ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາທະນາຍຄວາມ ຕຳຫລວດ ເມືອງບອລຕີມໍ ຮຽກຮ້ອງໃຫ້ ໄອຍາການ ປົດຕົນເອງ ອອກຈາກຄະດີ


ທ່ານນາງ Marilyn Mosby ໄອຍະການລັດ Maryland.
ທ່ານນາງ Marilyn Mosby ໄອຍະການລັດ Maryland.

ບັນດາ​ທະນາຍຄວາມ ຂອງ​ຕຳຫລວດ​ຫົກ​ຄົນ ທີ່​ປະ​ເຊີນ​ກັບ​ຂໍ້​
ຫາ ພົວພັນ​ກັບ​ການເສຍ​ຊີວິດ​ຂອງ ທ້າວ Freddie Gray ​ໄດ້
ຮຽກຮ້ອງ​ໃຫ້​ ໄອ​ຍະ​ການ ປົດໂຕເອງ ອອກຈາກ​ຄະດີ​ດັ່ງກ່າວ.

ບັນດາ​ທະນາຍຄວາມ ​ໄດ້​ຍືນ​ຄຳ​ຂໍ​ຮ້ອງ​ຕໍ່​ສານ​ໃນ​ວັນ​ສຸກວານ​
ນີ້ ຊຶ່ງ​ເປັນ​ວັນ​ດຽວ​ກັນ​ກັບທີ່ ກະຊວງ​ຍຸ​ຕິ​ທຳ​ສະຫະລັດ ໄດ້​ເປີດ
​ການ​ສອບ​ສວນ​ເບິ່ງ ຄວາມ​ອາດ ເປັນ​ໄປ​ໄດ້ ທີ່​ວ່າ​ມີ​ຝ່າຝືນ​ສິດ
ທິ​ພົນ​ລະ​ເຮືອນ ​ໂດຍກົມ​ຕຳຫລວດ​ເມືອງ Baltimore.

ຄຳ​ຂໍ​ຮ້ອງຕໍ່​ສານ ອ້າງຫ້າ​ຂໍ້ ​ທີ່​ອາດເປັນ​ການ​ຂັດ​ແຍ້ງດ້ານຜົນ
​ປະ​ໂຫຍ​ດ ເປັນ​ເຫດຜົນ​ວ່າ​ເປັນ​ຫຍັງ ທະນາຍຄວາມ​ລັດ ປະຈຳ
​ນະຄອນ Baltimore ທ່ານ​ນາງ Marilyn Mosbyຈຶ່ງສົມ​ຄວາມ​ທີ່​ຈະລາ​ອອກ ຊຶ່ງຮວມທັງ​ຂໍ້​ໂຕ້ແຍ້​ງທີ່​ວ່າ ທະນາຍຄວາມຂອງ​ຄອບຄົວທ້າວ Gray ນັ້ນ​ເປັນ​ເພື່ອນສ່ວນ​ໂຕ​ທີ່ໃກ້ຊິດ​ຂອງ ທ່ານ​ນາງ Mosby.

​ເຫດຜົນ​ອຶ່ນໆ​ອີກ​ກໍ​ຄື ທ່ານ​ນາງ Mosby ​ແລະ​ສາມີ​ ຄື ທ່ານ​ Nick Mosby ຊຶ່ງເປັນສະມາ
ຊິກ​ສະພາ​ເມືອງ Baltimore ​ແມ່ນ​ຢູ່​ໃນ​ຖານະ​ທີ່​ຈະໄດ້ຜົນ​ປະ​ ໂຫຍ​ດທາງ​ການ​ເງິນ ​ແລະ
​ການ​ເມືອງ​ ​ຈາກຄະ​ດີ​ນີ້ ​ແລະ​ທ່ານ​ນາງ Marilyn Mosby ຮູ້​ຈັກ​ກັບ​ບັນດາ​ຜູ້​ອາດ​ຈະ​ເປັນ
ພິຍານ ​ແລະ​ຫ້ອງການ​ຂອງ​ທ່າ​ນນາງ ມີບົດບາດ ​ໃນ​ການ​ສືບສວນ​ຄະດີ​ດັ່ງກ່າວ ​ແລະ​ມີ​ຄະດີ​ຟ້ອງຮ້ອງ ຫ້ອງການ​ຂອງທ່ານ​ນາງ ທີ່​ລໍຖ້າການພິຈາລະນາ​ຢູ່.

ລັດຖະບານກາງ ຈະສືບສວນ ຕຳຫລວງເມືອງບອລຕິມໍ:

US Government to Investigate Baltimore Police Practices
please wait

No media source currently available

0:00 0:01:28 0:00

XS
SM
MD
LG