ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ພວມກຽມຮັບມື ກັບເງິນໃຊ້ຈ່າຍ ດ້ານຄວາມໝັ້ນຄົງ ທີ່ຈະໝົດລົງ


ຜູ້ອຳນວຍການອົງການ FEMA ທ່ານ Craig Fugate ກ່າວຖະແຫລງຢູ່ທີ່ວໍຊິງຕັນ ໃນການສະໜັບສະໜຸນກົດໝາຍ ທີ່ກຳລັງພິຈາລະນາໂດຍບັນດາຜູ້ແທນຈາກພັກຣີພັບບລິກັນ ບາງສ່ວນ ທີ່ອາດຫລີກເວັ້ນການປິດເຮັດວຽກ ໃນບາງສ່ວນຂອງກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ
​ຂອງ​ສະຫະລັດ, ວັນທີ 26 ກຸມພາ 2015.
ຜູ້ອຳນວຍການອົງການ FEMA ທ່ານ Craig Fugate ກ່າວຖະແຫລງຢູ່ທີ່ວໍຊິງຕັນ ໃນການສະໜັບສະໜຸນກົດໝາຍ ທີ່ກຳລັງພິຈາລະນາໂດຍບັນດາຜູ້ແທນຈາກພັກຣີພັບບລິກັນ ບາງສ່ວນ ທີ່ອາດຫລີກເວັ້ນການປິດເຮັດວຽກ ໃນບາງສ່ວນຂອງກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ສະຫະລັດ, ວັນທີ 26 ກຸມພາ 2015.

ດ້ວຍເງິນ​ໃຊ້​ຈ່າຍ ສຳ​ຫລັບ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ
​ຂອງ​ສະຫະລັດ ຫຼື DHS ມີ​ກຳ​ນົດທີ່​ຈະ​ໝົດ​ອາຍຸ​ລົງ ​ໃນ​ຕອນ​ທ່ຽງ
ຄືນ​ ວັນ​ສຸກ​ມື້​ນີ້ ລັດຖະສະພາ ​ແມ່ນ​ຍັງ​ບໍ່​ໄດ້​ທຳ​ການ​ໃດໆ ​ເພື່ອ
​ຫລີກ​ເວັ້ນບໍ່ໃຫ້ເກີດເຫດການດັ່ງກ່າວ. ການ​ລົງ​ຄະ​ແນນ​ສຽງ​ຕໍ່​ອັນ
​ທີ່​ເອີ້ນ​ວ່າ ຮ່າງ​ການໃຊ້ຈ່າຍ “​ໃໝ່” ທີ່​ປາສະຈາກບົດ​ບັນຍັດ
ຕ່າງໆ ​ທີ່ເປັນບັນຫາ ໂຕ້​ແຍ້​ງ​ ​ເພື່ອ​ສະກັດ​ກັ້ນ​ ການ​ເຄື່ອນໄຫວ
ກ່ຽວ​ກັບເລື້ອງຄົນ​ເຂົ້າ​ເມືອງ ຂອງປະທານາທິບໍດີ​ໂອ​ບາ​ມາ ອາດ
​ຈະມີ​ຂຶ້ນ ໃນຍາມໃດກໍໄດ້ ໃນວັນສຸກ​ມື້​ນີ້.

ແຕ່ແນວໃດກໍຕາມ ບັນດາສະມາຊິກຂອງພັກຣີພັບ​ບລິ​ກັນ​ໃນ
ສະພາ​ຕ່ຳ ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຊາບ ກ່ຽວກັບບາດ​ກ້າວຂັ້ນ​ຕໍ່​ໄປ​
ຂອງ​ພວກ​ຕົນ ໃນການປະເຊີນໜ້າທາງ​ການ​ເມືອງ​ກ່ຽວກັບເລື້ອງຄົນ​ເຂົ້າ​ເມືອງ ທີ່​ກຳລັງ​
ບໍ່ໃຫ້ ການອະນຸມັດເງິນ​ໃຊ້​ຈ່າຍ​ຈຳນວນ 40 ຕື້​ດອນ​ລາ ຂອງກະຊວງ​ຮັກ ສາ​ຄວາມ​ປອດ
​ໄພ​ພາຍ​ໃນ​ຂອງ​ສະຫະລັດ.

ບັນດາ​ສະມາຊິກສະພາ ຈາກ​ທັງ​ສອງ​ພັກ​ການເມືອງ ​ໄດ້​ຈັດ​ກອງ​ປະ ຊຸມ​ຖະ​ແຫລ​ງຂ່າວ
​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ​ຢ່າງ​ເປີດ​ເຜີຍ ກ່ຽວກັບສະພາບການ
ບໍ່ໄປບໍ່ມາໃນເລື້ອງ​ຄົນ​ເຂົ້າ​ເມືອງ ທີ່ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ມາ​ຕໍ່ສູ້ກັນ ຈົນ​ເຖິງ​
ນາທີ​ສຸ​ດທ້າຍ​ ຂອງ​ເ​ລື້​ອງງົບປະມານ ອີກ​ຄັ້ງນຶ່ງ. ຄັ້ງນີ້ ກ່ຽວ​ກັບການອະນຸມັດ​ເງິນ​ໃຊ້​ຈ່າຍ​
ສຳ​ຫລັບ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ.

ປະທານ​ສະພາ​ຕ່ຳ​ສັງກັດ​ພັກຣີພັບ​ບລິ​ກັນ ທ່ານ John Boehner ​ໄດ້​ປະຕິ​ເສ​ດທີ່​ຈະ ກ່າວ​ ເຖິງ ອັນ​ທີ່​ທ່ານ​ຈະ​ເຮັດ​ໃນ​ຂັ້ນຕໍ່​ໄປ ຖ້າ​ສະພາ​ສູງຫາກ​ສົ່ງຮ່າງ​ກົດໝາຍ ໂດຍປາສະຈາກ
ບົດ​ບັນຍັດຕ່າງໆ​ເພື່ອ​ສະກັດ​ກັ້ນ ການເຄື່ອນໄຫວ ຂອງປະທານາທິບໍດີກ່ຽວກັບເລື້ອງ
ຄົນ​ເຂົ້າ​ເມືອງ​ນັ້ນ.

US HOMELAND SECURITY VIDEO
please wait

No media source currently available

0:00 0:02:04 0:00

With funding for the U.S. Department of Homeland Security, or DHS, set to expire at midnight Friday, Congress has still not acted to prevent the lapse.A vote on a so-called "clean" spending bill - without any controversial provisions to block President Barack Obama's immigration action - could come as early as late Thursday.House Republicans, however, have not revealed what their next step will be in the political showdown over immigration that is holding up $40 billion in Homeland Security funding.

Lawmakers from both major parties held news conferences Thursday to publicly trade blame for the impasse over immigration that got them into another down-to-the-wire budget battle - this time over funding for the Department of Homeland Security.Republican House Speaker John Boehner refused to say what he would do next if the Senate sends over a bill without the provisions to block the president's executive action on immigration.

XS
SM
MD
LG