ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈັບກຸມທະນາຍຄວາມ ເຮັດໃຫ້ເກີດຄວາມຄຽດແຄ້ນ ຕໍ່ການເສຍຊີວິດຂອງໄວໜຸ່ມຊາວອີຣ່ານ

ທ່ານນາງນາສຣິນ ໂຊຕູເດ, ທະນາຍຄວາມດ້ານສິດທິມະນຸດຊົນຊາວອີຣ່ານ ທີ່ຖືກຄັງຄຸກ ຢູ່ໃນຮູບທີ່ໄດ້ຖືກເຜີຍແຜ່ໃນສື່ສັງຄົມອອນໄລນ໌ ປີ 2018, ໄດ້ຖືກຈັບໂຕ ໃນວັນທີ 29 ຕຸລາ 2023, ຢູ່ທີ່ນາງສົບຂອງໄວໜຸ່ມຊາວອີຣ່ານ, ນາງອາມິຕາ ເກີຣາວານ, ເຊິ່ງພວກນັກເຄື່ອນໄຫວ ກ່າວວ່າໄດ້ຖືກຕຳຫຼວດສິນທຳຂອງອີຣ່ານ ທຸບຕີຈົນສາຫັດ.

ການ​ຈັບ​ກຸມໂຕ​ທະນາຍຄວາມ​ສິດທິ​ຜູ້ທີ່​ໄດ້​ຮັບ​ລາງວັນ ຊາວ​ອີຣ່ານ ​ໄດ້​ເພີ້ມ​ຄວາມຄຽດ​ແຄ້ນ​ຂອງ​ກຸ່ມສິດທິ​ມະນຸດ​ ຕໍ່ການເສຍຊີວິດຂອງແມ່ຍິງ​ໄວ​ໜຸ່ມ​ຄົນ​ນຶ່ງ ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຖືກ​ຕຳຫລວດ​ດ້ານ​ສິນ​ທຳ ຂອງເຕຮະຣ່ານ ທຸບ​ຕີ​ຈົນຕາຍ, ອີງຕາມອົງການຂ່າວ AFP.

ທ່ານນາງ ນາສຣິນ ໂຊຕູເດ (Nasrin Sotoudeh), ອາຍຸ 60 ປີ, ໄດ້ຖືກຈັບ ໃນວັນອາທິດທີ່ຜ່ານມາ ໃນນະຄອນຫຼວງເຕຫະຣ່ານ ຢູ່ໃນງານສົບຂອງນາງ ອາມິຕາ ເກີຣາວານ (Armita Garawand), ອາຍຸ 17 ປີ, ເຊິ່ງສື່ມວນຊົນ ຂອງລັດຂອງອີຣ່ານ ໄດ້ລາຍງານການເສຍຊີວິດຂອງນາງ ໃນທ້າຍອາທິດຫຼັງ ຈາກຢູ່ໃນອາການໂຄມ່າ ເປັນເດືອນ.

ນາງເກີຣາວານ ໄດ້ຮັບບາດເຈັບສາຫັດໃນເຫດການເທິງລົດໄຟໃຕ້ດິນຂອງ ເຕຫະຣ່ານ ໃນວັນທີ 1 ຕຸລາ ເຊິ່ງນັກເຄື່ອນໄຫວໄດ້ອະທິບາຍວ່າ ເປັນການ ຜິດຖຽງກັບເຈົ້າຫນ້າທີ່ຕໍາຫຼວດຍິງທີ່ໄດ້ຈັບກຸມນາງ ຍ້ອນບໍ່ໃສ່ຜ້າປົກຫົວຂອງ ອິສລາມ ຕາມຂໍ້ບັງຄັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG