ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄຳຮ້ອງຟ້ອງ ຄັດຄ້ານ ການເລືອກຜູ້ຮັບຕຳແໜ່ງໃນອົງການ ປົກປ້ອງຜູ້ບໍລິໂພກ ຖືກປະຕິເສດ


ທ່ານ ມິກ ມັລເວນີ "Mick Mulvaney", ກາງ, ຍ່າງໄປຕຶກ
ຫ້ອງການຜູ້ບໍລິຫານ ໄອເຊັນຮາວເວີ ຫຼັງຈາກເດີນທາງ
ອອກຈາກສຳນັກງານ ປົກປ້ອງດ້ານການເງິນຜູ້ບໍລິໂພກ, ນະຄອນຫຼວງ ວໍຊິງຕັນ. 27 ພະຈິກ, 2017.
ທ່ານ ມິກ ມັລເວນີ "Mick Mulvaney", ກາງ, ຍ່າງໄປຕຶກ ຫ້ອງການຜູ້ບໍລິຫານ ໄອເຊັນຮາວເວີ ຫຼັງຈາກເດີນທາງ ອອກຈາກສຳນັກງານ ປົກປ້ອງດ້ານການເງິນຜູ້ບໍລິໂພກ, ນະຄອນຫຼວງ ວໍຊິງຕັນ. 27 ພະຈິກ, 2017.

ຜູ້ພິພາກສາລັດຖະບານກາງຄົນນຶ່ງ ໄດ້ປະຕິເສດການຟ້ອງຮ້ອງ ກ່ຽວກັບວ່າ ປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສາມາດແຕ່ງຕັ້ງຜູ້ອຳນວຍການງົບປະມານ
ຂອງທ່ານ ເປັນຫົວໜ້າອົງການປົກປ້ອງຜູ້ບໍລິໂພກໄດ້ຫຼືບໍ່ ເຊິ່ງຖືກສ້າງຕັ້ງຂຶ້ນ ລຸນຫຼັງ
ວິກິດການດ້ານການເງິນໃນປີ 2007-2008.

ສຳນັກງານປົກປ້ອງດ້ານການເງິນຜູ້ບໍລິໂພກ ຫຼື CFPB ຖືກສ້າງຕັ້ງຂຶ້ນໃນປີ 2011
ໂດຍກົດໝາຍປະຕິຮູບດ້ານການເງິນ ທີ່ຖືກອອກແບບມາ ເພື່ອປ້ອງກັນການກັບມາ
ຄືນຂອງ ຂ່າວນອງນັນ ກ່ຽວກັບ ການກູ້ຢືມເງິນສຳລັບຜູ້ທີ່ມີຖານະທາງການເງິນຕໍ່າ ທີ່
ໄດ້ສົ່ງຜົນໃຫ້ເກີດການຍຶດເຮືອນຄືນຈຳນວນຫຼວງຫຼາຍໃນ ສະຫະລັດ. ວິກິດການທະ
ນາຄານໄດ້ຮັບຜົນສະທ້ອນໃນທົ່ວໂລກ, ເຊິ່ງມີສ່ວນຕໍ່ພາວະເສດຖະກິດຕົກຕໍ່າທີ່ແກ່
ຍາວຈົນຮອດປີ 2012.

ສຳນັກງານ CFPB ຖືກສ້າງຕັ້ງຂື້ນເປັນອົງການເອກະເທດ ໃນລະຫວ່າງລັດຖະບານ
ຂອງທ່ານ ໂອບາມາ ແລະ ໄດ້ມີພາລະກິດໃນການຂຽນ ແລະ ບັງຄັບໃຊ້ກົດໝາຍສຳ
ລັບສະຖາບັນການເງິນ ແລະ ຕິດຕາມຄຳຕໍາໜິຕ່າງໆຂອງຜູ້ບໍລິໂພກ.

ເມື່ອທ່ານ ຣິຈາດ ຄໍເດຣ "Richard Cordray" ທີ່ຖືກທ່ານ ໂອບາມາ ແຕ່ງຕັ້ງເຂົ້າດຳ
ລົງຕຳແໜ່ງ ລາອອກຈາການເປັນຜູ້ອຳນວຍການສຳນັກງານ CFPB ໃນປີ 2017 ນັ້ນ,
ຜູ້ທີ່ຈະສືບທອດຕຳແໜ່ງຂອງທ່ານນັ້ນຄາດວ່າຈະແມ່ນຜູ້ຮອງຂອງທ່ານ, ທ່ານນາງ
ລີແອນດຣາ ອິງລິຊ "Leandra English". ແຕ່ທ່ານ ທຣຳ ໄດ້ແຕ່ງຕັ້ງທ່ານ ມິກ
ມັລເວນີ "Mick Mulvaney," ອຳນວຍການຂອງຫ້ອງການບໍລິຫານ ແລະ ງົບປະມານ,
ເປັນຜູ້ວ່າການອຳນວຍການແທນ.

ສະມາຄົມເຄຣດິດ ຢູນຽນ "Credit Union" ລັດຖະບານກາງ ໃນນະຄອນ ແມນເຮັດຕັນ "Manhattan" ໄດ້ພະຍາຍາມທີ່ຈະກີດກັ້ນການແຕ່ງຕັ້ງຂອງທ່ານ ມັລເວນີ, ໂດຍກ່າວ
ວ່າ ກົດໝາຍພາຍໃຕ້ສິ່ງທີ່ສຳນັກງານຖືກສ້າງຕັ້ງຂຶ້ນມາໄດ້ມີຄຳສັ່ງວ່າ ຮອງຂອງທ່ານ
ຄໍເດຣ ຈະກາຍເປັນຜູ້ວ່າການອຳນວຍການ ແຕ່ໃນການຕັດສິນທີ່ຖືກປະກາດຕໍ່ສາທາ
ລະ ນະໃນວັນສຸກທີ່ຜ່ານມານັ້ນ, ຜູ້ພິພາກສາປະຈຳເຂດຂອງ ສະຫະລັດ ທ່ານ ພອລ
ກາເດຟີ "Paul Gardephe" ກໍໄດ້ປະຕິເສດຄະດີດັ່ງກ່າວ, ໂດຍເວົ້າວ່າ ສະມາຄົມ
Credit Union ລັດຖະບານກາງຂອງປະຊາຊົນໃນລຸ່ມກໍ້າຕາເວັ້ນຕົກນັ້ນ ຂາດອຳນາດ
ທາງກົດໝາຍຕໍ່ການຟ້ອງຮ້ອງທີ່ວ່າ.

ໃນຖານະເປັນຜູ້ວ່າການອຳນວຍການນັ້ນ, ທ່ານ ມັລເວນີ ໄດ້ກ່າວວ່າ ທ່ານມີແຜນທີ່
ຈະຄວບຄຸມອົງການ ທີ່ບັນດານັກວິພາກວິຈານໄດ້ເວົ້າວ່າ ປະຕິບັດໜ້າທີ່ຢ່າງຮຸນແຮງ
ຕໍ່ສະຖາບັນການເງິນຕ່າງໆ. ພາຍໃຕ້ການນຳພາຂອງທ່ານນັ້ນ, ອົງການໄດ້ຍົກເລີກ
ການຟ້ອງຮ້ອງຕໍ່ “ຜູ້ໃຫ້ກູ້ຢືມ” ທີ່ມັກຈະປັບຄ່າທຳນຽມຢ່າງຫຼວງຫຼາຍ ແລະ ໄດ້ສັນຍາ
ວ່າຈະທົບທວນກົດລະບຽບຕ່າງໆ ທີ່ອຸດສາຫະກຳການເງິນໄດ້ຄັດຄ້ານຄືນໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG