ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າຂອງລົດ ຍື່ນ​ຟ້ອງ​​ ບໍລິສັດ GM ຖານຕົວະ ກ່ຽວກັບ ​ການ​ປ່ອຍ​ອາຍ​ເສຍ


ເຄື່ອງໝາຍບໍລິສັດ ສ້າງລົດ General Motors ຫລື GM.
ເຄື່ອງໝາຍບໍລິສັດ ສ້າງລົດ General Motors ຫລື GM.

ເຈົ້າ​ຂອງ​ລົດ​ບັນທຸກ​ສອງ​ຄົນ​ໄດ້​ຍື່ນ​ຟ້ອງ​ບໍ​ລິສັດ General Motors ຫລື GM ​ໂດຍ
ກ່າວ​ຫາບໍລິສັດ​ດັ່ງກ່າວວ່າ ດັດ​ແປງ​ເຄື່ອງ​ຈັກລົດ​ກະບະ ເພື່ອຕົວະ​ລັດ​ຖະບານ​ ​ໃນ
ການກວດ​ສອບ ​ກ່ຽວ​ກັບ​ການ​ປ່ອຍ​ອາຍ​ເສຍ.

ສຳນວນ​ຟ້ອງໄດ້​ຍື່ນ​ໃນ​ວັນ​ພະຫັດ​ວານ​ນີ້ ​ທີ່ສານ​ລັດຖະບານ​ກາງ ​ຢູ່ນະຄອນ Detroit
ຊຶ່ງ​ເປັນບ່ອນ​ຜະລິດລົດ​ ທີ່ໃຫຍ່​ທີ່ສຸດ​ຂອງ​ປະ​ເທດ.

ບໍລິສັດ GM ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ຕິດ​ຕັ້ງ​ອຸປະກອນ​ສາມຢ່າງ​ໃສ່ລົດບັນທຸກຫຼາຍພັນ​ຄັນ
​ເພື່ອ​ເຮັດ​ໃຫ້​ລົດ​ເຫຼົ່ານີ້ ປ່ອຍ​ຄວັນ​ອາຍ​ເສຍ​ອອກ​ມາ ​ຢູ່​ໃນລະ​ຫວ່າງ​ທີ່​ມີການ​ກວດ
ໜ້ອຍກວ່າຄວາມ​ເປັນ​ຈິງ ​ຢູ່​ຖະໜົນຫົນທາງ ​ເວລາ​ຂັບ​ລົດແທ້ໆນັ້ນ.

ສຳນວນຟ້ອງ​ຍັງ​ໄດ້ລະບຸ​ຊື່ ບໍລິສັດ Bosch ທີ່​ມີ​ຫ້ອງການ​ໃນ​ເຢຍຣະ​ມັນ ​ໂດຍກ່າວ​ຫາ
ວ່າ​ ເຮັດ​ວຽກຮ່ວມ​ກັບບໍລິສັດ GM ​ໃນ​ການພັ​ດທະນາ​ເຄື່ອງ​ອຸປະກອນ​ເຫລົ່ານັ້ນ.

ບໍລິສັດ GM ຮ້ອງ​ການ​ກ່າວ​ຫານີ້​ວ່າ​ “ບໍ່​ມີ​ຄວາມ​ຈິງ” ​ໃນ​ຂະນະ​ທີ່ບໍລິສັດ Bosch ປະຕິ
​ເສດ ​ທີ່​ຈະໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື່ອງ​ກົດໝາຍ​ທີ່​ຍັງ​ດຳເນີນ​ຢູ່​ນັ້ນ.

ຮຸ້ນ​ຂອງບໍລິສັດ GM ​ໄດ້ຕົກ​ລາຄາປະມານ 2 ​ເປີ​ເຊັນ​ຢູ່ໃນ​ຂ່າວ​ວັນ​ພະຫັດ​ວານ​ນີ້.

ບໍລິສັດ GM ​ເປັນ​ບໍລິສັດ​ສ້າງ​ລົດ​ຍັກໃຫຍ່ຫລ້າ​ສຸດ ​ທີ່​ຖືກ​ກ່າວ​ຫາວ່າ ​ພ​ະຍາ​ຍາມທີ່​ຈະ​
ດັດ​ແປງ​ການ​ກວດ​ກ່ຽວ​ກັບ​ການ​ປ່ອຍ​ອາຍ​ເສຍ.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ຟ້ອງ​ບໍລິສັດ​ລົດ Fiat Chrysler ​ໃນ​ຕົ້ນ​ອາທິດ​ນີ້.

ບໍລິສັດ​ລົດ Volkswagen ​ໄດ້​ຈ່າຍ​ເງິນ​ຫລາຍ​ພັນ​ລ້ານ​ໂດ​ລາ ຫລັງ​ຈາກສາລະພາບ​ວ່າ
ຕົນ​ໄດ້​ຕົວະ​ລັດຖະບານ​ກ່ຽວ​ກັບ​ການ​ກວດ​ໃນ​ການ​ປ່ອຍອາຍ​ເສຍ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG