ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາ ເຕືອນວ່າ ສະຫະລັດ ບໍ່ໄດ້ປັບຕົວ ເພື່ອຮັບມື ກັບການຂົ່ມຂູ່ ທີ່ເພີ້ມທະວີຂຶ້ນ ຈາກຈີນ


ທະຫານຈີນຄົນນຶ່ງຢືນຍາມຢູ່ນອກສະຖານທູດສະຫະລັດ ໃນນະຄອນປັກກິ່ງ ວັນທີ 28 ມັງກອນ 1979.
ທະຫານຈີນຄົນນຶ່ງຢືນຍາມຢູ່ນອກສະຖານທູດສະຫະລັດ ໃນນະຄອນປັກກິ່ງ ວັນທີ 28 ມັງກອນ 1979.

ບັນດາສະມາຊິກສະພາສະຫະລັດໄດ້ເຕືອນກ່ຽວກັບໄພຂົ່ມຂູ່ຈາກຈີນ ໂດຍເວົ້າວ່າ ວໍຊິງ
ຕັນບໍ່ໄດ້ຕິດຕາມຢ່າງໃກ້ຊິດເບິ່ງປັກກິ່ງ ໃນຂະນະທີ່ຈີນພວມຈະກາຍ ເປັນມະຫາອຳ
ນາດໂລກ.

ຄວາມເປັນຫ່ວງດັ່ງກ່າວ ແມ່ນໄດ້ສະແດງອອກຢູ່ໃນ ລາຍງານທີ່ແຕກຕ່າງກັນ 2 ສະບັບ
ໃນວັນພຸດວານນີ້ ໂດຍໄດ້ຕຳນິບັນດາອົງການສືບລັບ ແລະຜູ້ເຮັດນະໂຍບາຍທີ່ໄດ້ຍຶດ
ໝັ້ນມາດົນນານເກີນໄປກ່ຽວກັບຄວາມຄິດທີ່ວ່າ ການເພີ້ມການຄ້າ ແລະການເຮັດວຽກ
ຮ່ວມກັນກັບຈີນທີ່ຈະຊຸກຍູ້ໃຫ້ປັກກິ່ງປະຕິບັດຕົນສອດຄ່ອງກັບຫຼັກຄຸນຄ່າຂອງປະເທດ
ຕາເວັນຕົກ.

ແທນທີ່ຈະເປັນຈັ່ງຊັ້ນ ລາຍງານໄດ້ໂຕ້ຖຽງວ່າ ສະຫະລັດກຳລັງດິ້ນລົນ ເພື່ອຕ້ານຄືນ
ໃນຂະນະທີ່ຕົນພວມປະເຊີນໜ້າກັບອັນຕະລາຍທີ່ແທ້ຈິງໃນການທີ່ ຈະຖືກແທນໂດຍ
ຈີນ ຢູ່ໃນເວທີໂລກ.

ອີງຕາມລາຍງານລັບທີ່ໄດ້ມີການແກ້ໄຂແລະຖືກນຳອອກເຜີຍແຜ່ໂດຍພັກເດໂມແຄຣັດ
ໃນຄະນະກຳມະການສືບລັບສະພາຕໍ່າກ່າວວ່າ “ມີຄວາມສ່ຽງສູງ.”

ລາຍງານກ່າວວ່າ “ການຂາດໃນການປັບປຸງການນຳຊັບພະຍາກອນຄືນໃໝ່ ທີ່ສຳຄັນ
ນັ້ນ ລັດຖະບານສະຫະລັດ ແລະປະຊາຄົມສືບລັບຈະບໍ່ສາມາດບັນ ລຸຜົນທີ່ຕ້ອງການ
ເພື່ອຊຸກຍູ້ການສືບຕໍ່ໃນການແຂ່ງຂັນຂອງສະຫະລັດກັບຈີນ ຢູ່ໃນເວທີໂລກ ພາຍໃນ
ເວລາຫຼາຍທົດສະວັດຈະມາເຖິງນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG