ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອະດີດທີ່ປຶກສາ ຄວາມໝັ້ນຄົງ ຂອງ ປ. ທຣໍາ ອາດ ຮັບເງິນຈາກ ຕ່າງປະເທດ ຢ່າງຜິດກົດໝາຍ


ທ່ານ Michael Flynn ອະດີດທີ່ປຶກສາຄວາມໝັ້ນຄົງ ທີ່ທຳນຽບຂາວ.
ທ່ານ Michael Flynn ອະດີດທີ່ປຶກສາຄວາມໝັ້ນຄົງ ທີ່ທຳນຽບຂາວ.

ອະດີດ​ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ ປະທານາທິບໍດີ​ສະຫະລັດ ທ່ານ
ດໍ​ໂນ​ລ ທຣໍາ ຄື​ທ່ານ Michael Flynn ​ໄດ້​ຮັບເອົາ​ເງິນ​ຫລາຍ​ກວ່າ 500,000 ​ໂດ​ລາ
​ຈາກ​ເທີ​ກີ ​ແລະ​ຫລາຍ​ສິບ​ພັນໂດລາ ​ຈາກພວກມີສ່ວນໄດ້ ສ່ວນເສຍ ຊາວຣັດ​ເຊຍ
ພາຍຫລັງ​ທີ່​ໄດ້ຖືກ​ເຕືອນ ໃນ​ປີ 2014 ​ເວລາທີ່​ທ່ານອອກກິນເບ້ຍ​ບຳນານ ​ໃນ​ນາມ​
ນາຍ​ພົນ​ທະຫານນັ້ນວ່າ ບໍ່​ໃຫ້​ຮັບເອົາ​ເງິນ​ໃດໆ ​ຈາກ​ລັດຖະບານ​ຕ່າງ​ປະ​ເທດ ອີງ​
ຕາມ​ສຳນວນເອກ​ກະສາ​ນຊຸດ​ໃໝ່.

ທ່ານ Elijah Cummings ສະມາຊິກ​ສະພາ​ຕໍ່າ ຂອງ​ພັກ​ເດ​ໂມ​ແຄຣັດ ​ແລ​ະ ທ່ານ Jason Shaffetz ຜູ້ແທນສະພາຕໍ່າ ຈາລັດ Utah.
ທ່ານ Elijah Cummings ສະມາຊິກ​ສະພາ​ຕໍ່າ ຂອງ​ພັກ​ເດ​ໂມ​ແຄຣັດ ​ແລ​ະ ທ່ານ Jason Shaffetz ຜູ້ແທນສະພາຕໍ່າ ຈາລັດ Utah.

ທ່ານ Elijah Cummings ສະມາຊິກ​ສະພາ​ຕໍ່າ ຂອງ​ພັກ​ເດ​ໂມ​ແຄຣັດ ​ແລ​ະ ສະມາ
ຊິກພັກ​ເດ​ໂມ​ແຄຣັດຂັ້ນສູງ​ປະ​ຈໍາ ຄະນະ​ກຳມະການ​ຜູ້​ແທນ​ສະພາ​ຕໍ່າ ທີ່ກວດກາ
ຄວາມຜິດພາດ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ ​ໃນ​ຂະນະ​ທີ່​ທ່ານເປີດ​ເຜີຍ​ເອກ​ກະສາ​ນ
ກ່ຽວ​ກັບ​ທ່ານ Flynn ​ເວົ້າວ່າ "ພວກ​ເຮົາ​ບໍ່​ມິີຫລັກ​ຖານ, ບໍ່​ມີ​ຫຍັງ​ເລີຍ ທີ່ສະ​ແດງ​ໃຫ້​
ເຫັນວ່າ ​ທ່ານ​ໄດ້​ຮັບ​ອະນຸຍາດ​ ຈາກຜູ້ບັນຊາການ ກອງທັບບົກ ​ແລະ ​ຈາກລັດຖະມົນ
ຕີກະ​ຊາວ​ງການຕ່າງປະເທດ ໃຫ້​ຮັບ​ເອົາ​ເງິນ​ຄ່າຊຳລະໃດໆ​ ຈາກ​ລັດຖະບານ​ຕ່າງ
ປະ​ເທດ ຕາມທີ່ກຳນົດໄວ້​ໂດຍກົດໝາຍ.”

ນາຍພົນທີ່ອອກກິນເບ້ຍບໍານານກອງທັບບົກສະຫະລັດ ທ່ານ Michael Flynn ຂວາ.
ນາຍພົນທີ່ອອກກິນເບ້ຍບໍານານກອງທັບບົກສະຫະລັດ ທ່ານ Michael Flynn ຂວາ.

​ເອກ​ກະສາ​ນສະ​ບັບນຶ່ງ​ ສະ​ແດງ​ໃຫ້​ເຫັນ​ວ່າ ຫ້ອງການ​ຂອງຫົວໜ້າຜູ້​ກວດ ກາໃຫຍ່
​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້​ເປີດ​ການ​ສືບສວນ​ຂອງຕົນ​ຂຶ້ນ ​ກ່ຽວ​ກັບ
​ວ່າ ທ່ານ Flynn ​ໄດ້​ຫາ​ທາງ​ຂໍອະນຸຍາດ ເພື່ອຮັບ​ເອົາ​ການຈ່າຍເງິນຈາກ​ລັດຖະບານ
​ຕ່າງປະ​ເທດ ຫຼືບໍ່ ຊຶ່ງເປັນການ​ເພີ້​ມເຂົ້າກັບ ​ການ​ສື​ບສວນ​ຂອງ​ລັດຖະສະພາ.

ທ່ານ Cumming ກ່າວ​ວ່າ “​ເອກ​ກະສາ​ນ​ເຫລົ່າ​ນີ້​ໄດ້​ເຮັດໃຫ້ເກີດມີ​ຄຳ​ຖາມທີ່ເປັນຜົນ
ຮ້າຍ​ແຮງ​ກ່ຽວ​ກັບ​ວ່າ ​ເປັນ​ຫຍັງ ນາຍ​ພົນ Flynn ​ໄດ້​ປົກ​ປິດ​ການຈ່າຍ​ເງິນ ​ທີ່​ທ່ານ​ໄດ້​
ຮັບເອົາ​ຈາກແຫ​ລ່ງຕ່າງໆ ຢູ່ຕ່າງ​ປະ​ເທດ ພາຍຫລັງ​ ​ທີ່​ທ່ານ​ໄດ້​ຖືກເຕືອນໄປແລ້ວຢ່າງ​ແຈ່ມແຈ້ງຈາກ​ທຳນຽບຫ້າ​ແຈ.”

ປະທານຄະນະກຳມະການສືບລັບສະພາຕໍ່າ ທ່ານ Devin Nunes ສະມາຊິກພັກຣີພັບບລິກກັນ ຈາກລັດ California
ປະທານຄະນະກຳມະການສືບລັບສະພາຕໍ່າ ທ່ານ Devin Nunes ສະມາຊິກພັກຣີພັບບລິກກັນ ຈາກລັດ California



​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ໄດ້ກ່າວ​ວ່າ ການ​ສືບ​ສວນ​ຂອງ​ກະຊວງ​ປ້ອງ​
ກັນ​ປະ​ເທດ ກ່ຽວ​ກັບ​ທ່ານ Flynn ​ເປັນ​ທີ່ “​ເໝາະ​ສົມ ​ຖ້າ​ຫາກເຂົາ​ເຈົ້າ​ຄິດ​ວ່າ​ ມີ​ການ​
ກະ​ທຳ​ຜິດ.”

​ແຕ່​ທ່ານ Spicer ກ່າວອີກ​ວ່າ ລັດຖະບານ​ທ່ານ​ທຣໍາ ບໍ່​ໄດ້​ທົບ​ທວນ​ເບິ່ງ ການສືບ​ປະ
ຫວັດຂອງ​ທ່ານ Flynn ກ່ອນ​ທີ່​ທ່ານ​ໄດ້ຖືກແຕ່ງ​ຕັ້ງໃຫ້​ເປັນທີ່ປຶ​ກສາດ້ານຄວາມໝັ້ນ
ຄົງ​ແຫ່ງ​ຊາດ ໂດຍ​ໄດ້​ອີງ​ໃສ່ ການຕໍ່ອາຍຸ ການເກັບສືບ​ປະຫວັດຂອງ​ປີ 2016 ທີ່​ມີ​ຢູ່
ໃນໄລຍະ​ຂອງລັດຖະບານຂອງ​ ອະດີດປະທານ​ນາ​ທິບໍດີ​ Barack Obama ກ່ອນໜ້າ
​ທ່ານ​ທຣໍາ ແທນ ຊຶ່ງໄດ້​ເກີດ​ຂຶ້ນພາຍ​ຫລັງ​ມີາທ່ານ Flynn ​ເດີນທາງ​ໄປຣັດ​ເຊຍ​ໃນ​ປີ
2015 ​ແລ້ວ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG