ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳ​ມະ​ກອນ ຍົກ​ຍ້າຍຖິ່ນ​ຖານ 12 ຄົນ​ຢູ່​ສະ​ໜາມ​ກັອ​ຟ ຂອງ​ທ່ານ ທ​ຣຳ ຖືກ​ໄລ່​ອອກ​ຈາກວຽກ


ພະ​ນັກ​ງານ​ຄົນ​ນຶ່ງ​ໃຊ້​ເຄື່ອງ​ຈັກ​ດູດ​ພົມ ຢູ່​ໃນ​ຕຶກ​ສະ​ໂມ​ສອນ ຂອງ​ສະ​ໂມ​ສອນ ກັອ​ຟ ແຫ່ງ​ຊາດ​ຂອງ​ທ່ານ ທ​ຣຳ., ເມືອງ ເວັ​ສ​ເຊັ​ສ​ເຕີ, ລັດ ນິວຢອກ. 7 ມ​ິ​ຖຸ​ນາ, 2016.
ພະ​ນັກ​ງານ​ຄົນ​ນຶ່ງ​ໃຊ້​ເຄື່ອງ​ຈັກ​ດູດ​ພົມ ຢູ່​ໃນ​ຕຶກ​ສະ​ໂມ​ສອນ ຂອງ​ສະ​ໂມ​ສອນ ກັອ​ຟ ແຫ່ງ​ຊາດ​ຂອງ​ທ່ານ ທ​ຣຳ., ເມືອງ ເວັ​ສ​ເຊັ​ສ​ເຕີ, ລັດ ນິວຢອກ. 7 ມ​ິ​ຖຸ​ນາ, 2016.

ທະ​ນາຍ​ຄວາມ​ຄົນ​ນຶ່ງ​ສຳ​ລັບ​ກຳ​ມະ​ກອນ​ສິບ​ສອງ​ຄົນ​ຢູ່​ສະ​ໂມ​ສອນ ກັອ​ຟ ແຫ່ງ​ນຶ່ງ​ຂອງ​
ປະທານາທິບໍດີ ດໍໂນລ ທຣຳ ໃນລັດ ນິວຢອກ ຜູ້ທີ່ໄດ້ເດີນທາງເຂົ້າ ສະຫະລັດ ຢ່າງຜິດ
ກົດໝາຍນັ້ນກ່າວວ່າ ເຂົາເຈົ້າໄດ້ຖືກໄລ່ອອກໃນເດືອນນີ້ ເຖິງແມ່ນພວກຜູ້ບໍລິຫານຈະ
ຮູ້ ກ່ຽວກັບ ສະຖານະພາບຂອງເຂົາເຈົ້າຫຼາຍປີທີ່ຜ່ານມາກໍຕາມ, ທະນາຍຄວາມຄົນນຶ່ງ
ສຳລັບພວກກຳມະກອນດັ່ງກ່າວໄດ້ເວົ້າໃນວັນເສົາວານນີ້.

ໃນ​ຂະ​ນະ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຕໍ່​ວ່າ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ​ທີ່​ເດີນ​ທາງ​ເຂົ້າ​ປະ​
ເທດຢ່າງຜິດກົດໝາຍໃນລະຫວ່າງການປິດລັດຖະບານນັ້ນ, ຜູ້ບໍລິຫານຄົນນຶ່ງຢູ່ສະໂມ
ສອນ ກັອຟ ແຫ່ງຊາດຂອງທ່ານ ທຣຳ ໃນເມືອງເວັສເຊັສເຕີ ໄດ້ເອີ້ນພວກກຳມະກອນ
ສິບສອງຄົນດັ່ງກ່າວ ເຂົ້າໄປໃສ່ຫ້ອງເທື່ອລະຄົນໃນວັນທີ 18 ມັງກອນທີ່ຜ່ານມາ ແລະ
ໄດ້ໄລ່ເຂົາເຈົ້າອອກຈາກວຽກ, ອີງຕາມການກ່າວຂອງທະນາຍຄວາມ ອານິບາລ
ໂຣເມໂຣ.

ຫຼາຍ​ຄົນ​ໃນ​ນັ້ນ​ໄດ້​ເຮັດ​ວຽກ​ຢູ່​ສະ​ໂມ​ສອນ​ດັ່ງ​ກ່າວ​ເປັນ​ສິບ​ປີ ຫຼື ຫຼາຍກວ່າ​ນັ້ນ, ແລະ
ພວກຜູ້ບໍລິຫານກໍຮູ້ວ່າ ເຂົາເຈົ້າໄດ້ສົ່ງເອກະສານປອມ ແຕ່ບໍ່ໄດ້ສົນໃຈ.

ການ​ໄລ່​ອອກ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ພວກ​ກຳ​ມະ​ກອນ​ຢູ່​ສະ​ໂມ​ສອນ ກັອ​ຟ ອີກ​ແຫ່ງ
ນຶ່ງຂອງທ່ານ ທຣຳ ໃນລັດ ນິວເຈີຊີ ໄດ້ອອກມາເວົ້າໃນເດືອນທີ່ຜ່ານມາວ່າ ພວກຜູ້ບໍລິ
ຫານຢູ່ທີ່ນັ້ນໄດ້ຈ້າງເຂົາເຈົ້າ ໂດຍທີ່ຮູ້ວ່າເຂົາເຈົ້າໄດ້ເຂົ້າມາໃນປະເທດຢ່າງຜິດກົດ
ໝາຍ, ແລະ ຍັງໄດ້ຊ່ວຍຮັບເອົາເອກະສານປອມຕ່າງໆດ້ວຍ.

ການ​ປາບ​ປາມ​ໃນ​ສະ​ໂມ​ສອນ​ລັດ ນິວຢອກ ນັ້ນ​ແມ່ນ​ໄດ້​ຖືກ​ລາຍ​ງານ​ທຳ​ອິດ​ໂດຍ​ໜັງ
ສືພິມ ວໍຊິງຕັນ ໂພສ.

ຂໍ້​ຄວາມ​ທີ່​ພະ​ຍາ​ຍາມຫາ​ເນື້ອ​ໃນ ​ແມ່ນ​ໄດ້​ຖືກ​ປະ​ໄວ້​ກັບ​ອົງ​ການ​ຂອງ​ທ່ານ ທ​ຣຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG