫົວ​ຂໍ້​ນີ້ ຫຼື ເກືອບ​ວ່າ​ທຸກ​ຫົວ​ຂໍ້. ມັນ​ແມ່ນ​ເລື່ອ​ງ​ທີ່​ສ້າງ​ຂຶ້ນ​ມາ​ເອງ​ຢ່າງ​ສິ້ນ​ເຊີງ ແລະ ເປັນ​ຄວາມ​ຂີ່​ຕົວະ​ທັງ​ໝົດ. ນີ້​ຄົງ​ຈະ​ເປັນ​ການຫຼອກ​ລວງ​ທີ່ບໍ່​ມີ​ວັນ​ຈົບ​ອີກ​ອັນ​ນຶ່ງ ແລະ ເປັນ​ການ​ຂີ້​ຕົວະ​ທັງ​ໝົດ​ ຈາກ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ພັກເດ​ໂມ​ແຄ​ຣັດ.

ອີ​ເມ​ລ ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ແລະ ການ​ໂຄ​ສະ​ນາ​ຫາ​ສຽງ​ ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ໄດ້​ຖືກ​ລັກ​ເຈາະ​ຂໍ້​ມູນ ກ່ອນ​ຖືກ​ເປີດ​ເຜີຍ​ໂດຍ​ເວັບ​ໄຊ້ WikiLeaks ໃນ​ປີ 2016.

ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດ ທ່ານ​ນາງ ແວນ​ເນັ​ສ​ຊາ ບ​າ​ເຣດ​ເຊີ ໄດ້​ກ່າວ​ວ່າ ຫຼັກ​ຖານ​ແມ່ນ​ພຽງ​ໃນ​ກໍ​ລະ​ນີ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG